ວັນອາທິດ ທີ 17 ກຸມພາ 2019 06:09:29
ຄວາມເຄື່ອນໄຫວຂອງທີມຊາດບຣາຊິນ ອະດີດແຊັມໂລກ 5 ສະໄໝ ຫຼ້າສຸດ ມີລາຍງານຂ່າວວ່າສະຫະພັນເຕະບານບຣາຊິນ (CBF) ຈະແຈກໂບນັສໃຫ້ກັບເຫຼົ່າຂຸນພົນນັກເຕະບຣາຊິນ ຕົກຄົນລະ 750.000 ປອນ ຫາກຄວ້າແຊັມເຕະບານໂລກ 2018 ທີ່ຣັດເຊຍ.
ສໍາລັບການແຂ່ງຂັນເຕະບານໂລກ 2018 iອບສຸດທ້າຍ (32 ທີມ) ທີ່ປະເທດຣັດເຊຍ ຊຶ່ງຈະເປິດສາກຂຶ້ນໃນວັນທີ 14 ເດືອນມິຖຸນານີ້ ໂດຍທີມຊາດບຣາຊິນ ພາຍໃຕ້ການຄຸມທີມຂອງ ຕິເຕ ຢູ່ໃນກຸ່ມ E ປະກອບດ້ວຍ ສະວິດ, ຄອສຕາຣິກາ ແລະ ເຊີເບຍ ເກມນັດທໍາອິດ ຈະພົບກັບ ສະວິດ (17 ມິຖຸນາ).