ວັນອັງຄານ ທີ 10 ທັນວາ 2019 20:13:39

ບ໊ອບ ອາຣໍາ ໂປຣໂມເຕີຄົນດັງ ຕ້ົນສັງກັດຂອງແມນນີ່ ປາກຽວ ຍອດນັກຊົກຊາວຟິລິບປິນ ເປີດເຜີຍວ່າ ການຂຶ້ນຊົກຄັ້ງຍິ່ງໃຫຍ່ກັບ ຟລອຍ ເມເວດເທີ ອາດຈະມີຂຶ້ນປະມານເດືອນເມສາ-ມິຖຸນາ 2015 ແທນທີ່ຈະເປັນໄລຍະວັນທີ 2 ພຶດສະພາ ຫຼືກົງກັບເທດສະການຊິນໂຊ່ ເດີ ມາໂຢ ຂອງເມັກຊິກ ຕາມທີ່ເຄີຍເປັນຂ່າວໄປກ່ອນໜ້ານີ້.

ຟລອຍ ເຊິ່ງມັກຂຶ້ນຊົກກັບນັກຊົກເມັກຊິກ ໃນໄລຍະເທດສະການດັ່ງກ່າວສະເໝີ ເຊິ່ງເປັນເທດສະການສະເຫຼີມສະຫຼອງໄຊຊະນະຂອງເມັກຊິກທີ່ມີເໜືອຝຣັ່ງ ໃນເສິກປູເອວບລາ ວັນທີ 5 ພຶດສະພາ 1862 ແຕ່ ອາຣໍາ ເປີດເຜີຍວ່າ "ເດືອນເມສາ ຫຼື ມິຖຸນາ ໜ້າຈະເປັນໄລຍະເວລາທີ່ເໝາະສົມກວ່າສຳລັບນັດນີ້ (ເມເວດເທີ-ປາກຽວ) " ອາຣໍາ ກ່າວກັບເທເລກຣາຟ ໂດຍລະບຸວ່າກຳລັງເຈລະຈາ ຊາອູນ ອັນວາເຣຊ ນັກຊົກເມັກຊິກ ກັບ ມິເກວ ຄອດໂຕ ຂຶ້ນຊົກໃນໄລຍະເທດສະການດັ່ງກ່າວ ແລະ ເຫັນວ່າ ຫາກຟລອຍ ຂຶ້ນຊົກໃນໄລຍະດຽວກັນ ຈະເປັນການບໍ່ໃຫ້ກຽດນັກຊົກເມັກຊິກ.

ດ້ານແມັກ ເຄວເລີແມນ ຜູ້ບັນຍາຍຂອງເອຊບີໂອ ຍັງເຊື່ອໝັ້ນວ່າ ນັດຢຸດໂລກຈະຍັງມີຂຶ້ນແນ່ນອນ "ຂ້ອຍບໍ່ເຊື່ອວ່າ ຟລອຍ ຈະຊົກກັບ ປາກຽວໃນໄລຍະເດືອນພຶດສະພາ ເນື່ອງຈາກສັ້ນເກີນໄປສຳລັບການປະຊາສໍາພັນ ຟລອຍ ອາດຈະຊົກກັບໃຜສັກຄົນໄລຍະນັ້ນ ເຊິ່ງອາດຈະເປັນ ອາເມຍ ຂ່ານ ສ່ວນນັດຂອງທັງສອງໜ້າຈະມີຂຶ້ນປະມານເດືອນກັນຍາ".