ວັນພະຫັດ ທີ 12 ທັນວາ 2019 04:43:58
ເມື່ອຫວນຄືນການປະຕິບັດຮີດຄອງເກົ່າບູຮານລາວທີ່ເຄີຍນຳພາປະຕິບັດໃນປາງບຸນປີໃໝ່ນັ້ນ ຍ່ອມມີຫຼາຍປະການທີ່ພວກເຮົາຄວນປະຕິບັດສືບທອດ ເພື່ອບໍ່ເປັນການລະຮີດລະຄອງ ໂດຍສະເພາະເຖົ້າແກ່ລຸງຕາ ແລະ ພະສົງສາມະເນນທີ່ນຳພາຊາວບ້ານປະຕິບັດ ເພາະບຸນປາງນີ້ຖືໃນຮີດ 12 ຄອງ 14 ທີ່ຄົນລາວປະຕິບັດສືບທອດກັນມາທຸກປີບໍ່ໄດ້ຂາດ.
ຖ້າເບິ່ງຕາມປະຕິທິນລາວບູຮານສະບັບວັດໂພນເພົາ ແຂວງຫຼວງພະບາງ ປີ 2017 ເອີ້ນວ່າ ປີລະກາ (ພາສາລາວບູຮານເອີ້ນກັນວ່າ ປີເມິງເຮົ້າ) ວັນສັງຂານລ່ວງກົງກັບວັນສຸກ (ມື້ຮວງມົດ) ແຮມ 3 ຄ່ຳ ກົງກັບວັນທີ 14 ເມສາ ເວລາ 3:12 ນາທີ ວັນເນົາ ກົງກັບວັນເສົາ ແຮມ 4 ຄ່ຳເດືອນ 5 ຖືກວັນທີ 15 ເມສາ ວັນສັງຂານຂຶ້ນ ຖືກມື້ວັນອາທິດ ກົງກັບວັນທີ 16 ເມສາ ເວລາ 6:45 ນາທີ ການຄິດໄລ່ຕາມຫຼັກການບູຮານລາວປີນີ້ບອກວ່າ: ນາກຫຼິ້ນນ້ຳ 7 ໂຕ ບັນດານໃຫ້ຝົນຕົກ 300 ຫ່າ ຕົກລົງມາພາຍໃນຈັກກະວານ 120 ຫ່າ ຕົກລົງປ່າຫິມະພານ 90 ຫ່າ ຕົກໃນມະຫາສະໝຸດ 60 ຫ່າ ຕົກລົງໃນໂລກມະນຸດ 30 ຫ່າ ຕາມການຄາດເດົາໃນປະຕິທິນບູຮານບອກວ່າ ຝົນຕົ້ນປີຈະໜ້ອຍ ປາຍປີຈະຫຼາຍ ເຮັດໃຫ້ນາດອນ ແລະ ນາລຸ່ມມີເຂົ້າຂຽວງາມດີ ສຳລັບປີນີ້ ໄມ້ທີ່ເປັນພະຍາໄດ້ແກ່ໄມ້ຈວງຈັນ.
ປະເພນີທີ່ຄວນສືບທອດໃນປາງບຸນປີໃໝ່ນີ້ຄືການຫົດສົງພະພຸດທະຮູບ ເຊິ່ງປະຊາຊົນພ້ອມດ້ວຍພະສົງໄດ້ຕັ້ງໃຈເອົາຂັນດອກໄມ້ທູບທຽນ ນ້ຳຫອມຕັ້ງໄວ້ ແລ້ວກ່າວຄຳບູຊາດອກໄມ້ທູບທຽນ ປ່າວສັກເຄເທວະດາ ອະທິຖານຂໍຫົດສົງໃຫ້ຟ້າຝົນຕົກເປັນປົກກະຕິ ຝ່າຍຊາວບ້ານອາດອາໃສບຸນປີໃໝ່ນີ້ ເຮັດບຸນອຸທິດຫາຍາດພີ່ນ້ອງຜູ້ລ່ວງລັບ ແລະ ພາກັນທາສີອະນາໄມທາດດູກບັນພະບູລຸດ ເປັນການສະແດງອອກເຊິ່ງຄວາມກະຕັນຍູ ພໍ່ແມ່ຜູ້ປົກຄອງພາລູກຫຼານນຳເອົານ້ຳຫອມໄປຫົດສົງຂໍພອນຜູ້ໃຫຍ່ (ເຖົ້າແກ່) ເປັນທີ່ເຄົາລົບຂອງສັງຄົມ ໃນປາງບຸນປີໃໝ່ນີ້ຄົນລາວເຮົາຍັງນິຍົມເຮັດພະທາດຊາຍເພື່ອຖະຫວາຍບູຊາພຸດທະຄຸນ ແລະ ສັງຄະຄຸນ ເມື່ອກ່ອນຖ້າເຖິງບຸນປີໃໝ່ ຄົນລາວມັກນິຍົມປ່ອຍສັດ ເປັນການສະແດງອອກເຖິງແນວຄິດຈິດໃຈໃນການສ້າງກຸສົນ.
ບຸນປີໃໝ່ລາວຍັງພົວພັນເຖິງນິທານທ້າວທຳມະບານກຸມມານ ທີ່ກ່ຽວຂ້ອງກັບ 3 ລາສີ ອັນເປັນວິຖີຊີວິດຂອງມະນຸດ ຄື: ຕອນເຊົ້າມະນຸດເຮົາມີລາສີຢູ່ໜ້າ ຕື່ນເຊົ້າຈຶ່ງອາບນ້ຳລ້າງໜ້າ ຕົກມາຕອນທ່ຽງລາສີຢູ່ເອິກ (ຫົວໃຈ) ອາກາດຮ້ອນ ເຮັດໃຫ້ອາລົມຄົນບໍ່ດີ ຕ້ອງໄດ້ເອົານ້ຳເຢັນລູບໄວ້ ນີ້ເປັນປິດສະໜາທຳທີ່ສອນຄົນໃຫ້ຮູ້ຈັກທຳໃຈໃຫ້ສະຫງົບເຢືອກເຢັນ ຕອນແລງລາສີຢູ່ຕີນ ກ່ອນນອນເພິ່ນສອນໃຫ້ລ້າງຕີນເພື່ອຄວາມສະອາດ ບຸນປີໃໝ່ລາວເຮົານີ້ຖ້າເບິ່ງໃຫ້ເລິກ ແລະ ໄຂປິດສະໜາໃຫ້ໄດ້ກໍ່ຈະເກີດປັນຍາ ນັ້ນແມ່ນເວົ້າເລື່ອງຮີດຄອງ ສ່ວນການປະຕິບັດຕົວຈິງໃນສັງ ຄົມນັ້ນ ກໍ່ຕ້ອງພ້ອມກັນປະຕິບັດຕາມແຈ້ງການຂອງອຳນາດການປົກຄອງເຊິ່ງໃນແຕ່ລະປີມີອອກມາປະຈຳ ຕັ້ງແຕ່ຂັ້ນລັດຖະບານ ແຂວງ ນະຄອນ ເມືອງ ແລະ ບ້ານ ເປັນຕົ້ນ.