ວັນເສົາ ທີ 23 ກຸມພາ 2019 17:40:44
ປາກົດວ່າມີການເວົ້າເລື່ອງບັນຫາການຂຽນປ້າຍພາສາລາວນີ້ມາດົນ ທັງໃນສື່ສິ່ງພິມ ແລະ ຫາງສຽງສັງຄົມຈົນເຖິງສື່ອອນລາຍ ເຊັ່ນ: ເຟສບຸກ (FB) ທີ່ພວກເຮົາເຫັນໄດ້ປະຈຳ ວ່າມີບັນດາຫ້າງຮ້ານຈຳນວນຫຼວງຫຼາຍທີ່ຂຽນພາສາລາວຜິດທັງໄວຍາກອນ ແລະ ທັງຄວາມໝາຍ ໂດຍສະເພາະບັນດາປ້າຍຮ້ານທີ່ເຫັນຂ້າງທາງ ເຊັ່ນ: ຮັບປ່ຽນເງິນ ແຕ່ໃນປ້າຍຜັດຂຽນວ່າ: ຮັບປງນເງິນ ປີ້ງຟານບ້ານ ຜັດຂຽນວ່າ: ປິງຟານບ້ານ... ໜ້າຄິດນຳກັນ ເພາະປະເທດໜຶ່ງຍ່ອມມີພາສາຖືກຕ້ອງມີຫຼັກໄວຍາກອນ ແລະ ໜ່ວຍງານຄຸ້ມຄອງ.
ໜັງສືພິມວຽງຈັນໃໝ່ ລົງວັນທີ 24/11/2016 ໜ້າ 2 ໄດ້ສະເໜີສຽງຈາກສະພາປະຊາຊົນນະຄອນຫຼວງ ໃນບັນດາບັນຫາຕ່າງໆ ໄດ້ມີການເວົ້າເຖິງເລື່ອງປ້າຍໂຄສະນາຢູ່ນຳ ເຊິ່ງສະເໜີຈາກປະຊາຊົນບ້ານສີເມືອງ ກ່ຽວກັບການຕິດປ້າຍໂຄສະນາ ສ່ວນໃຫຍ່ເປັນພາສາຕ່າງປະເທດ ພາສາລາວມີນ້ອຍ ຄວນສົ່ງເສີມພາສາລາວ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ ໄດ້ອະທິບາຍຊີ້ແຈງວ່າ: ດຽວນີ້ເຮົາມີດຳລັດ ນາຍົກລັດຖະມົນຕີ ເລກທີ 36/ລບ ລົງວັນທີ 29/1/2016 ໄດ້ກຳນົດຈະແຈ້ງກ່ຽວກັບການນຳໃຊ້ພາສາໃສ່ປ້າຍໂຄສະນາ ໂດຍເນັ້ນພາສາລາວເປັນຫຼັກ ແຕ່ມີຜູ້ປະກອບການຈຳນວນໜຶ່ງຍັງເອົາປ້າຍຕາມບໍລິສັດແມ່ຕັ້ງຢູ່ຕ່າງປະເທດ ພ້ອມນີ້ ການຄຸ້ມຄອງກວດກາໃນໄລຍະຜ່ານມາຍັງບໍ່ທັນເຂັ້ມງວດ ເນື່ອງຈາກການແບ່ງຂັ້ນຄຸ້ມຄອງລະຫວ່າງກະຊວງ ນະຄອນຫຼວງ ເມືອງ ແລະ ຂະແໜງໂຍທາທິການ ຍັງບໍ່ທັນເຂັ້ມງວດເພື່ອແກ້ໄຂ.
ບັນຫາດັ່ງກ່າວ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ແຕ່ງຕັ້ງຄະນະສະເພາະກິດປ້າຍຂຶ້ນ ເພື່ອຄຸ້ມຄອງ ກວດກາ ແລະ ແກ້ໄຂບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນວຽກງານປ້າຍ.
ຄວາມຈິງແລ້ວເຖິງແມ່ນວ່າເຮົາມີຄະນະຮັບຜິດຊອບສະເພາະກິດເຮັດໜ້າທີ່ນີ້ສະເພາະ ແຕ່ກໍ່ຍັງປາກົດມີບັນດາປ້າຍທີ່ຂຽນພາສາລາວ ຖືກໆ ຜິດໆ ຫຼາຍແຫ່ງທີ່ຂຽນພາສາລາວແບບຕາມໃຈ ເຊິ່ງບັນຫາດັ່ງກ່າວນີ້ ໄດ້ກາຍເປັນເລື່ອງທີ່ສັງຄົມນຳມາສົນທະນາກັນໃນວົງກາເຟ ຫຼື ຂຶ້ນເຟສບຸກ ເປັນປະຈຳ ເຊິ່ງກໍ່ໜ້າເຫັນໃຈຄະນະຮັບຜິດຊອບສະເພາະກິດຕາມທີ່ໄດ້ຖືກແຕ່ງຕັ້ງ ເພາະປ້າຍຂຽນພາສາລາວ ຜິດແດ່ ຖືກແດ່ ຍັງເຫັນຫຼາຍຢູ່.
ບັນຫາທີ່ພາສາລາວ ໃຊ້ຖືກ ແລະ ຜິດ ບໍ່ພຽງປາກົດມີໃນປ້າຍເທົ່ານັ້ນ ແຕ່ຍັງປາກົດມີໃນສື່ສິ່ງພິມ ວາລະສານ ຫຼື ແຜ່ນພັບທີ່ໂຄສະນາສິນຄ້າ ເຊິ່ງເລື່ອງພາສາ ຫຼື ການນຳໃຊ້ພາສາໃຫ້ຖືກຕ້ອງ ຕາມທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຖືເປັນບັນຫາສຳຄັນ ແລະ ຈະໄດ້ເຮັດຢ່າງເຂັ້ມງວດ ມີຄຳເຫັນຈາກຫຼາຍຝ່າຍເລື່ອງປ້າຍໂຄສະນາວ່າ: ຢາກໃຫ້ເຂັ້ມງວດບ່ອນຜະລິດປ້າຍ (ໂຮງງານ) ຕ້ອງແມ່ນທີ່ການຈັດຕັ້ງອະນຸມັດ ຫາກບໍ່ແມ່ນເຮັດຕາມໃຈ ແລ້ວເອົາມາຕິດຕັ້ງໂລດ ບັນຫານີ້ຄົງຂໍຄວາມຊ່ວຍເຫຼືອຈາກຄະນະສະເພາະກິດລົງກວດການໍ? ຫາກເຫັນປ້າຍໃດທີ່ບໍ່ຜ່ານບໍ່ຖືກຕ້ອງ ຄວນເລີກຮື້ ແລະ ສືບສວນຫາທີ່ມາທີ່ໄປເພື່ອລົງໂທດ ບໍ່ຊັ້ນພວກມັກງ່າຍທັງຫຼາຍຈະບໍ່ເຂັດຫຼາບ ຫາງສຽງສັງຄົມສ່ອງແສງຕື່່ມວ່າ: ຫາກການກວດກາເຂັ້ມງວດ ມີການເລີກຮື້ ແລະ ລົງໂທດ ຄິດວ່າບັນຫາປ້າຍຄົງຖືກແກ້ໄຂ...
ຂໍເປັນກຳລັງໃຈໃຫ້ຄະນະສະເພາະກິດ.