ວັນສຸກ ທີ 22 ກຸມພາ 2019 17:00:28
ໂ9ເຊ່ ມູຣິນໂຢ່ ຜູ້ຈັດການທີມ ແມນຯ ຢູໄນຕັດ ບໍ່ປິດບັງວ່າຢາກເຊັນສັນຍາກັບ ຄີລິຢັນ ເອັມບັບເປ ໂລດແຕັງ ດາວຍິງໄວໜຸ່ມ ສັກສີທີມຊາດຝຣັ່ງ ຫາກ ປາຣີສ ແຊງ-ແຊກແມງ (PSG) ຊຶ່ງມີສິດເຊັນກ່ອນໃຜ ເກີດຖອດໃຈບໍ່ກ້າທຸ່ມລະດັບ 166 ລ້ານປອນ.
'ດອນ ບາລອນ' ສື່ອອນລາຍຈາກ ແອັດສະປາຍ ເປິດເຜີຍວ່າ PSG ກໍາລັງຖືກ ສະຫະພັນເຕະບານເອີຣົບ (ຢູຟ່າ) ດໍາເນີນການສອບສວນເລື່ອງຄວາມໂປ່ງໃສທາງກາຍເງິນ.
ທັ້ງນີ້ ຫາກ PSG ບໍ່ສາມາດສະສາງຕົວເອງໄດ້ ກໍອາດເຮັດໃຫ້ສັນຍາຢືມຕົວດາວຍິງໄວ 19 ປີ ຈາກ ໂມນາໂກ ພ່ວງເງື່ອນໄຂຊື້ຂາດເມື່ອຈົບລະດູການ 2017-18 ອາດກາຍເປັນໂມຄະ.
ນັ້ນເລີຍເຮັດໃຫ້ ຢູແມນຯ ໄນເຕັດ ພ້ອມໃຊ້ຊ່ອງໂຫວ່ນີ້ເຊັນຄວ້າ ເອັມບັບເປ ເຊັ່ນກັນ ເຖິງແມ່ນຕ້ອງແຍ່ງລາຍເຊັນກັບ ແມນຯ ຊິຕີ ຄູ່ແຂ່ງຮ່ວມລີກ.