ວັນເສົາ ທີ 16 ກຸມພາ 2019 17:13:13
ບົນເສັ້ນທາງສຸຂະພາບນັ້ນ ກີລາ ແລະ ສຸລາ ຢູ່ກັນຄົນລະໂລກ ມີກີລາແລ້ວບໍ່ມີສຸລາ ຖ້າດື່ມສຸລາແລ້ວ ກໍ່ບໍ່ຫຼິ້ນກີລາ ແຕ່ຢູ່ບ້ານເມືອງເຮົາດຽວນີ້ ກີລາ ແລະ ສຸລາ ໄດ້ແຮກສ່ຽວກັນຢ່າງແນບແໜ້ນ ຫຼັງຈາກຕີກ໋ອຟ ກໍ່ຕ້ອງສະຫຼຸບກັນຢູ່ຮ້ານສຸລາບາຢອງ ຫຼັງຈາກແຂ່ງກີລາເຕະບານ ກະຕໍ້ ປິງປ່ອງ ໝາກຂົນໄກ່ ແລະ ອື່ນໆ ກໍ່ຕ້ອງສະຫຼອງກັນດ້ວຍນ້ຳຕາຜີເຜດ ສຳລັບກີລາບູນນັ້ນ ບໍ່ໃຫ້ເວົ້າ ບູນກັບເບຍໄປນຳກັນອ່ອງລ່ອງ ເພາະໂຕ “ບ” ຄືກັນ ກີລານີ້ ໄດ້ກໍ່ກິນ ເສຍກໍ່ກິນ ມີຜູ້ເຫຍັ້ນແບບໄຫຼເຕົ້າກ້ຽວໄປວຽນມາ ເລື່ອງເຫຼົ້າຢາປາແປ້ງນັ້ນ ກິນມ່ວນກັນກໍ່ບໍ່ວ່າຫຍັງ ຖ້າຮູ້ຄວາມພໍດີ ແຕ່ການເອົາເຫຼົ້າເຂົ້າມາແຮກສ່ຽວກັບກີລານັ້ນ ຄວນຄະລຳແທ້ ແທ້ ເພາະມັນຄົນລະເລື່ອງ.