ວັນອັງຄານ ທີ 19 ກຸມພາ 2019 23:45:10
ອົສຕຣາລີ (Australie\Australia) ຄຳຕ່າງປະເທດ ເປັນທັງຊື່ທະວີບ ແລະ ຊື່ປະເທດ ທີ່ອ່ານເປັນສຽງພາສາຝຣັ່ງ. ໃນໄວຍາກອນລາວກະຊວງສຶກສາ ປີ 2000 ໄດ້ລະບຸໃຫ້ມີພະຍັນຊະນະທີ່ໃຊ້ເປັນຕົວສະກົດພິເສດມີ: ຈ, ສ, ຊ ໃຊ້ແທນ ດ ; ລ ໃຊ້ແທນ ນ ແລະ ພ, ຟ ໃຊ້ແທນ ບ ເພື່ອຂຽນຄຳທີ່ເຄົ້າມາຈາກພາສາຕ່າງປະເທດເທົ່ານັ້ນ. ສ່ວນຄຳລາວເດີມ, ຄຳເຄົ້າຈາກປາລີສັນສະກິດແມ່ນໃຫ້ໃຊ້ຕົວສະກົດທັງແປດເທົ່ານັ້ນ. ພະຍັນຊະນະພິເສດນີ້ໃຫ້ອ່ານອອກສຽງເໝືອນຕົວສະກົດທຳມະດາ ແຕ່ເວລາຂຽນແມ່ນບໍ່ໃຫ້ມີຮູບສະຫຼະ
ຕົວຢ່າງ: ອົສຕຣາລີ, ມົສກູ, ອັຟການີສຖານ, ບິນ (ໃບບິນ) ...
ຜ່ານມາ, ການຂຽນຄຳເຄົ້າຕ່າງປະເທດ ໂດຍສະເພາະຈາກພາສາເອີຣົບ ພົບເຫັນຂຽນແຕກຕ່າງກັນຕາມຄວາມຮູ້ຂອງໃຜຂອງລາວ. ແຕ່ໄວຍາກອນລາວສະບັບປີ 2000 ກໍ່ໄດ້ກຳນົດຫຼັກການໄວ້ເພື່ອປະຕິບັດຕາມແລ້ວ.