ຂ່າວຫຼ້າສຸດ

ສິ່ງ​ຄວນ​ຮູ້​ໃນ​ເມື່ອ​ສື່​ກາຍ­ເປັນ​ສິນ­ຄ້າ

2.519 13 ພ.ຈ. 2014 ນານາສາລະ

ໂດຍ: ແນວ​ລາວ

ມື້­ກ່ອນ​ເຂົ້າ​ເບິ່ງ​ເວບ​ໄຊ​ວຽງ​ຈັນ​ໃໝ່ ໂດຍ​ສະ­ເພາະ​ໃນ​ຄໍ​ລຳ​ນາ­ນາ​ສາ­ລະ​ຂອງ​ພວກ​ເຮົາ... ຮູ້­ສຶກ​ດີ­ໃຈ​ທີ່​ເຫັນ​ເພື່ອນ​ຜູ້​ອ່ານ​ຫຼາຍ​ທ່ານ​ເຂົ້າ​ເບິ່ງ ແລະ ມີ​ຄຳ​ເຫັນ ເຊິ່ງ​ໃນ​ແຕ່​ລະ​ຫົວ​ບົດ​ມີ​ຜູ້​ເຂົ້າ​ເບິ່ງ​ສູງ​ເຖິງ 2 ພັນ​ກວ່າ​ຄົນ​ກໍ່​ມີ.

ຍ້ອນ​ວ່າ​ໄດ້​ເວົ້າ​ໃນ​ບົດ​ກ່ອນ​ວ່າ​ຈະ​ສະ­ເໜີ​ບົດ­ຮຽນ​ທີ່​ພວກ​ເຮົາ​ຄວນ​ຮູ້ ຜ່ານ​ການ​ເຝິກ­ອົບ­ຮົມ​ຢູ່​ຫວຽດ­ນາມ ສະ­ນັ້ນ ຈຶ່ງ​ຂໍ​ຢ້ອນ​ຄືນ​ຫົວ​ບົດ “ຜະ­ລິດ​ຕະ​ພັນ​ສື່​ມວນ​ຊົນ ແມ່ນ​ສິນ­ຄ້າ” ເຊິ່ງ​ລົງ​ພິມ​ໃນ​ວັນ​ທີ 5/11/2014 ຜ່ານ​ມາ​ຮອດ​ວັນ​ທີ 9/11/2014 ຜູ້​ຂຽນ​ເຂົ້າ​ເບິ່ງ​ມີ​ຜູ້​ເຂົ້າ​ເບິ່ງ 100 ກວ່າ​ຄົນ ໃນ​ນັ້ນ​ມີ​ຄຳ​ເຫັນ​ຂອງ​ທ່ານ ບຸນ​ສຸ­ລິນ ໃນ​ວັນ​ທີ 9/11/2014 ຖື​ວ່າ​ເປັນ​ຄຳ​ເຫັນ​ທີ່​ເປັນ​ປະ­ໂຫຍດ​ສຳ­ລັບ​ຜູ້​ຂຽນ​ນໍ !

ສຳ­ລັບ​ການ​ຕັ້ງ​ບັນ­ຫາ​ຂອງ​ເພິ່ນ​ຕໍ່​ຄຳ​ມ້ວນ­ທ້າຍ​ຂອງ​ບົດ​ທີ່​ວ່າ: ຜະ­ລິດ​ຕະ​ພັນ​ສື່​ມວນ​ຊົນ ແມ່ນ​ສິນ­ຄ້າ ສະ­ນັ້ນ ຜະ­ລິດ​ຕະ​ພັນ​ຕ້ອງ​ດີ ຈຶ່ງ​ສາ­ມາດ​ແກ່ງ​ແຍ້ງ​ໃນ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ​ໄດ້... ນັ້ນ​ເພິ່ນ​ເປັນ​ຫ່ວງ​ວ່າ ມັນ​ຊິ​ບໍ່​ມີ​ການ​ຈ່າວ​ຂາຍ​ແບບ​ສິນ­ຄ້າ​ທົ່ວ​ໄປ​ບໍ່?.

ຂໍ​ຕອບ​ເລີຍ​ວ່າ​ມີ​ການ​ຈ່າວ​ຂາຍ​ແບບ​ນັ້ນ​ແທ້ ? ໃນ​ອະ­ນາ­ຄົດ ສ່ວນ​ຢູ່​ຫວຽດ­ນາມ ເປັນ​ແນວ​ນັ້ນ­ແລ້ວ... ເວ­ລາ​ພວກ​ເຮົາ​ໄປ​ເຝິກ​ກໍ່​ມີ​ຫົວ­ຂໍ້​ທີ່​ເວົ້າ​ເຖິງ​ຜູ້​ບໍ­ລິ­ໂພກ​ສື່​ມວນ​ຊົນ ຂໍ­ອະ­ນຸ­ຍາດ​ແປ​ເອງ ສ່ວນ​ພາ­ສາ​ອັງ­ກິດ​ແມ່ນ Public Relations (PR).

ຜູ້​ຂຶ້ນ​ໃຫ້​ບົດ­ຮຽນ​ແມ່ນ​ຮອງ​ສາ​ສະ​ດາ​ຈານ ປະ­ລິນ­ຍາ​ເອກ ລົງ​ເລິກ​ສື່​ມວນ​ຊົນ ເພິ່ນ​ເຈາະ​ເລິກ​ທັງ​ແງ່​ບວກ ແລະ ແງ່​ລົບ ຫຼື ຈະ​ເວົ້າ​ແບບ​ເຂົ້າ­ໃຈ​ງ່າຍ​ກໍ່​ແມ່ນ​ການ​ຕະ­ຫຼາດ​ຂອງ​ສື່​ມວນ​ຊົນ... ເພາະ­ວ່າ​ໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວ­ສານ​ນີ້ ພວກ​ສື່​ສິ່ງ​ພິມ​ມີ​ໂອ­ກາດ​ຢູ່​ລອດ​ໄດ້​ຍາກ ສະ­ນັ້ນ ການ​ຕະ­ຫຼາດ​ບໍ່​ເກັ່ງ... ບໍ່​ຮູ້​ກຸ່ມ​ເປົ້າ​ໝາຍ​ຫຼະ​ແມ່ນ​ສ່ຽງ​ແທ້ໆ.

ເມື່ອ​ເປັນ​ແນວ​ນັ້ນ ບຸກ​ຄະ­ລາ​ກອນ​ສື່​ມວນ​ຊົນ ກໍ່​ຕ້ອງ​ປັບ­ປຸງ​ຕົນ​ເອງ... ພະ­ນັກ­ງານ​ປະ­ຈຳ​ກໍ່​ຫຼຸດ​ລົງ​ໜ້ອຍ​ທໍ່​ໃດ​ແຫ່ງ​ດີ ແຕ່​ຫັນ​ໄປ​ສູ່​ເພື່ອນ​ຮ່ວມ​ງານ​ຫຼາຍ​ຂຶ້ນ ໂດຍ​ລົງ​ເລິກ​ເພື່ອນ​ຮ່ວມ​ງານ​ສາຍ​ວິ­ຊາ​ການ ການ​ຈ້າງ​ງານ (ຄ່າ​ປາກ­ກາ) ກໍ່​ສູງ​ຂຶ້ນ​ຕາມ​ຄຸ­ນະ­ພາບ​ຂອງ​ບົດ-ຂ່າວ ໂດຍ​ມີ​ສະ­ພາ​ບັນ­ນາ­ທິ­ການ​ເປັນ​ຜູ້​ຕັດ­ສິນ...

ສ່ວນ​ການ​ຄຸ້ມ​ຄອງ​ນັ້ນ​ແມ່ນ​ເອົາ​ກົດ­ໝາຍ ໂດຍ​ມີ​ກົດ­ໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ເປັນ​ຫຼັກ... ຜິດ​ຖື​ກວ່າ​ກັນ​ດ້ວຍ​ກົດ­ໝາຍ ເຊິ່ງ​ຜ່ານ​ມາ​ກໍ່​ມີ​ບົດ​ລົງ­ໂທດ​ສື່​ມວນ​ຊົນ​ດ້ວຍ​ການ​ປັບ­ໄໝ ຫຼື ຕັດ​ອິດ­ສະ­ຫຼະ­ພາບ​ນັກ​ຂ່າວ​ກໍ່​ມີ.

ການ​ເກີດ​ຂຶ້ນ​ຂອງ​ສິນ­ຄ້າ​ສື່​ມວນ​ຊົນ​ນີ້ ມັນ​ສ້າງ​ຜົນ​ສະ­ທ້ອນ​ທີ່​ດີ​ໄປ​ຮອດ​ບ່ອນ​ບຳ­ລຸງ ແລະ ກໍ່­ສ້າງ​ນັກ​ຂ່າວ (ມະ­ຫາ­ວິ­ທະ­ຍາ­ໄລ​ຕ່າງໆ) ເພາະ​ຜ່ານ​ມາ​ມີ​ແຕ່​ກໍ່­ສ້າງ ແຕ່​ບໍ່​ໄດ້​ກວດ­ກາ​ເບິ່ງ​ຜະ­ລິດ​ຕະ​ພັນ​ທີ່​ນັກ​ຂ່າວ​ສ້າງ­ສັນ​ອອກ​ມາ​ວ່າ​ເປັນ​ແນວ­ໃດ ?.

ຕໍ່​ໄປ​ນີ້​ອາ­ຈານ​ສອນ​ນັກ​ຂ່າວ​ຕ້ອງ​ແມ່ນ​ຜູ້​ຜະ­ລິດ​ຄື​ກັນ ໝາ­ຍວ່າ ຕ້ອງ​ເປັນ​ນັກ​ຂ່າວ-ນັກ​ຂຽນ ທີ່​ມີ​ສີ­ມື​ດີ ຈຶ່ງ​ຈະ​ສາ­ມາດ​ກວດ​ຜະ­ລິດ​ຕະ​ພັນ​ຂອງ​ນັກ​ສຶກ​ສາ​ຂະ­ແໜງ​ນີ້​ໄດ້ ບໍ່​ເທົ່າ​ນັ້ນ ຍັງ​ເປັນ​ແບບ­ຢ່າງ​ໃຫ້​ນັກ​ສຶກ​ສາ​ໄດ້​ຮຽນ​ຮູ້​ເອົາ​ປະ­ສົບ​ປະ­ການ... ຫາກ​ບໍ່​ແມ່ນ​ວ່າ​ສອນ​ນັກ​ຂ່າວ ແຕ່​ບໍ່​ເຫັນ​ຂ່າວ-ບົດ​ລົງ​ຕາມ​ສື່​ມວນ​ຊົນ​ພໍ 10 ບົດ.

ຍັງ​ບໍ່​ວ່າ​ເຖິງ​ບັນ­ນາ­ທິ­ການ ຕ້ອງ​ແມ່ນ​ມື​ອາ­ຊີບ​ແທ້ໆ ມີ​ຫຼັກ​ໝັ້ນ​ທັດ­ສະ­ນະ​ທາງ​ການ­ເມືອງ​ຈະ­ແຈ້ງ... ຢຶດ​ຖື​ແນວ­ທາງ​ຂອງ​ພັກ ແລະ ເຊື່ອ​ໝັ້ນ​ຢ່າງ​ຕາຍ­ໃຈ​ຕໍ່​ການ​ນຳ­ພາ​ຂອງ​ພັກ.

ທັງ​ໝົດ​ນັ້ນ​ແມ່ນ​ບັນ­ຫາ​ທີ່​ຄວນ​ຮູ້ ໃນ​ເມື່ອ​ຜະ­ລິດ​ຕະ​ພັນ​ສື່​ມວນ​ຊົນ​ກາຍ­ເປັນ​ສິນ­ຄ້າ.

ຂ່າວທີ່ກ່ຽວຂ້ອງ