ດັບເຫງົາ ເຊົາຄຽດ - ໂດຍ : ບ່າວກະບື : ແພດ​ຫົວ​ແຫຼມ

355 03 ຕ.ລ. 2017 ຫົວຂໍ້ຂ່າວອື່ນໆ

ທີ່​ຫ້ອງ​ກວດ​ພະ­ຍາດ​ຢູ່​ຄຼີ​ນິກ​ແຫ່ງ​ໜຶ່ງ ນາຍ​ແພດ​ກຳ­ລັງ​ຖາມເຈາະ​ຈີ້ມ​ກ່ຽວ​ອາ­ການ​ຂອງ​ຄົນ​ເຈັບ ນັ່ງ​ຢູ່​ຂ້າງ​ແພດ​ຍັງ​ມີນັກ­ຮຽນ​ແພດ​ທີ່​ລົງ​ມາ​ເຝິກ​ງານ​ນັ່ງ​ບັນ­ທຶກ.

ແພດ: ອາ­ຫານ​ທີ່​ເຈົ້າ​ກິນ​ເປັນ​ປະ­ຈຳ​ມີ​ຫຍັງ​ແດ່?.

ຄົນ​ເຈັບ: ກໍ​ກິນ​ທຳ​ມະ​ດາ ມີ​ແກງ​ມີ​ປົ່ນ ດົນໆ​ກໍ່​ມີ​ໂອ­ກາດ​ໄດ້​ກິນ​ລາບ​ກິນ​ກ້ອຍ.

ແພດ: ເຈົ້າ​ອອກ​ໄປ​ກິນ​ເຂົ້າ​ນອກ​ເລື້ອຍໆ​ບໍ... ຢູ່​ຮ້ານ​ອາ­ຫານ​ໃດ​ແດ່?.

ຄົນ​ເຈັບ: ດົນໆ​ໄປ​ເທື່ອ​ໜຶ່ງ ສ່ວນ​ຫຼາຍ​ເລືອກ​ຮ້ານ​ອາ­ຫານ​ລາວ ແກງ​ໜໍ່­ໄມ້​ ຕົ້ມ​ສົ້ມ­ປາຄໍ່​ໃສ່​ໄຂ່​ມົດ​ແດງ ຫຼື ຊຸບຜັກ.

ຄຳ​ຖາມ​ຕໍ່ໆໄປກໍ່​ມີ​ແຕ່​ເລື່ອງ​ອາ­ຫານ​ການ​ກິນ​ພໍ­ແລ້ວ​ສຳ­ພາດ​ກໍ່​ມີ​ການ​ບົ່ງ​ພະ­ຍາດ ແລະ ວິ­ທີ​ປິ່ນປົວ ພໍ​ຄົນ​ເຈັບ​ອອກ​ໄປນັກ­ຮຽນ​ແພດ​ກໍ່​ຖາມ​ນາຍ​ແພດ​ວ່າ.

ທ່ານ­ໝໍ​ຄື​ບໍ່​ຖາມ​ເລື່ອງ​ອາ­ການ​ເຈັບ­ເປັນ... ຄື​ຖາມ​ແຕ່​ເລື່ອງ​ອາ­ຫານ​ການ​ກິນ? ຝ່າຍ​ແພດ​ໃຫຍ່ຕອບ​ປົນ​ສຽງ​ຫົວ​ໃນ​ຮູ​ຄໍວ່າ:

ເຮົາ​ຖາມ​ເພື່ອ​ຢາກ​ຮູ້​ຄົນ​ເຈັບ​ມີ​ຖາ­ນະ​ຮັ່ງ­ມີ ຫຼື ທຸກ​ຍາກ ຖ້າ​ຄົນ​ເຈັບ​ກິນ​ອາ­ຫານ​ລາ­ຄາ​ແພງ ເຊັ່ນ: ແກງ​ຫູ​ສະ­ຫຼາມ ສະເຕັກ​ຊີ້ນ​ງົວ​ຍີ່­ປຸ່ນ ໄຂ່​ປາ​ດຳ​ຣັດ​ເຊຍ ດື່ມ​ວາຍ​ລາ­ຄາ​ແພງໆ ແລ້ວ​ເຮົາ​ກໍ່​ຈະ​ກຳນົດ​ຄ່າ​ປິ່ນ­ປົວ​ແພງໆຊັ້ນ​ນຳ... ໂຕ​ຄື​ຖາມແນວ​ໂງ່​ແທ້.

ຂ່າວທີ່ກ່ຽວຂ້ອງ