ວັນອາທິດ ທີ 17 ກຸມພາ 2019 07:22:01
ໂດຍ: ບ່າວກະບື
ບົດຮຽນຊົ່ວໂມງທີໜຶ່ງ ຢູ່ຫ້ອງ ປ.ໜຶ່ງ ມື້ນີ້ແມ່ນການບວກເລກ ນັກຮຽນທຸກຄົນຕັ້ງໃຈຟັງເອື້ອຍຄູອະທິບາຍວິທີສົມເລກ ນັບແຕ່ຈຳນວນໜ້ອຍຮອດຈຳນວນຫຼາຍ ສຸດທ້າຍ ເພື່ອທົດສອບຄວາມເຂົ້າໃຈຂອງນັກຮຽນ ເອື້ອຍຄູໄດ້ເອີ້ນ ແອຕູ່ນ ຂຶ້ນໄປຢືນຢູ່ຕໍ່ໜ້າໝູ່ ແລ້ວຕັ້ງບັ້ງໂຈດເລກໃຫ້ແກ້.
ຄູ: “ດຽວນີ້ໃຫ້ຫຼານບວກເລກເບິ່ງ ແຕ່ຄູຊິຍົກຕົວຢ່າງໃຫ້ເບິ່ງກ່ອນ ຄື: 2 ບວກ 2 ເປັນ 4 ແລ້ວ 3 ບວກ 2 ເດ ເປັນຫຍັງ ?”.
ແອຕູ່ນ: “(ຢືນຊຶງ ຄິດໄປຄິດມາດົນເຕີບ) ... ໂອຍ ! ຫຼານບໍ່ຮູ້ດອກ... ເອື້ອຍໂລດບວກແຕ່ແນວງ່າຍໆ ແນວຍາກແລ້ວໃຫ້ຫຼານບວກ”.
ຄູ: !!?