ວັນສຸກ ທີ 22 ກຸມພາ 2019 17:20:01

ເຊວຊີ ໄລ່ຖະຫຼົ່ມ ສະປໍຕິ້ງ ລິສບອນ ຫາຍຫ່ວງ 3-1 ເຕະບານ ຢູຟ່າແຊມປຽນລີກ ຮອບແບ່ງກຸ່ມ ກຸ່ມ Gຂະນະທີ່ ບາເຊໂລນ່າ ຊະນະ ປາຣີສ ແຊງ ແຊກແມງ 3 - 1 ກຸ່ມ F.

ເຕະບານ ຢູຟ່າແຊມປຽນລີກ ຮອບແບ່ງກຸ່ມ ກຸ່ມ Gທີ່ສະໜາມ ສະແຕມຟອດ ບຣິດ ວັນພຸທທີ 10 ທັນວາ 2014 ເກມລະຫວ່າງ ເຊວຊີ ຕ້ອນຮັບການມາຢາມຂອງ ສະປໍຕິ້ງ ລິສບອນ ໂດຍເກມນີ້ ເຊວຊີລົງສະໜາມວັນນີ້ເຂົ້າຮອບໃນຖານະແຊມກຸ່ມໄປແລ້ວ ເຮັດໃຫ້ ໂຈເຊ່ ມູຣິນໂຢ່ ຈັດຕົວຜູ້ຫຼິ້ນແບບທໍາມະດາໆ ສ່ົງຕົວທີ່ບໍ່ຄ່ອຍໄດ້ໂອກາດລົງຕົວຈິງໃນວັນນີ້ ທັງ ອັງເດຣ ຊູເລ່,ໂມຮາເໝັດ ຊາລາ,ຈອນ ໂອບີ ມິເກວ,ເຄິດ ຊູມ່າ ລວມໄປເຖິງ ປີເຕີ ເຊັກ ແຕ່ ດິເອໂກ້ ຄອສຕ້າ ແລະ ເຊສ ຟາເບຣກັສ ຕົວຈິງຂາປະຈຳມີຊື່ຊ່ວຍທີມດ້ວຍ ແລະ ຜົນປາກົດວ່າ ເຊວຊີ ໄລ່ຖະຫຼົ່ມ ສະປໍຕິ້ງ ລິສບອນ ຫາຍຫ່ວງ 3-1 ໂດຍເຊວຊີໄດ້ປະຕູຈາກ ເຊສ ຟາເບຣກັສ ຍິງຈຸດໂທດນາທີ 7 ອັງເດຣ ຊູເລ່ ນາທີ 16 ແລະ ຈອນ ໂອບີ ມິເກວ ນາທີ 56 ສ່ວນ ທີມຢາມ ສະປໍຕິ້ງ ລິສບອນ ໄດ້ຈາກການຍິງ ຂອງ ໂຈນາທານ ຊິວວາ ນາທີທີ່ 50 ເມື່ອຄົບ 90 ນາທີ ເຊວຊີ ເອົາຊະນະແບບໄຮ້ບັນຫາ 3-1 ຄວ້າແຊມກຸ່ມຕັ້ງແຕ່ກ່ອນແຂ່ງ ພ້ອມສ້າງສະຖິຕິຍິງປະຕູຫຼາຍທີ່ສຸດໃນຮອບແບ່ງກຸ່ມ 17 ລູກ ສ່ວນ ລິສບອນ ຕົກຮອບ ຕ້ອງໄປເຕະຢູໂຣປາ ລີກແທນ.

ສ່ວນຜົນຄູ່ອື່ນ

- ຢູຟ່າ ແຊມປຽນລີກ ກຸ່ມ E

ໂຣມ່າ 0:2 ແມນເຊສເຕີ ຊິຕີ, ບາເຢິນ ມິວນິກ 3:0 ຊີເອສເຄເອ ມົສກູ.

- ຢູຟ່າ ແຊມປຽນລີກ ກຸ່ມ F.

ບາເຊໂລນ່າ 3:1 ປາຣີສ ແຊງ ແຊກແມງ, ອາແຈ໊ກ 4:0 ອາໂປເອວ ນິໂຄເຊຍ.

- ຢູຟ່າ ແຊມປຽນລີກ ກຸ່ມ G.

ເອັນເຄ ມາຣິບໍ 0:1 ຊາວເກ 04, ເຊວຊີ 3:1 ສະປໍຕິ້ງ ລິສບອນ.

- ຢູຟ່າ ແຊມປຽນລີກ ກຸ່ມ H.

ປໍໂຕ້ 1:1 ຊັກຕາ ໂດເນັດ, ບິວເບົາ 2:0 ບາເຕ້ ບໍຣິຊອຟ.

ສະຫຼຸບທີມທີ່ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍຂອງເຕະບານ ຢູຟ່າ ແຊມປຽນ ລີກ ປະຈຳລະດູການ 2014-15.

ແຊມກຸ່ມ - ແອດເລຕິໂກ ມາດຣິດ (ແອັດສະປາຍ), ຣີວ ມາດຣິດ (ແອັດສະປາຍ), ອາແອສ ໂມນາໂກ (ຝຣັ່ງ), ໂບຣຸສເຊຍ ດອດມຸນ (ເຢຍລະມັນ), ບາເຢິນ ມິວນິກ (ເຢຍລະມັນ), ບາເຊໂລນ່າ (ແອັດສະປາຍ), ເຊວຊີ (ອັງກິດ), ເອຟຊີ ປໍໂຕ້ (ປອກຕຸຍການ)

ຮອງແຊມກຸ່ມ- ຢູເວນຕຸສ (ອິຕາລີ), ເອຟຊີ ບາເຊິ່ນ (ສະວິດ), ໄບເອີ ເລເວີຄູເຊ່ນ (ເຢຍລະມັນ), ອາເຊນ່ອນ (ອັງກິດ), ແມນເຊສເຕີ ຊິຕີ (ອັງກິດ), ປາຣີສ ແຊງ-ແຊກແມງ (ຝຣັ່ງ), ຊາວເກ້ 04 (ເຢຍລະມັນ), ຊັກຕາ ໂດເນັດ (ອູແກຣນ).

*ໝາຍເຫດ: ການຈັບສະຫຼາກປະກົບຄູ່ຮອບ 16 ທີມສຸດທ້າຍ ຈະມີຂຶ້ນໃນວັນຈັນທີ 15 ທັນວານີ້ ເຊິ່ງທີມຈາກຊາດດຽວກັນ ແລະ ທີມທີ່ຫາກໍຢູ່ໃນກຸ່ມດຽວກັນຂອງຮອບແບ່ງກຸ່ມ ຈະບໍ່ມີທາງຖືກຈັບມາຊົນກັນເອງ.