ດັບເຫງົາ ເຊົາຄຽດ - ໂດຍ : ບ່າວກະບື : ຢ້ານ​ບໍ່​ໄດ້​ຍິນ

433 23 ທ.ວ. 2016 ຫົວຂໍ້ຂ່າວອື່ນໆ

ໃນ​ມື້​ວັນ​ເກິດຄົບ­ຮອບແປດ​ສິບ​ປີ ລຸງ​ທິດ​ເຕືອກ ໄດ້​ຮັບ​ຂອງຂວັນ​ຈາກ​ຫຼານ​ສາວ ເປັນ​ໂທລະ­ສັບ​ມື​ຖື​ສຸດ​ທັນ​ສະ­ໄໝ ພາຍ­ຫຼັງເຝິກ­ຊ້ອມ​ວິ­ທີ​ໃຊ້​ປະ­ມານ​ໜຶ່ງ​ອາ­ທິດ ລຸງ​ກໍ່​ລອງ​ໂທ​ຫາ​ລູກ​ຊາຍ​ຫຼ້າ​ທີ່​ເຮັດ​ວຽກ​ຢູ່​ຈຳ­ປາ​ສັກ ບ້ອຍ­ວ່າ​ມີສັນ­ຍານຮັບ​ຈາກ​ສົ້ນ​ສາຍ​ເບື້ອງ​ນັ້ນ ລຸງ​ທິດ​ເຕືອກ ກໍ່​ກົ່ງ​ຄໍ​ຮ້ອງ​ສຽງ​ດັງ​ລະ­ດັບ​ແປດ​ຫຼອດ “ອາ​ໂລ! ອາ​ໂລ! ໄດ້​ຍິນ​ບໍ?... ພໍ່​ເວົ້າ​ຢູ່​ວຽງ​ຈັນ​ພຸ້ນ​ເນີ້... ອາ​ໂລ ອາ​ໂລ ຍິນ​ບໍ?” ພວກ​ລູກ​ຫຼານ​ນັ່ງ​ຢູ່​ໃກ້​ພາ­ກັນເອົາ​ມື​ອັດ​ຫູ ຝ່າຍ​ຫຼານ​ສາວ​ທົນ​ບໍ່​ໄດ້​ເລີຍ​ຮ້ອງບອກ​ລຸງ​ທິດ​ເຕືອກ ​ວ່າ:

“ ຢ່າ​ເວົ້າ​ແຮງ​ຫຼາຍ​ພໍ່­ເຖົ້າ... ຄ່ອງໆ ຄ່ອຍໆ​ແດ່...” ລຸງ​ທິດ​ເຕືອກ ຕອບ​ຫຼານ​ສາວ​ວ່າ:

“ ບໍ່​ເວົ້າ​ແຮງ​ເຮັດ​ແນວ­ໃດ​ມັນ​ຊິ​ໄດ້​ຍິນ ຈຳ­ປາ​ສັກ​ໄກ​ບໍ່​ໄກ ຕ້ອງ​ເວົ້າ​ແຮງໆ...”.

ຂ່າວທີ່ກ່ຽວຂ້ອງ