ວັນສຸກ ທີ 22 ກຸມພາ 2019 16:47:24

ສະມາຄົມເຕະບານຣັດເຊຍຍອມຮັບບໍ່ມີເງິນຈ່າຍຄ່າຈ້າງໃຫ້ຟາບິໂອ ຄາເປວໂລ່ ຜູ້ຈັດການທີມຊາດຣັດເຊຍຊຸດສູ້ເສິກບານໂລກ 2018 ທີ່ຣັດເຊຍເປັນເຈ້ົາພາບ.

ເມື່ອວັນທີ 12 ພະຈິກທີ່ຜ່ານມາ ທ່ານ ເຊີເກ ສະເຕປາຊິນ ກໍາມະການບໍລິຫານສະມາຄົມເຕະບານຣັດເຊຍ ໃຫ້ສໍາພາດສຳນັກຂ່າວອິນເຕີແຟັກ ຂອງຣັດເຊຍວ່າ ຕອນນີ້ສະມາຄົມເຕະບານບໍ່ມີເງິນພໍທີ່ຈະຈ່າຍຄ່າຈ້າງມະຫາສານປີລະ 9 ລ້ານເອີໂຣ ໃຫ້ກັບຜູ້ຈັດການຊາວອິຕາລີຄົນນີ້.

“ຂ້ອຍສາມາດເວົ້າໄດ້ວ່າ ສະຫະພັນເຕະບານຣັດເຊຍບໍ່ມີເງິນຫຼາຍພໍທີ່ຈະຈ່າຍເງິນເດືອນຄາເປວໂລ່ ມັນບໍ່ແມ່ນເລື່ອງພູມໃຈອັນໃດເລີຍ ເມື່ອເຮົາບໍ່ມີເງິນຈະຈ່າຍໃຫ້ກັບຫົວໜ້າໂຄ໊ຊທີມຊາດ ເຊິ່ງພວກເຮົາເປັນໜີ້ເຂົາ ຢ່າງໃດກໍຕາມ ເມື່ອຕອນທີ່ເຮົາເຊັນສັນຍານັ້ນ ຄວນຈະຄິດເຖິງແຫຼ່ງເງິນທຶນທີ່ຈະນຳມາຈ່າຍຄ່າຈ້າງໃຫ້ເຂົາ ທຸກວັນນີ້ເຮົາຈຳເປັນຕ້ອງຫາແຫຼ່ງເງິນທຶນມາຈ່າຍໃຫ້ກັບຜູ້ຈັດການຊາວອິຕາລີຄົນນີ້” ທ່ານ ສະເຕປາຊິນ ກ່າວ.

ສຳນັກຂ່າວອິນເຕີແຟ໊ກ ລະບຸວ່າ ຄາເປວໂລ່ ບໍ່ໄດ້ຮັບເງິນຄ່າຈ້າງຈາກສະຫະພັນເຕະບານຣັດເຊຍມາຕະຫຼອດ 5 ເດືອນຫຼັງສຸດ.