ວັນເສົາ ທີ 23 ກຸມພາ 2019 18:49:48
ຍືນຍົງ ຄຳນາມ ແປວ່າ ຍືນຍາວ, ຍາວນານ, ໝັ້ນຄົງ, ຄົງທົນ, ຖາວອນ, ມີຕະຫຼອດໄປ.
ສ່ວນຫຼາຍຈະພົບເຫັນໃຊ້ໃນທາງການເມືອງ, ການປົກຄອງ ຈຶ່ງມັກໃຊ້ກ່ຽວກັບການວາງແຜນ, ການສ້າງ, ການດຳເນີນງານ, ຄຳຂວັນ ເພື່ອປຸກລະດົມກັນໃຫ້ສຸມກຳລັງສ້າງໃຫ້ເປັນຮູບປະທຳ ແລະ ຄົງຢູ່ຕະຫຼອດໄປ, ຈຶ່ງບໍ່ພົບເຫັນໃຊ້ໃນພາສາປາກເວົ້າໃນຊີວິດປະຈຳວັນ.
ຕົວຢ່າງ:
- ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ຍືນຍົງ
- ສ້າງຄວາມເຕີບໂຕທາງເສດຖະກິດໃຫ້ໝັ້ນທ່ຽງ ແລະ ຍືນຍົງ
- ຈັດສັນ ແລະ ນຳໃຊ້ທີ່ດິນໃຫ້ຍືນຍົງ
- ພັດທະນາຂະແໜງທ່ອງທ່ຽວໃຫ້ໄປຕາມທິດທີ່ຍືນຍົງ
- ສ້າງຂະແໜງກະສິກຳ-ປ່າໄມ້ໃຫ້ຍືນຍົງ