ວັນພຸດ ທີ 20 ກຸມພາ 2019 00:44:08
ໄຮ້ດຽງສາ ສຳນວນ ແປວ່າ ບໍ່ທັນຮູ້ຄວາມ, ບໍ່ທັນຮູ້ຫຍັງຫຼາຍ, ຍັງອ່ອນນ້ອຍ. ເມື່ອສຶກສາເບິ່ງການປະສົມຄຳແລ້ວ, ກໍ່ຈະເຫັນວ່າ ໄຮ້ ແປວ່າ ຂາດເຂີນ, ບໍ່ມີ. ດຽງ ແປວ່າ ຮູ້ ເປັນຄຳລາວທີ່ຮັບມາຈາກພາສາຂະເໝນ ດຽນ ແລະ ສາ ຄຳຊ້ອນທ້າຍ ເຊັ່ນ ນອນສາ, ໄປສາ, ກິນສາ. ໄຮ້ດຽງສາ ຈະໃຊ້ກັບເດັກນ້ອຍທີ່ປະພຶດ ຫຼື ເວົ້າວ່າໄປຕາມທຳມະຊາດ ຫຼືສັນຊາດຍານຂອງເຂົາ.
ຕົວຢ່າງ:
- ເດັກນ້ອຍເປັນຕາຮັກ ຍ້ອນເຂົາມັກເວົ້າແບບໄຮ້ດຽງສາ
- ເດັກນ້ອຍຫຼິ້ນນຳກັນແບບໄຮ້ດຽງສາ
ໃນທາງພາສາສາດ, ໄຮ້ດຽງສາ ແມ່ນຄຳບອກຄວາມຮູ້ສຶກ (expressive word) ທີ່ສະແດງຄວາມຮູ້ສຶກ, ອາລົມ, ຄວາມຮັກໃຄ່ ແລະ ຍັງເປັນໜ່ວຍຄຳດຽວ (morphème) ທີ່ມີສາມພະຍາງ ຈຶ່ງຄວາມໝາຍໃນໂຕສະເພາະ.