ວັນຈັນ ທີ 16 ທັນວາ 2019 06:21:59

ຈາກກອງປະຊຸມຫົວໜ້າຄະນະນັກກີລາ ຊາດສະມາຊິກຕ່າງສະແດງຄວາມຜິດຫວັງກັບ ສ ເກົາຫຼີ ທີ່ໜ້າຈະເຮັດໄດ້ດີກວ່ານີ້ ສ່ວນໜຶ່ງອາດເປັນເພາະປ່ຽນຜູ້ບໍລິຫານທ້ອງຖິ່ນຂອງເມືອງອິນຊອນ ເຮັດໃຫ້ຄະນະກໍາມະການຈັດການແຂ່ງຂັນຕ້ອງປ່ຽນແປງໄປດ້ວຍ ການເຮັດວຽກຈຶ່ງບໍ່ຕໍ່ເນື່ອງ ໂດຍບັນຫາທີ່ຖືກເວົ້າເຖິງຫຼາຍ ເຊັ່ນ ລະບົບອອນລາຍ ທີ່ທຸກປະເທດຕ້ອງພົບພໍ້ ຂໍ້ມູນຕ່າງໆຄາດເຄື່ອນ ເຮັດໃຫ້ດຳເນີນການດ້ານຕ່າງໆຊັກຊ້າ.

"ໃນເລື່ອງຂອງລະບົບຂົນສ່ົງບໍ່ພຽງພໍ ອາຫານມີບໍ່ທົ່ວເຖິງ ໜ້າຈະເພາະຂາດງົບປະມານ ຂະນະດຽວກັນ ຂັ້ນຕອນການກວດເອກະສານ ແລະ ໜັງສືເດີນທາງທີ່ສະໜາມບິນ ກໍຫຼ້າຊ້າ ເພາະບໍ່ມີຊ່ອງທາງສຳລັບຜູ້ເຂົ້າຮ່ວມການແຂ່ງຂັນ ເຮັດໃຫ້ປະປົນກັບບຸກຄົນທົ່ວໄປ ທີ່ຜ່ານມາກໍເກີດບັນຫາຂອງທີມຍິງປືນ ທີ່ນັກກີລາໄປເຖິງສະໜາມບິນແລ້ວ ແຕ່ປືນກັບລູກປືນຍັງມາບໍ່ເຖິງ ຈຶ່ງຂໍເຕືອນວ່າ ຫາກໃຜຈະໄປສະ ໜາມບິນ ຕ້ອງເຜື່ອເວລາຢ່າງໜ້ອຍ 4 ຊົ່ວໂມງ.

ທາງຝ່າຍສະພາໂອລິມປິກແຫ່ງອາຊີ ຫຼື OCAກໍສະແດງຄວາມບໍ່ພໍໃຈຕໍ່ເຈົ້າພາບ ພ້ອມກັບໄດ້ເຊີນຄະນະກໍາມະການຈັດການແຂ່ງຂັນກີລາອາຊຽນເກມສ໌ເຂົ້າປະຊຸມຮ່ວມ ໂດຍ ທ່ານ ເຫວ່ີຍ ຈີ ຈົງ ປະທານຝ່າຍກີລາ OCAເຖິງກັບບອກໃຫ້ໄປຫາລືກັບລັດຖະບານກາງ ສ ເກົາຫຼີ ເພື່ອຂໍງົບປະມານມາເພີ່ມ.