ວັນເສົາ ທີ 23 ກຸມພາ 2019 12:22:45
ຄຳນາມ ມີເຄົ້າມາຈາກພາສາປາລີ ເຊິ່ງເປັນຄຳປະສົມກັນລະຫວ່າງ ນິຕິ ແປວ່າ ກົດໝາຍ, ແບບແຜນ, ປະເພນີ, ທຳນຽມປະຕິບັດ, ວິທີປົກຄອງ ແລະ ກຳ ແປວ່າ ການກະທຳ ເມື່ອລວມກັນແລ້ວຈຶ່ງໄດ້ ນິຕິກຳ ແປວ່າ ການກະທຳໂດຍເຈດຕະນາທີ່ຖືກຕາມກົດໝາຍ. ນິຕິ ສາມາດຂະຫຍາຍຄຳໄດ້ສ່ວນຫຼາຍຈະຂະຫຍາຍໃນທ້າຍຄຳ ເຊັ່ນ: ນິຕິການ, ນິຕິສາດ, ນິຕິທຳ, ນິຕິໄນ, ນິຕິພາວະ... ດ້ານຄວາມໝາຍຈະກ່ຽວຂ້ອງກັບກົດໝາຍທັງນັ້ນ. ໃນທາງກົດໝາຍ ຍັງມີການນິຍາມສະເພາະອີກຄື ນິຕິກຳ ແມ່ນເອກະສານດ້ານກົດໝາຍທີ່ສ້າງ ແລະມີຜົນບັງຄັບໃຊ້ທົ່ວໄປ ໂດຍອຳນາດການປົກຄອງຂອງລັດ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
ຕົວຢ່າງ:
- ການສ້າງກົດໝາຍນິຕິກຳ
- ນິຕິກຳມີສອງປະເພດ ຄື: ນິຕິກຳບັງຄັບໃຊ້ທົ່ວໄປ ແລະ ນິຕິກຳບັງຄັບໃຊ້ສະເພາະ
- ຫຼັກການພື້ນຖານໃນການສ້າງນິຕິກຳ
- ການສ້າງນິຕິກຳພາຍໃຕ້ກົດໝາຍ