ວັນເສົາ ທີ 23 ກຸມພາ 2019 17:52:52

The Guardian ສື່ດັງອັງກິດ ລະບຸວ່າ ຫຼຸຍ ຟານ ກາວ ຜູ້ຈັດການທີມຈອມລະບຽບຂອງແມນເຊສເຕີ ຢູໄນເຕັດ ກຽມຈະພິຈາລະນາປ່ອຢ 6 ນັກເຕະດັງ ອອກຈາກທີມທີ່ສະແດງຄວາມສາມາດບໍ່ອອກ ແລະ ຫຼິ້ນບໍ່ເຂ້ົາລະບົບຂອງຕົນ.

ຈາກການເປິດເຜີຍຂອງວົງໃນຄະນະບໍລິຫານ ແມນເຊສເຕີ ຢູໄນເຕັດ ທີ່ທຸ່ມງົບປະມານກ້ອນໃຫຍ່ໃຫ້ຜູ້ຈັດການຊາວໂຮນ ລັງຊື້ນັກເຕະໃໝ່ເສີມທັບເພື່ອກັບມາຊີງບັນລັງແຊັມອີກຄັ້ງ ຈຶ່ງຈຳເປັນຕ້ອງຍົກເຄື່ອງນັກເຕະໃນທີມຊຸດປັດຈຸບັນຊຸດໃຫຍ່ຢູ່ຕະຫຼອດ.

ໂດຍຫຼ້ສຸດ "The Guardian" ເຊື່ອວ່າ 6 ນັກເຕະທີ່ແມນຢູຈະປ່ອຍອອກໄປໄລຍະເປິດຕະຫຼາດຮອບ 2ນີ້ ປະກອບດ້ວຍ ໂຣບິນ ຟານ ເພີຊີ່, ຣາດາເມວ ຟັນເກົາ, ຟິວ ໂຈນ, ຄຣິສ ສະມໍລິ່ງ, ຈອນນີ່ ອີແວນ ແລະ ຣາຟາເອວ ດາຊິວວາ.

ຂະນະທີ່ 5 ຈາກ 6 ນັກເຕະ ຍັງເຫຼືອສັນຍາໃນຖິ່ນໂອລແທຣບຟອດອີກ 18 ເດືອນ ຍົກເວ້ັນ ຣາດາເມວ ຟັນເກົາ ຄາດໜ້າຈະຍ້າຍກັບ ໂມນາໂກ ຫຼັງໝົດສັນຍາຢືມຕົວ.