ຂ່າວຫຼ້າສຸດ

ບຸນ​ຜ້າ­ປ່າ - ຮຽບ​ຮຽງ​ໂດຍ: ຊຽງ​ເອງ

264 18 ຕ.ລ. 2017 ນານາສາລະ

ຈຸດ­ປະ­ສົງ​ຫຼັກໆ​ຂອງ​ການ​ເຮັດ­ບຸນ​ຜ້າ­ປ່າ ເພື່ອ​ສົງ­ເຄາະ​ພະ­ສົງ​ທີ່​ຈຳ​ພັນ​ສາ​ຢູ່​ໃນ​ວັດ​ຊຶ່ງ​ມີ​ຈຳ­ນວນ​ໜ້ອຍ ຄື: 4 ອົງ​ລົງ​ມາ ຊຶ່ງ​ບໍ່​ສາ­ມາດ​ຮັບ​ຜ້າ­ກະ­ຖິນ​ໄດ້ ແລະ ເພື່ອ​ໃຫ້​ມີ​ຜ້າ​ເຄື່ອງ­ໃຊ້​ປະ­ຈຳ​ວັນ ອີກ​ປະ­ການ​ໜຶ່ງ ວັດ​ໜຶ່ງ​ຈະ​ຮັບ​ຜ້າ­ກະ­ຖິນ​ໄດ້ ກໍ່​ພຽງ​ກອງ​ດຽວ​ບໍ່​ພຽງ­ພໍ​ກັບ​ຈຳ­ນວນ​ພະ­ສົງ​ທີ່​ອາ­ໄສ​ຢູ່​ໃນ​ວັດ​ກໍ່​ມີ ດັ່ງ­ນັ້ນ ຜ້າ­ປ່າ​ຈຶ່ງ​ສາ­ມາດ​ທອດ​ຖວາຍ​ໄດ້​ທຸກ​ຍາມ​ປີ​ລະ​ຫຼາຍໆ​ຄັ້ງ​ກໍ່​ໄດ້ ໃນ​ສະ­ພາບ​ປັດ­ຈຸ­ບັນ ຜ້າ­ປ່າ ບໍ່​ພຽງ​ທອດ​ຖວາຍ​ແຕ່​ຜ້າ ເຄື່ອງ​ບໍ­ລິ­ຂານ​ໃນ​ກອງ​ບຸນ ແຕ່​ຫາກ​ຮັບ​ທັງ​ການ​ບໍ­ລິ­ຈາກ​ເປັນ​ກ້ອນ​ທຶນ​ເພື່ອ​ກໍ່­ສ້າງ​ສາ­ລາ​ໂຮງ​ທຳ ໂບດ​ສິມ ອາ​ຮາມ ຫໍ­ແຈກ ຫໍ​ກອງ ກຸດ­ຕິ ກຳ­ແພງ​ວັດ ຕະ­ຫຼອດ​ໂຮງ­ຮຽນ ຫຼື ຖາ­ວອນ​ວັດ­ຖຸ​ອື່ນໆ​ທີ່­ຢູ່​ໃນ​ວັດ  ແລະ ກໍ່​ບໍ່​ກຳ­ນົດ​ຈຳ­ນວນ​ພະ­ສົງ​ໃນ​ວັດ ຄື​ແລ້ວ­ແຕ່​ສັດ­ທາ​ຖວາຍ ຊຶ່ງ​ເວົ້າ​ລວມ​ກໍ່​ຄື ການ​ສ້າງ­ສາ​ພັດ­ທະ­ນາ​ວັດ​ໃຫ້​ຮຸ່ງ­ເຮືອງ ສ່ວນ​ພິ­ທີ​ຂອງ​ເຈົ້າ­ພາບ​ກ່ຽວ​ກັບ​ການ​ຄົບ­ງັນ​ມ່ວນ­ຊື່ນ​ເຮັດ​ຄື​ກັນ​ກັບ​ກະ­ຖິນ.

ບຸນ​ຜ້າ­ປ່າ ແມ່ນ​ພິ­ທີ​ທຳ­ບຸນ​ຂອງ​ຊາວ​ພຸດ​ອີກ​ຢ່າງ​ໜຶ່ງ ຈະ​ເປັນ​ສ່ວນ​ບຸກ­ຄົນ ຫຼື ສາ­ມັກ­ຄີ​ລວມ​ໝູ່​ກໍ່​ໄດ້ ແລະ ກາຍ­ເປັນ​ປະ­ເພ­ນີ ຫຼື ວັດ­ທະ­ນະ­ທຳ​ໄປ​ແລ້ວ ໝາຍ​ຄວາມ​ວ່າ ການ​ເຮັດ­ບຸນ​ຜ້າ­ປ່າ​ຈະ​ເຮັດ​ຍາມ​ໃດ​ກໍ່​ໄດ້ ບໍ່​ວ່າ​ຈະ​ເປັນ​ຍາມ​ແລ້ງ ຫຼື ຍາມ​ຝົນ ແຕ່​ທີ່​ນິ­ຍົມ​ເຮັດ​ແມ່ນ​ຫຼັງ​ອອກ​ພັນ​ສາ​ແລ້ວ ພ້ອມໆ​ກັບ​ບຸນ​ກະ­ຖິນ ເຊັ່ນ: ທອດ​ກະ­ຖິນ​ແລ້ວ ທອດ​ຜ້າ­ປ່າ​ຕໍ່​ນຳ​ກໍ່​ມີ ແລ້ວ­ແຕ່​ເງື່ອນ­ໄຂ​ຂອງ​ເຈົ້າ­ພາບ​ເຈົ້າ​ສັດ­ທາ.

ຄຳ​ວ່າ “ຜ້າ­ປ່າ” ໝາຍ​ຄວາມ​ວ່າ ຜ້າ​ທີ່​ບໍ່​ມີ​ເຈົ້າ​ຂອງ​ຫວງ​ແຫນ ຕົກ​ຖິ້ມ​ຕາມ​ປ່າ­ດົງ​ວົງ­ກົດ ໃນ​ຖະ­ໜົນ​ຫົນ­ທາງ ຫຼື ຫ້ອຍ​ແຂວນ​ຕາມ​ກິ່ງ​ງ່າ​ຕົ້ນ­ໄມ້ ເອີ້ນ​ຜ້າ­ປ່າ​ທັງ​ນັ້ນ ການ​ຖວາຍ​ຜ້າ­ປ່າ​ທີ່​ນິ­ຍົມ​ກັນ​ເຮັດ​ໃນ​ປັດ­ຈຸ­ບັນ​ນີ້​ນັ້ນ ແມ່ນ​ເຮັດ​ເປັນ­ຕົ້ນ​ໄມ້ ແລ້ວ​ຜູກ​ແຂວນ​ຜ້າ​ໃສ່ ເຮັດ​ເປັນ​ສ້ອຍ​ຢ່ອນ​ຍາວ​ລົງ​ມາ​ກໍ່​ມີ ມ້ວນ​ພັບ​ເປັນ​ຮູບ​ດອກ​ບົວ ຫຼື ອື່ນໆ ແລ້ວ​ນຳ­ໄປ​ທອດ​ໄວ້​ບ່ອນ​ພະ­ສົງ​ທີ່​ຈະ​ຜ່ານ​ມາ ຫຼື ບໍ່​ກໍ່​ທອດ​ໄວ້​ໃນ​ວັດ ໂດຍ​ມີ​ພິ­ທີ​ໄຫວ້​ພະ​ຮັບ​ສິນ ຟັງ­ເທດ ແລ້ວ​ກ່າວ​ຄຳ​ຖວາຍ​ຜ້າ­ປ່າ ພະ­ສົງ​ອະ­ນຸ­ໂມ­ທະ­ນາ ເປັນ​ອັນ­ວ່າ​ເສັດ​ພິ­ທີ.

ມູນ​ເຫດ​ຂອງ​ການ​ເຮັດ­ບຸນ​ຜ້າ­ປ່າ ແມ່ນ​ໃນ​ສະ­ໄໝ​ພຸດ­ທະ­ການ ພະ­ພຸດ­ທະ­ເຈົ້າ​ຍັງ​ດຳ­ລົງ​ຊີບ​ຢູ່ ພະ​ອົງ​ຍັງ​ບໍ່​ອະ­ນຸ­ຍາດ​ໃຫ້​ພະ­ສົງ​ໃຊ້​ຜ້າ​ໄດ້​ຫຼາຍ​ຜືນ ຄື: ໃຫ້​ໃຊ້​ແຕ່​ຜ້າ​ສາມ​ຜືນ​ເທົ່າ​ນັ້ນ ແລະ ກໍ່​ບໍ່​ອະ­ນຸ­ຍາດ​ໃຫ້​ພິກ­ຂຸ​ຂໍ​ນຳ​ຊາວ­ບ້ານ ຍ້ອນ​ແນວ​ນັ້ນ ພະ­ສົງ​ຈຶ່ງ​ຕ້ອງ​ສະ­ແຫວງ­ຫາ​ຜ້າ​ບັງ​ສະ­ກຸນ ແລ້ວ​ມາ​ທຳ​ຄວາມ​ສະ­ອາດ ຈຶ່ງ​ຫຍິບ​ຕໍ່​ກັນ​ໃຫ້​ເປັນ​ຜ້າ​ໄຕຣ​ຈີ­ວອນ​ຜືນ​ໃດ​ຜືນ​ໜຶ່ງ ເມື່ອ​ພະ­ສົງ​ຖື​ເຄັ່ງ​ຄື​ແນວ​ນີ້ ອອກ​ຕົນ​ຍາດ​ໂຍມ​ກໍ່​ຢາກ​ໄດ້​ບຸນ​ນຳ​ເພິ່ນ ຈຶ່ງ​ຊອກ​ຫາ​ຜ້າ​ດີໆ​ເຮັດ​ຜ້າ­ປ່າ ຄື: ເຮັດ​ປະ​ໄວ້​ໃນ​ບ່ອນ​ທີ່​ພະ­ສົງ​ເຫັນ​ງ່າຍ ແຕ່​ປັດ­ຈຸ­ບັນ​ເຈົ້າ­ພາບ​ກໍ່​ສະ­ແດງ​ຈຸດ­ປະ­ສົງ​ຖວາຍ​ຜ້າ­ປ່າ​ໂດຍ​ກົງ ບາງ​ຄັ້ງ​ກໍ່​ບໍ່​ເນັ້ນ​ໜັກ​ໄປ​ທາງ​ຜ້າ ແຕ່​ກໍ່​ມີ​ເປັນ​ພິ­ທີ ອາດ​ເປັນ​ປັດ​ໄຈ​ທຶນ​ກໍ່­ສ້າງ​ຖາ­ວອນ​ວັດ­ຖຸ​ໃນ​ວັດ​ຫຼາຍ​ກວ່າ ແຕ່​ພິ­ທີ­ການ​ກໍ່​ຍັງ​ຄົງ​ໃສ່​ຊື່­ວ່າ ທອດ​ຜ້າ­ປ່າ​ເໝືອນ​ເດີມ.

ວິ­ທີ​ເຮັດ­ບຸນ​ຜ້າ­ປ່າ​ນັ້ນ​ຄ້າຍໆ​ຄື​ບຸນ​ກະ­ຖິນ ນັບ​ທັງ​ເຄື່ອງ​ບໍ­ລິ­ຂານ 8 ຢ່າງ ເມື່ອ​ເຖິງ​ກຳ­ນົດ​ມື້​ວັນ​ແນ່­ນອນ​ຕາມ​ຕົກ­ລົງ​ຂອງ​ວັດ​ຂອງ​ບ້ານ ແລະ ເຈົ້າ​ສັດ­ທາ​ແລ້ວ ກໍ່​ນຳ​ຂະ​ບວນ​ກອງ​ຜ້າ­ປ່າ​ຄົບ​ຊຸດ​ໄປ​ຕາມ​ເງື່ອນ­ໄຂ​ສະ­ດວກ ຈະ​ເປັນ​ທາງ​ລົດ-ທາງ​ເຮືອ​ໄດ້​ທັງ​ນັ້ນ ຖ້າ​ຍາມ​ມື້​ເວັນ​ກໍ່​ປະ­ກອບ​ສາ­ສະ­ໜາ​ພິ­ທີ​ຖວາຍ​ກອງ​ຜ້າ­ປ່າ ຟັງ­ເທດ​ສະ­ຫຼອງ​ກອງ​ຜ້າ­ປ່າ ຫຼື ຟັງ​ປາ­ຖະ­ກະ­ຖາ​ທຳ​ຕາມ​ສົມ­ຄວນ ຖ້າ​ໄປ​ຍາມ​ກາງ­ຄືນ ພໍ​ຮອດ​ວັດ​ຈະ​ຈູດ​ທູບ​ທຽນ​ເພື່ອ​ເປັນ​ສັນ­ຍານ​ວ່າ​ກອງ​ຜ້າ­ປ່າ​ມາ​ເຖິງ​ແລ້ວ ພໍ​ພະ­ສົງ​ລົງ​ມາ​ກໍ່​ຍົກ​ຖວາຍ​ໂລດ​ກໍ່​ມີ ຫຼື ບໍ່​ກໍ່​ໄປ​ລີ້​ຢູ່​ບ່ອນ​ໃດ​ໜຶ່ງ ເມື່ອ​ພະ­ສົງ​ໃຫ້​ພອນ​ຍັດ​ຖາ....ຈົບ​ກໍ່​ລັ່ນ­ຄ້ອງ​ມຸ່ງໆໆ ສະ­ແດງ​ຄວາມ​ຍິນ​ດີ ອັນ​ເປັນ​ສັນ­ຍະ­ລັກ​ບອກ​ວ່າ ພະ­ສົງ​ເພິ່ນ​ຮັບ​ກອງ​ຜ້າ­ປ່າ​ແລ້ວ ຜູ້​ໄດ້​ຍິນ​ສຽງ​ຄ້ອງ​ກອງ​ກໍ່​ຍໍ​ມື​ສາ­ທຸ​ຍິນ​ດີ​ດອມ​ນຳ ເປັນ​ອັນ­ວ່າ​ຈົບ​ພິ­ທີ​ທອດ​ຜ້າ­ປ່າ​ກາງ­ຄືນ ແຕ່​ປັດ­ຈຸ­ບັນ​ການ​ຄົບ­ງັນ​ກໍ່​ແລ້ວ­ແຕ່​ເງື່ອນ­ໄຂ​ສະ­ດວກ​ນັ້ນ​ເອງ.

ຂ່າວທີ່ກ່ຽວຂ້ອງ