ວັນພະຫັດ ທີ 12 ທັນວາ 2019 13:14:26
ພິທີປະກາດການນຳໃຊ້ປ້າຍໂຄສະນາຢຸດການຊື້-ຂາຍສັດປ່າ ສປປ ລາວ ຂຶ້ນວັນທີ 11 ສິງຫາ 2017 ນີ້ ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມປ່າໄມ້ ມີຮອງກົມປ່າໄມ້ ມີຕາງໜ້າຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ກົມກວດກາປ່າໄມ້ ກອງຄຸ້ມຄອງສະໜາມບິນວັດໄຕ ດ່ານພາສີປະຈຳສະໜາມບິນວັດໄຕ ຕາງໜ້າຕຳຫຼວດດ່ານ ຕມ ເຈົ້າໜ້າທີ່ກັກກັນພືດ ອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ກອງກວດກາປ່າໄມ້ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າກົມກວດກາປ່າໄມ້ ກ່າວວ່າ: ການເປີດນຳໃຊ້ປ້າຍຢຸດການຊື້-ຂາຍສັດປ່າ ສປປ ລາວ ຄັ້ງນີ້ ແມ່ນໄດ້ຕັ້ງຢູ່ 2 ຈຸດ ຄື: ຈຸດທີ 1 ຕັ້ງຢູ່ສະໜາມບິນສາກົນວັດໄຕ ແລະ ຈຸດທີ 2 ຕັ້ງຢູ່ດ່ານຂົວມິດຕະພາບ ລາວ-ໄທ 1 ເຊິ່ງເປັນການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ (LENS2) ໃຫ້ການສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອຕ້ານ ແລະ ສະກັດກັ້ນການລັກລອບຄ້າ-ຂາຍສັດປ່າຂ້າມຊາດ ໂດຍປະຕິບັດ 3 ກິດຈະກຳ ຄື: ສ້າງຍຸດທະສາດມາດຕະຖານກ່ຽວກັບການຈັດຕັ້ງປະຕິບັດ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສປປ ລາວ ຊຸກຍູ້ນຳພາອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອດຳເນີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສປປ ລາວ ແລະ ສົນທິສັນຍາສາກົນ CITES ທີ່ລັດຖະບານໄດ້ລົງນາມການຄຸ້ມຄອງບໍລິຫານໂຄງການຍ່ອຍ ແລະ ການສ້າງຄວາມອາດສາມາດໃຫ້ເຈົ້າໜ້າທີ່ປ່າໄມ້ ແລະ ທີມງານເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສປປ ລາວ.
ການຈັດຕັ້ງປະຕິບັດແມ່ນການປະສານງານ ແລະ ການຮ່ວມມືກັບອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຂອງລັດ ທີ່ໄດ້ລະບຸໃນກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງໃໝ່ຈາກສະພາແຫ່ງຊາດ ໃຫ້ມີຄວາມເຂັ້ມງວດເທື່ອລະກ້າວ ການສະກັດກັ້ນການຄ້າ-ຂາຍສັດປ່າ ຊິ້ນສ່ວນຂອງສັດປ່າທີ່ຜິດກົດໝາຍ ໂດຍສະເພາະ ການຄ້າຂາຍຊະນິດພັນສັດປ່າທີ່ໃກ້ຈະສູນພັນໃນ ສປປ ລາວ ແລະ ສາກົນລະຫວ່າງຊາດ ເຊັ່ນ: ສັດລ້ຽງລູກດ້ວຍນ້ຳນົມຂະໜາດໃຫຍ່ປະເພດ ເສືອ ຊ້າງ ທະນີ ລີງ ສັດລ້ຽງລູກດ້ວຍນ້ຳນົມຂະໜາດນ້ອຍ ໂຕລິ່ນ ສັດເລືອຄານປະເພດ ເຕົ່າ ງູສິງ ງູເຫຼືອມ ງູເຫົ່າ ງູຈົງອາງ ແລະ ພັນພືດປ່າຊະນິດຕ່າງໆທີ່ໃກ້ຈະສູນພັນ ທັງນີ້ ເປັນການປູກຈິດສຳນຶກ ໃນການສະກັດກັ້ນການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງປະກາດນຳໃຊ້ປ້າຍໂຄສະນາຢຸດການຊື້-ຂາຍສັດປ່າ ສປປ ລາວ ຢ່າງເປັນທາງການ ເພື່ອເຜີຍແຜ່ເຂົ້າໃນວຽກງານການຮ່ວມມື ເພື່ອສະກັດກັ້ນການລະເມີດຕໍ່ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ໃຫ້ມີປະສິດທິພາບສູງສຸດ.