ວັນອາທິດ ທີ 17 ກຸມພາ 2019 11:30:07

ຣາດາເມວ ຟັນເກົາ ດາວຍິງຄົນດັງຊາວໂຄໂລມບີ ກຽມຢູ່ກັບ ແມນເຊສເຕີ ຢູໄນເຕັດ ເປັນການຖາ ວອນ ຫຼັງຕົກລົງເລື່ອງສັນຍາສ່ວນຕົວເປັນທີ່ຮຽບຮ້ອຍແລ້ວ ເຫຼືອພຽງແຕ່ການຈ່າຍເງິນໃຫ້ ອາແອສ ໂມນາໂກ ອີກ 43,5 ລ້ານປອນເທ່ົານັ້ນ.

ແມນເຊສເຕີ ຢູໄນເຕັດ ຄວ້າກອງໜ້າໄວ 28 ປີ ຈາກຮອງແຊມລີກ ອອງ ຝຣັ່ງ ດ້ວຍສັນຍາຢືມຕົວຈົນ ຈົບລະດູການ ໃນວັນສຸດທ້າຍຂອງການຊື້-ຂາຍນັກເຕະ ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ໂດຍຈ່າຍໄປກ່ອນ 6 ລ້ານປອນ ແລະ ມີເງື່ອນໄຂຊື້ຂາດໄດ້ ຫາກພໍໃຈຜົນງານ ເຊິ່ງເຖິງແມ່ນຍັງຍິງປະຕູທໍາອິດກັບຕົ້ນສັງກັດບໍ່ໄດ້ ຫຼັງລົງສະໜາມໄປແລ້ວ 3 ນັດ ແຕ່ ແມນເຊສເຕີ ຢູໄນເຕັດ ກໍຍິນດີຊື້ມາຮ່ວມທີມຖາວອນ ດີກວ່າໃຫ້ເກີດເຫດ ການຊ້ຳຮອຍ ຄາລອສ ເຕເວຊ ກອງໜ້າອາກຊັງຕິນເມື່ອ 5 ປີກ່ອນ ທີ່ຕົກລົງເລື່ອງສັນຍາກັນບໍ່ໄດ້ ເຮັດໃຫ້ ເມື່ອໝົດສັນຍາຢືມຕົວ ແມນເຊສເຕີ ຊິຕີ ຄູ່ແຂ່ງຮ່ວມເມືອງ ຈຶ່ງຄວ້າໄປຮ່ວມທີມໄດ້ສຳເລັດ.

ສຳລັບການຊື້ຂາດຄັ້ງນີ້ ທ່ານ ເອັດ ວູດວອດ ປະທານເຈົ້າໜ້າທີ່ບໍລິຫານ ແມນເຊສເຕີ ຢູໄນເຕັດ ຕົກລົງຈ່າຍຄ່າແຮງໃຫ້ ຟັນເກົາ ອາທິດລະ 250.000 ປອນ ລວມເຖິງເງິນໂບນັສ ແລະ ລິຂະສິດພາບພົດ ຕາມທີ່ຜູ້ກ່ຽວຕ້ອງການ.