ວັນອັງຄານ ທີ 19 ກຸມພາ 2019 22:15:38
ຣັດເຊຍ ເຈົ້າພາບເຕະບານໂລກ 2018 ໄດ້ເປິດເຜິຍບົດລົງໂທດຕໍ່ກອງເຊຍບານຮູລິແກນທີ່ກໍ່ເຫດຄວາມວຸ່ນວາຢໃນມະຫະກໍາແຂ່ງຂັນລະຫວ່າງວັນທີ 14 ມິຖຸນາ – 15 ກໍລະກົດນີ້.
ຣັດເຊຍໃຫ້ຄວາມສຳຄັນກັບການຄວບຄຸມລະບົບຮັກສາຄວາມປອດໄພຢ່າງເຂັ້ມງວດໃນເຕະບານໂລກຄັ້ງນີ້ ຫຼັງພວກເຂົາຄວບຄຸມຄວາມສະຫງົບຮຽບຮ້ອຍໄດ້ຢ່າງໂດດເດັ່ນຈາກເຕະບານຟີຟ່າ ຄອນເຟດເດີເຣຊັ່ນສ໌ ຄັບ ເມື່ອປີ 2017 ທີ່ຜ່ານມາ.
ທັ້ງນີ້ ຣັດເຊຍ ໄດ້ເປີດເຜີຍບົດລົງໂທດກອງເຊຍບານທີ່ກໍ່ເຫດຄວາມວຸ່ນວາຍໃນເຕະບານໂລກຄັ້ງນີ້ອອກມາເປັນທີ່ຮຽບຮ້ອຍແລ້ວ ໂດຍມີລາຍລະອຽດດດັ່ງນີ້.
– ກໍ່ຄວາມວຸ່ນວາຍ ມີໂທດຂັງຄຸກ 15 ວັນ.
– ຕັ້ງຕົວເປັນກຸ່ມຮູລິແກນ ມີໂທດຂັງຄຸກ 5 ປີຂຶ້ນໄປ.
– ກໍ່ຄວາມຄຶກຄະນອງ ມີໂທດຂັງຄຸກ 8 ເຖິງ 15 ປີ.
– ທຳຮ້າຍຮ່າງກາຍເຈົ້າໜ້າທີ່ຕຳຫຼວດ ມີໂທດຂັງຄຸກ 10 ປີຂຶ້ນໄປ.
– ລັກລອບຈຳໜ່າບບັດ ມີໂທດປັບໃໝເງິນ 20.600 ເອີໂຣຂຶ້ນໄປຕໍ່ບັດໜຶ່ງໃບ.