ວັນເສົາ ທີ 14 ທັນວາ 2019 14:21:21
ຫຼັງຈາກທ້ອນເງິນມາໄດ້ພໍຊື້ລົດໃໝ່ໆຄັນຈີກຊອງ ອາວເຈີ່ມ ກໍ່ຮີບເບັດໜ້າໄປຮ້ານຂາຍລົດ ແລ້ວຊີ້ເອົາລົດໂຕໂຢຕາ ວີອ໋ອດ ຄັນງາມ ອາວເຈີ່ມ ຂຸ້ນຂ້ຽວຮຽນຂັບລົດພຽງ 5 ວັນ ກໍ່ກ້າຂັບລົງເມືອສະຫວັນນະເຂດບ້ານເກີດ ທັ້ງໆທີ່ຄວາມຮູ້ເລື່ອງເກຍ ເລື່ອງເບກ ແລະ ເຕັກນິກອື່ນຍັງພໍປູໆປາໆຢູ່ ລາວໃຊ້ເວລາ 15 ຊົ່ວໂມງ ອີລາກອີເລືອໄປຕາມເສັ້ນທາງຈຶ່ງຮອດສະຫວັນນະເຂດ ເຈົ້າຂອງລົດວີອ໋ອດຄັນງາມຢູ່ຢາມພີ່ນ້ອງເພື່ອອວດລົດເປັນເວລາ 3 ວັນ ແລ້ວຈິ່ງກັບຮອດວຽງ ແຕ່... ອັກໂກຍ! ເຂົາໃຊ້ເວລາ 5 ວັນຈິ່ງກັບຮອດວຽງຈັນ ເຮັດໃຫ້ທາງຄອບຄົວຕົກອົກຕົກໃຈ ພໍກັບຮອດວຽງຈັນ ສ່ຽວຮັກຊື່ ເຈືອກ ກໍ່ຮີບເຂົ້າໄປຖາມ.
“ທຸກໆຄົນເປັນຫ່ວງວ່າເປັນຈັ່ງໃດໂຕຈິ່ງກັບຊ້າແທ້ ວ່າຊິໄປພຽງ 3 ວັນ” ອາວເຈີ່ມ ຕອບແບບສຽງຜິດຫວັງວ່າ “ລົດຄັນນີ້ອີ່ຫຍັງກໍ່ດີໝົດ ແຕ່ເສຍບ່ອນໜຶ່ງຄື: ສຳລັບຂັບໄປທາງໜ້ານັ້ນມີຮອດ 5 ເກຍ ຄືເກຍ 1 ເຖິງ 5 ແຕ່ເກຍຖອຍຫຼັງກັບຄືນພັດມີແຕ່ເກຍດຽວ ຍ້ອນແນວນີ້ເຮົາຈຶ່ງຊ້າ.