ວັນອັງຄານ ທີ 24 ເມສາ 2018 23:31:36
ໂດຍຕອບສະໜອງຕາມການເຊີນຂອງທ່ານ ເປຮິນ ດາໂຕະ ລິມ ໂຈກເຊັງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງ ບຣູໄນດາຣູຊາລາມ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມບຣູໄນດາຣູຊາລາມ ລະຫວ່າງວັນທີ 14-16 ມີນາ 2017 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ລາວ-ບຣູໄນ.
ວັນທີ 16 ມີນາ 2017 ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ບຣູໄນ ໄດ້ພົບປະສອງຝ່າຍ ທີ່ກະຊວງການຕ່າງປະເທດ ແລະ ການຄ້າບຣູໄນ ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືຂອງສອງປະເທດທີ່ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນຂອງຄະນະຜູ້ແທນໃນລະດັບປະມຸກລັດ ຫົວໜ້າລັດຖະບານ ແລະ ຂະແໜງການຕ່າງໆຢ່າງເປັນປົກກະຕິໃນໄລຍະຜ່ານມາ.
ໃນໂອກາດການພົບປະດັ່ງກ່າວ ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວດ້ານຕ່າງໆໃນໄລຍະຜ່ານມາ ລວມມູນຄ່າທັງໝົດ 4.016.250 ໂດລາສະຫະລັດ ຫຼື ປະມານ 32 ຕື້ກີບ ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ໂຄງການ Brunei-US English Language Enrichment Project for ASEAN ທີ່ໄດ້ເລີ່ມປະຕິບັດມາເປັນເວລາ 5 ປີ.