ວັນອັງຄານ ທີ 19 ກຸມພາ 2019 21:28:07
ເປັນຄຳສຸພາສິດເກົ່າຂອງລາວ ທີ່ຖອດອອກມາຈາກນິທານ ສຽວສະຫວາດ ຈຶ່ງມີຄວາມໝາຍເລິກເຊິງ ແລະ ໃຫ້ຂໍ້ຄິດໄວ້ຫຼາຍ. ຫ້າງທ້ອງກິນ ໝາຍເຖິງ ຄາດຫວັງ, ຄວາມໂລບ, ຄວາມໄຝ່ຝັນ ຢາກໄດ້ໂດຍບໍ່ໃຊ້ປັນຍາຕຶກຕອງຄັກແນ່ ຊຶ່ງມັກກ່ຽວພັນກັບຄົນທີ່ມາຫຼອກລວງ, ຕົວະຍົວະເອົາສິ່ງຂອງມີຄ່ານຳໂຕໄດ້. ເວົ້າງ່າຍໆ ແມ່ນເປັນຄົນຫູເບົາເອົາງ່າຍ ກໍຖືກຫຼອກລວງໄດ້ງ່າຍ. ໄຂ່ແລນ ໂດຍທຳມະຊາດການຊອກຫາໄຂ່ແລນແມ່ນຍາກ ແລະ ນ້ອຍໜັກນ້ອຍໜາຈຶ່ງຈະພົບເຫັນ. ຄວາມໝາຍລວມຂອງຄຳສຸພາສິດນີ້ ແມ່ນການຄາດຫວັງຢາກໄດ້ໃນສິ່ງທີ່ຫາຍາກທີ່ສຸດ ແມ່ນເປັນໄປໄດ້ຍາກ.
ຕົວຢ່າງ:
- ລູກຫວຍຄອງຄອຍນຳດອກເບ້ຍເງິນຫວຍ ປານຫ້າງທ້ອງ ກິນໄຂ່ແລນ
- ຫ້າງທ້ອງກິນໄຂ່ແລນ ນຳດອກເບ້ຍສູງນຳເງິນຫວຍ
ຄຳສຸພາສິດນີ້ ສາມາດໃຊ້ໃນຊີວິດປະຈຳວັນໄດ້ ເພາະປັດຈຸບັນນີ້ ມັກມີຄົນມາຊັກຊວນໃຫ້ຄຳສັນຍາວ່າຈະໄດ້ເງິນຄຳທໍ່ນັ້ນທໍ່ນີ້ ໂດຍບໍ່ມີຫຼັກຖານ ເພື່ອແລກເອົາສິ່ງຂອງມີຄ່າໄປ ຜູ້ໃດຫູເບົາໃຈງ່າຍ ກໍ່ຕົກເປັນເຫຍື່ອ.