ວັນອາທິດ ທີ 17 ກຸມພາ 2019 06:09:11

ໂດຍ: ແນວລາວ

ວັນທີ 24 ແລະ 25 ກາຍມານີ້ ຜູ້ຂຽນໄດ້ຖືກເຊີນໄປຂຶ້ນຫ້ອງສອນຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ (ທ່າງ່ອນ) ຂອງຄະນະວິຊາໂຄສະນາອົບຮົມ ເຊິ່ງລຸ້ນນີ້ຫຼາຍກວ່າປີກ່ອນ ຄືມີ 12 ຄົນ ວິຊາທີ່ສອນແມ່ນ ພາກວິຊາເຕັກນິກການຂຽນບົດປະເພດຕ່າງໆ ຄະນະວິຊານີ້ສຳເລັດໄປແລ້ວ 1 ລຸ້ນ ປັດຈຸບັນແມ່ນລຸ້ນທີ 2 ນັກສຶກສາສ່ວນໃຫຍ່ແມ່ນພະນັກງານມາຮຽນຕໍ່ ມີພະນັກງານໂຄສະນາອົບຮົມນຳແດ່ ? ຖືວ່າເປັນການສ້າງບຸກຄະລາກອນທີ່ເປັນລະບົບຄືວິຊາອື່ນຢູ່ໃນຊັ້ນປະລິນຍາຕີ.

ຍ້ອນວ່າເປັນຄົນອາຊີບດຽວກັນ ການຂຶ້ນຫ້ອງສອນຈຶ່ງມີລັກສະນະແລກປ່ຽນ ແລະ ແບ່ງປັນຄວາມຮູ້ສຶກນຶກຄິດຕ່າງໆສູ່ກັນຟັງຫຼາຍກວ່າ... ໂດຍໄດ້ເນັ້ນໃສ່ການເຜີຍແຜ່ແນວທາງນະໂຍບາຍຂອງພັກລັດ ລົງສູ່ປະຊາຊົນບັນດາເຜົ່າຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.

ພວກເຮົາຕ່າງຮັບຮູ້ວ່າ ການເຜີຍແຜ່ແນວທາງນີ້ຕ້ອງໄດ້ມີເອກະສານເປັນບ່ອນອີງ ເຊິ່ງຜ່ານມາຄະນະໂຄສະນາອົບຮົມສູນກາງ ໄດ້ສ້າງເອກະສານຫຼາຍຢ່າງທີ່ປິ່ນອ້ອມແນວທາງຂອງພັກ ໂດຍສະເພາະແມ່ນເອກະສານເຜີຍແຜ່ເນື້ອໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກເຮົາ... ນອກນັ້ນກໍ່ມີເອກະສານອົບຮົມຄວາມຮູ້ພື້ນຖານການເມືອງ-ການປົກຄອງ ແລະ ສ້າງບ້ານພັດທະນາ.

ຫາກເວົ້າເຖິງພະນັກງານທີ່ເຮັດວຽກໂຄສະນາໄດ້ຜ່ານການຮຽນເປັນລະບົບຄັກແນ່ຂອງວິຊານີ້ແມ່ນມີໜ້ອຍທີ່ສຸດ ສ່ວນຫຼາຍແມ່ນຈົບວິຊາອື່ນ ດັ່ງຜູ້ຂຽນເອງກໍ່ຮຽນຈົບການເງິນສະຫະກອນກະເສດ ຈົບວິຊາປົກຄອງ ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງຮຽນຮູ້ດ້ວຍຕົນເອງຫຼາຍຂຶ້ນ... ດີແຕ່ວ່າເອກະສານຕ່າງໆກ່ຽວກັບວຽກນີ້ເປັນພາສາຫວຽດນາມມີຫຼາຍ.

ນັກສຶກສາກໍ່ສົນໃຈເລື່ອງນີ້ ແຕ່ກໍ່ຕອບສະໜອງໄດ້ ເພາະວ່າໂຄສະນາອົບຮົມສູນກາງເພິ່ນເຄີຍໄດ້ຈັດຕັ້ງຊຸດບຳລຸງວິຊາການມາແລ້ວສອງຊຸດ ສະນັ້ນ ເອກະສານອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາອົບຮົມ ເຊິ່ງເພິ່ນຈັດພິມຮັບໃຊ້ພາຍໃນມາແຕ່ປີ 2013 ຈຶ່ງມີຄຸນຄ່າສຳລັບນັກສຶກສາ.

ໃນຖານະທີ່ຢູ່ໃນວົງການສື່ມວນຊົນມາຫຼາຍປີຜູ້ຂຽນຈຶ່ງຮີບໂຮມ-ຮຽບຮຽງເອກະສານໜຶ່ງຂຶ້ນມາ ເຊິ່ງເບື້ອງຕົ້ນເອີ້ນວ່າ: ເອກະສານຫຼັກສູດປະລິນຍາຕີ ໂຄສະນາອົບຮົມ ພາກວິຊາ: “ເຕັກນິກການຂຽນບົດປະເພດຕ່າງໆ...” ອອກມາເພື່ອຮັບໃຊ້ການສິດສອນ... ບໍ່ທໍ່ນັ້ນ ຍັງມີເອກະສານທີ່ເວົ້າເຖິງການຂຽນຂ່າວຂຽນບົດຮັບໃຊ້ວາລະສານໂຄສະນາຕື່ມອີກ ມອບຕິດມືໃຫ້ນັກສຶກສາ ຄິດວ່າຈະມີປະໂຫຍດເວລາພວກເພິ່ນເຮັດວຽກຕົວຈິງ.

ຜູ້ຂຽນຮູ້ສຶກດີໃຈທີ່ມີຜູ້ສົນໃຈວຽກນີ້ ແລະ ຕ້ອງການຍົກລະດັບທາງວິຊາການຂອງວຽກນີ້ໃຫ້ດີຂຶ້ນ ສະນັ້ນ ເວລາລົມກັບນັກສຶກສາຈຶ່ງເວົ້າຢິກແກມຢອກວ່າ: ຂົງເຂດເສດຖະກິດເວລາປະຊຸມເພິ່ນອາດມີຊອງຂາວ ແຕ່ພວກເຮົາເວລາປະຊຸມມີເອກະສານມອບໃຫ້ກັນ ຖືວ່າສຳຄັນເຊັ່ນກັນ.

ຢາກເລົ່າສູ່ເພື່ອນຜູ້ອ່ານຮູ້ວ່າ: ການກໍ່ສ້າງຊັບພະຍາກອນມະນຸດຢູ່ບ້ານເຮົາ ດຽວນີ້ພວມເປັນກະແສທີ່ມາແຮງໃນທຸກຂົງເຂດແບບບຸກທະລຸ ພະນັກງານພວກເຮົາບໍ່ລໍຖ້າແຕ່ການຈັດຕັ້ງສົ່ງໄປຮຽນ ພວກເພິ່ນສ້າງເງື່ອນໄຂໄປຮຽນໄປຍົກລະດັບໂດຍທຶນຮອນຂອງຕົນເອງກໍ່ມີ ອັນນີ້ເປັນເລື່ອງທີ່ໜ້າສັນລະເສີນແທ້ໆ... ຂໍອວຍພອນໃຫ້ທຸກທ່ານສຳເລັດຜົນໃນການສຶກສາຮ່ຳຮຽນ.