ວັນອັງຄານ ທີ 19 ກຸມພາ 2019 23:59:52

11 ຕົວຈິງຂອງ ແມນເຊສເຕີ ຢູໄນເຕັດ ທີ່ພ່າຍແພ້ ແມນເຊສເຕີ ຊິຕີ 0-1 ເມື່ອວັນອາທິດທີ່ຜ່ານມາ ມີຄ່າຕົວລວມກັນ 241 ລ້ານປອນ ສ່ົງຜົນໃຫ້ເປັນທີມທີ່ມີຄ່າຕົວລວມກັນສູງທີ່ສຸດໃນປະຫວັດສາດການແຂ່ງຂັນ ພຣີເມຍລີກ ທັນທີ.

11 ຕົວຈິງຂອງ ແມນເຊສເຕີ ຢູໄນເຕັດ ຍອດສະໂມສອນແຫ່ງເວທີ ພຣີເມຍລີກ ອັງກິດ ນັດທີ່ອອກໄປພ່າຍແພ້ ແມນເຊສເຕີ ຊິຕີ 0-1 ເຖິງສະໜາມ ເອຕິຮັດ ໃນເກມລີກ ສະບັບ "ແມນເຊສເຕີ ດາບີ້ແມດ" ເມື່ອວັນອາທິດທີ 2 ພະຈິກທີ່ຜ່ານມາ ຖືເປັນທີມຕົວຈິງທີ່ມີຄ່າຕົວລວມກັນສູງທີ່ສຸດໃນປະຫວັດສາດຂອງ ພຣີເມຍລີກ ດ້ວຍຈຳນວນ 241 ລ້ານປອນ.

ສຳລັບຄົນທີ່ຄ່າຕົວແພງສຸດໃນຊຸດນີ້ ໄດ້ແກ່ ອັງເຄວ ດິ ມາເຣຍ ປີກຊາວອາກຊັງຕິນ ທີ່ມີຄ່າຕົວສູງເຖິງ 59,7 ລ້ານປອນ ຮອງລົງມາເປັນ ມາຣູຢານ ເຟວໄລນີ່ ກັບ ລຸກ ຊໍ ເຊິ່ງຢູ່ທີ່ 27,5 ລ້ານປອນເທ່ົາກັນ.

ທັງນີ້ ຄົນທີ່ຄ່າຕົວຖືກສຸດໃນ 11 ຕົວຈຣິງຂອງເກມທີ່ປະລາໄຊຕໍ່ ແມນເຊສເຕີ ຊີຕີ ຄື ອັດນານ ຢານາໄຊ ປີກທີມຊາດແບນຊິກທີ່ບໍ່ມີຄ່າຕົວ ເພາະເປັນເດັກປັ້ນຂອງພວກເຂົາເອງ.