ວັນອາທິດ ທີ 17 ກຸມພາ 2019 10:12:41
ພົບກັນວັນນີ້ ມີເລື່ອງກ່ຽວກັບຄວາມກັງວົນໃຈຂອງຜູ້ແທນກອງປະຊຸມອົງການສະຫະປະຊາຊາດ ກ່ຽວກັບອະນາຄົດຂອງນ່ານນ້ຳມະຫາສະໝຸດ ຕໍ່ໃສ່ເລື່ອງບໍລິສັດລົດໄຟຍີ່ປຸ່ນ ອອກມາຂໍໂທດ ຈາກກໍລະນີຜູ້ຂັບລົດໄຟຍ່ຽວຊະຊາຍ.
ທີ່ ອົງການສະຫະປະຊາຊາດ (ສປຊ): ກອງປະຊຸມອົງການ ສປຊ ທີ່ລົງເລິກບັນຫານ່ານນ້ຳມະຫາສະໝຸດ ທີ່ຫາກໍ່ສຳເລັດລົງຫວ່າງບໍ່ດົນມານີ້ ໄດ້ຕົກລົງຮັບຮອງເອົາມາດຕະການທີ່ຈຳເປັນຈຳນວນໜຶ່ງ ເພື່ອແກ້ໄຂສິ່ງທ້າທາຍທີ່ເປັນອັນຕະລາຍຕໍ່ອະນາຄົດຂອງນ່ານນ້ຳທະເລ ແລະ ມະຫາສະໝຸດໃນທົ່ວໂລກ ເຊັ່ນ: ມົນລະພິດຂີ້ເຫຍື້ອປະລາສະຕິກ ການປະມົງທີ່ຜິດກົດໝາຍ ການຈັບສັດທະເລເກີນກຳນົດ ການຍື່ງຕົວຂຶ້ນຂອງລະດັບນ້ຳທະເລ ກໍ່ຄືຜົນຮ້າຍອື່ນໆຈາກການປ່ຽນແປງຂອງສະພາບອາກາດ ບັນຫາທີ່ກອງປະຊຸມກັງວົນໃຈທີ່ສຸດກ່ຽວກັບອະນາຄົດຂອງມະຫາສະໝຸດ ແມ່ນບັນຫາຂີ້ເຫຍື້ອປະລາສະຕິກ ແລະ ໄມໂຄຼປະລາສະຕິກ ຕົວເລກສະຖິຕິໄດ້ຊີ້ອອກວ່າ ໃນແຕ່ລະປີ ທະເລ ແລະ ມະຫາສະໝຸດໃນທົ່ວໂລກ ຕ້ອງໄດ້ແບກຫາບຂີ້ເຫຍື້ອປະລາສະຕິກທີ່ກອງກັນຂຶ້ນກວ່າ 8 ລ້ານໂຕນ ຖ້າສະພາບນີ້ຍັງສືບຕໍ່ ພາຍໃນປີ 2050 ຈຳນວນຂີ້ເຫຍື້ອປະລາສະຕິກຢູ່ຕາມທ້ອງທະເລ ແລະ ມະຫາສະໝຸດ ກໍ່ຈະມີຫຼາຍກວ່າຈຳນວນປາທີ່ມີທັງໝົດ ດັ່ງນັ້ນ ມາດຕະການແກ້ໄຂ ຈຶ່ງຕ້ອງລົງເລິກວຽກອະນຸຮັກ ປົກປັກຮັກສາ ແລະ ຊົມໃຊ້ຊັບພະຍາກອນ ຫຼື ສິນທະເລແບບຍືນຍົງ.
ທີ່ ຍີ່ປຸ່ນ: ໃນເດືອນກັນຍາ ປີ 2016 ມີເຫດການນ້ອຍໆທີ່ເກີດຂຶ້ນກັບຂະແໜງບໍລິການຂົນສົ່ງທາງລົດໄຟຍີ່ປຸ່ນ ແຕ່ສຸດທ້າຍມັນໄດ້ກາຍເປັນເລື່ອງໃຫຍ່ເຖິງຂັ້ນວ່າ ບໍລິສັດການໂດຍສານທາງລົດໄຟຕ້ອງໄດ້ອອກມາຂໍໂທດຂໍໂພຍຕໍ່ໜ້າສັງຄົມ ເລື່ອງມີຢູ່ວ່າ ເວລາຖ້ຽວໂດຍສານລົດໄຟສາຍ JR East ໄດ້ຢຸດຈອດຢູ່ສະຖານີຊາກຸຣະ ເມືອງຈີບະ ທາງທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງໂຕກຽວ ຜູ້ຂັບລົດໄຟໃນເກນອາຍຸ 50 ປີ (ບໍ່ບອກຊື່) ປວດຖ່າຍເບົາແຮງຂັ້ນອົດບໍ່ໄດ້ ໄດ້ໄຂປະຕູຫ້ອງຂັບ ແລ້ວປົດທຸກລົງໃສ່ລາງລົດໄຟ ທີ່ຕ້ອງເຮັດແນວນັ້ນ ຍ້ອນເຂົາບໍ່ຕ້ອງການເສຍເວລາໄປເຂົ້າຫ້ອງນ້ຳ ເພາະອາດຈະເຮັດໃຫ້ການເດີນທາງຕໍ່ໄປຊັກຊ້າ ສຸດທ້າຍຜູ້ເຫັນເຫດການນີ້ກັບຕາໄດ້ລາຍງານໃຫ້ຄະນະບໍລິສັດລົດໄຟທີ່ກ່ຽວຂ້ອງຊາບ ທາງບໍລິສັດໄດ້ອອກມາຂໍໂທດຕໍ່ບັນດາຜູ້ໃຊ້ບໍລິການທີ່ມີເຫດການບໍ່ດີເກີດຂຶ້ນ ເປັນການທຳລາຍຄວາມເຊື່ອໝັ້ນຂອງສັງຄົມ ແລະ ສ້າງຄວາມລຳຄານໃຈຕໍ່ຜູ້ໂດຍສານ ຄຳກ່າວຂໍໂທດໄດ້ມ້ວນທ້າຍວ່າ “ດ້ວຍຄວາມຈິງໃຈຕໍ່ເຫດການທີ່ເກີດຂຶ້ນ ພວກຂ້າພະເຈົ້າຈະມີຄຳແນະນຳລະອຽດທົ່ວເຖິງ ເພື່ອຮັບປະກັນບໍ່ໃຫ້ເຫດການແບບນີ້ຊ້ຳຮອຍອີກ” ເລື່ອງນີ້ຊີ້ໃຫ້ເຫັນວ່າ ສັງຄົມຍີ່ປຸ່ນນັ້ນໃຫ້ຄວາມສຳຄັນຕໍ່ການແກ້ໄຂບັນຫາທີ່ສ້າງຄວາມບໍ່ພໍໃຈສຳລັບຜູ້ຮັບບໍລິການ ເຖິງຈະເປັນບັນຫາເລັກໆນ້ອຍໆກໍ່ຕາມ ຜູ້ໃຫ້ບໍລິການໃຫ້ຄວາມສຳຄັນຕໍ່ກັບຜູ້ຮັບບໍລິການ ຫຼື ລູກຄ້າເປັນເໝືອນພະເຈົ້ານີ້ລະ.