ວັນອາທິດ ທີ 17 ກຸມພາ 2019 06:21:51

ກັບມາອີກຄັ້ງສຳລັບມະຫະກໍາກີລາຂອງທະວີບອາຊີ “ກີລາອາຊຽນເກມສ໌” ໂດຍຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 14 ແລ້ວ ໂດຍແຂ່ງຂັນກັນທີ່ເມືອງອິນຊອນ ປະເທດ ສ ເກົາຫຼີ ແຕ່ກ່ອນອື່ນມາສ້າງຄວາມຮູ້ຈັກກັບປະຫວັດຂອງການແຂ່ງຂັນກີລາ ອາຊຽນເກມສ໌ ແລະ ຕາມໄປເຈາະເລິກການແຂ່ງຂັນກີລາອາຊຽນເກມສ໌ 2014 ກັນໄດ້ເລີຍ.

ກີລາອາຊຽນເກມສ໌ ເປັນການແຂ່ງຂັນກີລາຫຼາກຫຼາຍຊະນິດ ລະຫວ່າງປະເທດໃນທະວີບອາຊີ ເຊິ່ງມີການຈັດ ຂຶ້ນໃນທຸກ 4 ປີ ເລີ່ມກຳນົດການແຂ່ງຂັນໂດຍ ສະຫະພັນອາຊຽນເກມສ໌ (The Asian Games Federation; AGF) ຕັ້ງແຕ່ການແຂ່ງຂັນຄັ້ງທໍາອິດເຖິງຄັ້ງທີ 8 ແລະ ຕັ້ງແຕ່ອາຊຽນເກມສ໌ຄັ້ງທີ 9 ເປັນຕົ້ນມາ ບໍລິຫານຈັດການແຂ່ງຂັນໂດຍ ສະພາໂອລິມປິກແຫ່ງອາຊີ (Olympic Council of Asia; OCA) ພາຍໃຕ້ການຮັບຮອງໂດຍຄະນະກໍາມະການໂອລິມ ປິກສາກົນ (International Olympic Committee; IOC) ແລະ ຍັງຖືໄດ້ວ່າເປັນການແຂ່ງຂັນກີລາຫຼາກຫຼາຍຊະນິດ ເຊິ່ງມີຂະໜາດໃຫຍ່ເປັນອັນດັບສອງ ຮອງຈາກກີລາໂອລິມປິກອີກດ້ວຍ.

ຢ້ອນໄປເມື່ອການແຂ່ງຂັນອາຊຽນເກມສ໌ໃນຄັ້ງທີ່ຜ່ານມາ ອາຊຽນເກມສ໌ 2010 ເປັນການແຂ່ງຂັນກີລາອາຊຽນ ເກມສ໌ຄັ້ງທີ 16 ຈັດຂຶ້ນທີ່ນະຄອນກວ່າງໂຈວ ມົນທົນກວາງຕຸ້ງ ສປ ຈີນ ລະຫວ່າງວັນທີ 12 ເຖິງ 27 ພະຈິກ 2000 ນັບເປັນນະຄອນແຫ່ງທີສອງຂອງຈີນ ທີ່ເປັນເຈົ້າພາບການແຂ່ງຂັນລາຍການນີ້ ຫຼັງຈາກອາຊຽນເກມສ໌ຄັ້ງທີ 11 ທີ່ນະ ຄອນຫຼວງປັກກິ່ງ ເມື່ອປີ 2000 ໂດຍໃນການແຂ່ງຂັນຄັ້ງນີ້ ມີ 45 ປະເທດເຂົ້າຮ່ວມ ກີລາທີ່ຈັດແຂ່ງຂັນ 42 ຊະນິດ ລວມ ຈຳນວນຫຼຽນຄໍາ 476 ຫຼຽນ ທັງນີ້ ຍັງມີເມືອງໃກ້ຄຽງອີກສາມແຫ່ງຮ່ວມເປັນເຈົ້າພາບກັບກວ່າງໂຈວດ້ວຍ ຄື ເມືອງ ຕົງກ່ວນ ໂຝຊານ ແລະ ຊັ່ນເຫວີ່ຍ.

ໂດຍການແຂ່ງຂັນໃນຄັ້ງນັ້ນ ຈີນ ຄອງເຈົ້າຫຼຽນຄໍາ ໂດຍຄວ້າໄປ 199 ຫຼຽນຄໍາ 119 ຫຼຽນເງິນ ແລະ 98 ຫຼຽນທອງ ສ່ວນອັນດັບ 2 ໄດ້ແກ່ ສ ເກົາຫຼີ 76 ຫຼຽນຄໍາ 65 ຫຼຽນເງິນ ແລະ 91 ຫຼຽນທອງ ສ່ວນອັນດັບທີ 3 ໄດ້ແກ່ ຍີ່ປຸ່ນ 48 ຫຼຽນຄໍາ 74 ຫຼຽນເງິນ ແລະ 94 ຫຼຽນທອງ.

ສຳລັບໃນປີນີ້ ການແຂ່ງຂັນກີລາອາຊຽນເກມສ໌ 2014 ເປັນການແຂ່ງຂັນກີລາອາຊຽນເກມສ໌ ຄັ້ງທີ 17 ຈັດຂຶ້ນ ໃນລະຫວ່າງວັນທີ 19 ກັນຍາ – 4 ຕຸລາ ປີ 2014 ທີ່ເມືອງອິນຊອນ ປະເທດ ສ ເກົາຫຼີ ສຳລັບເມືອງອິນຊອນ ສາມາດ ເອົາຊະນະຄະແນນສຽງເມືອງນິວເດລີ ຂອງອິນເດຍ ແລະ ໄດ້ຮັບເປັນເຈົ້າພາບການແຂ່ງຂັນໃນຄັ້ງນີ້ ເມື່ອວັນທີ 17 ເມສາ 2007 ນອກຈາກນີ້ ອິນຊອນ ຖືວ່າເປັນເມືອງທີ່ສາມຂອງ ສ ເກົາຫຼີ ທີ່ໄດ້ຈັດກີລາອາຊຽນເກມສ໌ ນັບຕັ້ງແຕ່ນະຄອນຫຼວງເຊອູນ ເມື່ອປີ 1986 ແລະ ປູຊານ ເມື່ອປີ 2002 ເມືອງທີ່ໄດ້ຮັບການສະເໜີຊື່ໃຫ້ເປັນເຈົ້າພາບອາຊຽນ ເກມສ໌ 2014 ມີທັງ ໝົດ 2 ເມືອງ ໄດ້ແກ່ ນິວເດລີ, ປະເທດອິນເດຍ ແລະ ອິນຊອນ ປະເທດ ສ ເກົາຫຼີ ເມື່ອວັນທີ 2 ທັນວາ 2006 ທີ່ນະ ຄອນຫລວງໂດຮາ ປະເທດກາຕາ.

ຫຼັງຈາກການແຂ່ງຂັນອາຊຽນເກມສ໌ 2006 ສະພາໂອລິມປິກແຫ່ງອາຊີ ໄດ້ຄັດເລືອກເມືອງເຈົ້າພາບລະຫວ່າງ ກອງປະຊຸມທີ່ເມືອງ ຄູເວດຊິຕີ ປະເທດຄູເວດ ເມື່ອວັນທີ 17 ເມສາ 2007 ໃນການນຳສະເໜີໃນຮອບສຸດທ້າຍ ເມືອງ ອິນຊອນ ຂອງ ສ ເກົາຫຼີ ໄດ້ນຳສະເໜີເຖິງການລົງທຶນສຳລັບການແຂ່ງຂັນກວ່າ 20 ລ້ານໂດລາສະຫະລັດ ແລະ ການ ເດີນທາງ ພ້ອມທີ່ພັກບໍ່ໄດ້ເສຍຄ່າ ສຳລັບຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດ ສ່ວນນິວເດລີ ຂອງອິນເດຍ ບໍ່ໄດ້ນຳສະເໜີອັນໃດ ປາກົດວ່າ ອິນຊອນໄດ້ຮັບເລືອກໃຫ້ເປັນເຈົ້າພາບຈາກທີ່ສະເໜີຕົວ.

ຄຳຂວັນຢ່າງເປັນທາງການຂອງການແຂ່ງຂັນອາຊຽນເກມສ໌ໃນຄັ້ງນີ້ ຖືກເປິດຕົວຂຶ້ນເມື່ອວັນທີ 16 ກັນຍາ 2000 ຄື Diversity Shines Here ແປວ່າ ອະນູແຫ່ງຄວາມຫຼາກຫຼາຍ ເປັ່ງປະກາຍຢູ່ທີ່ນີ່ ໂດຍໃນຄຳຂວັນຄຳວ່າ ອະນູແຫ່ງ ຄວາມຫຼາກຫຼາຍ ໝາຍເຖິງ ປະຫວັດສາດ ວັດທະນະທໍາ ແລະ ສາສະໜາຂອງຊາວອາຊີທີ່ແຕກຕ່າງກັນໄປ.

ມາຕໍ່ກັນທີ່ມາສຄອດ ຫລື ສັນຍະລັກປະຈຳການແຂ່ງຂັນ ຄື ແມວນ້ຳ 3 ຕົວ ຖືກເປີດຕົວໃຫ້ເປັນມາສຄອດປະຈຳ ການແຂ່ງຂັນຢ່າງເປັນທາງການ ເມື່ອວັນທີ 4 ພະຈິກ 2000 ທີ່ເກາະຊອງໂດ ປະເທດ ສ ເກົາຫຼີ ຊື່ “ບາຣາເມະ” “ຊຸມຸໂຣະ” ແລະ “ວິຊອນ” ເຊິ່ງຊື່ເປັນພາສາເກົາຫຼີ ແປວ່າ ລົມ ການເຕັ້ນລໍາ ແລະ ແສງສະຫວ່າງ ຕາມລຳດັບ ອີກທັງ ມາສຄອດແມວນ້ຳ 3 ຕົວນີ້ ຍັງເປັນສັນຍະລັກການເຊື່ອມມິດຕະພາບລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີອີກດ້ວຍ.

ສ່ວນສັນຍະລັກການແຂ່ງຂັນໃນຄັ້ງນີ້ ເປັນຮູບລູກສອນຊີ້ຂຶ້ນຄ້າຍຄືຕົວ A ບໍ່ມີຂີດກາງ ສີຟ້າ ແລະ ຂຽວ ປະ ກອບກັນເປັນຮູບຄ້າຍຄືປີກຊ້າຍລ້ອມດວງຕາເວັນ ປຽບເໝືອນຊາວອາຊີຈັບມືກັນກາງທ້ອງຟ້າ.

ສັນຍະລັກອາຊຽນເກມສ໌ 2014ສຳລັບການແຂ່ງຂັນໃນຄັ້ງນີ້ ຈະມີການຊິງໄຊກັນທັງໝົດ 439 ຫຼຽນຄໍາ ມີປະເທດທີ່ເຂົ້າຮ່ວມການແຂ່ງຂັນທັງໝົດ 45 ປະເທດ ປະກອບດ້ວຍ ອັຟການິສຖານ, ບາເຣນ, ບັງກລາເທດ, ພູຕານ, ບຣູໄນ, ກໍາປູເຈຍ, ຈີນ, ສປປ ເກົາຫຼີ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ອິຣ່ານ, ອິຣັກ, ຍີ່ປຸ່ນ, ຈໍແດນ, ກາຊັກສະຖານ, ສ ເກົາຫຼີ, ຄູເວດ, ຄີກີຊະຖານ, ລາວ, ລີບັງ, ມາເກົາ, ມາເລເຊຍ, ມັນດີຟ, ມົງໂກລີ, ມຽນມາ, ເນປານ, ໂອມານ, ປາກີສະຖານ, ປາແລັສຕິນ, ຟິລິບປິນ, ກາຕາ, ຊາອຸດີອາຣະເບຍ, ສິງກະໂປ, ສີລັງກາ, ຊີຣີ, ໄທເປ, ທາຈິກິສະຖານ, ໄທ, ຕິມໍເລສເຕ, ເຕິກມິນິສຖານ, ສະຫະລັດອາຫລັບ ເອມິເຣດ, ອຸຊເບກິສຖານ, ຫວຽດນາມ ແລະ ເຢເມນ.

ສຳລັບອາຊຽນເກມສ໌ 2014 ໄດ້ບັນຈຸຊະນິດກີລາທັງໝົດ 36 ປະເພດ ເປັນກີລາທີ່ແຂ່ງຂັນໃນໂອລິມປິກລະດູຮ້ອນ 2016 ທັງໝົດ 28 ຊະນິດກີລາ ແລະ ບໍ່ໄດ້ແຂ່ງຂັນໃນໂອລິມປິກ 8 ຊະນິດກີລາ ໄດ້ແກ່ ກີລາທາງນ້ຳ, ຍິງທະນູ, ແລ່ນ-ລານ, ຕີດອກປີກໄກ່, ເບສບອນ, ບານບ້ວງ, ໂບລິ່ງ, ມວຍສາກົນສະໝັກຫຼິ້ນ, ເຮືອການູ, ຄຣິກເກດ, ແຂ່ງລົດຖີບ, ຂີ່ມ້າ, ຟັນດາບ, ຮອກກີ້, ເຕະບານ, ກ໊ອຟ, ຢິມນາສຕິກ, ແຮນບອນ, ຢູໂດ, ກາບັດດີ້, ຄາຣາເຕ-ໂດ, ປັນຈະກີລາສະໄໝໃໝ່, ເຮືອພາຍ, ຣັກບີ້, ເຮືອໃບ, ກະຕໍ້, ຍິງປືນ, ສະຄອຊ, ປິງປອງ, ເທຄວັນໂດ, ເທນນິສ, ບານສົ່ງ, ຍົກນ້ຳໜັກ, ມວຍປໍ້າ ແລະ ວູຊູ.

ມາຕໍ່ກັນທີ່ສະໜາມແຂ່ງຂັນໃນການແຂ່ງຂັນອາຊຽນເກມສ໌ຄັ້ງນີ້ ທາງເມືອງ ອິນຊອນ ໄດ້ມີສະໜາມການແຂ່ງ ຂັນ 49 ສະໜາມ ແລະ ສ້າງຂຶ້ນມາໃໝ່ອີກ 23 ສະໜາມ ສະໜາມກີລາຫຼັກຂອງເມືອງອິນຊອນທີ່ໃຊ້ເປີດພິທີການ ແຂ່ງຂັນ ແລະ ປິດການແຂ່ງຂັນຄື ສະໜາມ “ອິນຊອນ ເອເຊຍ ເມນ ສະເຕດຽມ” ຄາດວ່າມີບ່ອນນັ່ງປະມານ 61.000 ຕັ່ງ

ເຮົາມາເບິ່ງກັນດີກວ່າວ່າ ສະໜາມຫລັກໆທີ່ໃຊ້ໃນການແຂ່ງຂັນຄັ້ງນີ້ມີຊື່ອັນໃດແດ່ ແລະ ແຕ່ລະສະໜາມໃຊ້ ແຂ່ງຂັນກີລາປະເພດໃດ ແລະ ຄວາມຈຸຂອງສະໜາມຮອງຮັບຜູ້ຊົມໄດ້ຫລາຍພຽງໃດ.

1. ດຣີມ ພາກ ສະເຕດຽມ ໃຊ້ແຂ່ງກີລາ ກອຟ, ລອຍນ້ຳ, ຍິງປືນ, ຂີ່ມ້າ ບັນຈຸຜູ້ຊົມໄດ້ 1.000-1.500 ຄົນ.

2. “ກັງຮວາ ສະເຕດຽມ” ໃຊ້ແຂ່ງກີລາ ເທຄວັນໂດ ວູຊູ ແລະ ແຂ່ງລົດຖີບບີເອັມເອັກ ບັນຈຸຜູ້ຊົມໄດ້ 1.010-4.026 ຄົນ.

3. ກະເຢຢັງ ສະເຕດຽມ ໃຊ້ແຂ່ງຂັນກີລາ ຕີດອກປີກໄກ່ ແລະ ຍິງທະນູ (ບໍ່ມີຂໍ້ມູນຄວາມຈຸຂອງສະໜາມ).

4. ມຸນຮັກ ພາກ ແຕ ຮວານ ອະຄວາຕິກ ເຊັນເຕີ ໃຊ້ແຂ່ງກີລາລອຍນ້ຳ ບັນຈຸຜູ້ຊົມໄດ້ 3.004 ຄົນ.

5. ນໍາດົງ ສະເຕດຽມ ໃຊ້ແຂ່ງກີລາ ຢິມນາສຕິກ ແລະ ຣັກບີ້ ບັນຈຸຜູ້ຊົມໄດ້ 5.200-8.100 ຄົນ.

6. ຊອນຮັກ ສະເຕດຽມ ໃຊ້ແຂ່ງຂັນ ຮອກກີ້ ຢູໂດ ແລະ ມວຍປໍ້າ ບັນຈຸຜູ້ຊົມໄດ້ 2.050 – 5.010 ຄົນ.

7. ຊິມຈົງ ສະເຕດຽມ ໃຊ້ແຂ່ງກີລາ ເທນນິສ ແລະ ສະຄອຊ ບັນຈຸຜູ້ຊົມໄດ້ 1.207-5.016 ຄົນ.

8. ຊົງຣິມ ຢິມເນຊຽມ ໃຊ້ແຂ່ງ ບານສົ່ງ ບັນຈຸຜູ້ຊົມໄດ້ 5.010 ຄົນ.

9. ອິນຊອນ ຟຸດບອນ ສະເຕດຽມ ໃຊ້ແຂ່ງກີລາເຕະບານ ບັນຈຸຜູ້ຊົມໄດ້ 20.000 ຄົນ.

ສຳລັບພິທີເປີດການແຂ່ງຂັນກີລາອາຊຽນເກມສ໌ 2014 ຈະມີຂຶ້ນໃນວັນສຸກທີ 19 ກັນຍາ ແລະ ພິທີປິດຈະມີຂຶ້ນ ໃນວັນເສົາທີ 4 ຕຸລານີ້ ໂດຍທັງພິທີເປິດ ແລະ ພິທີປິດ ຈະຈັດຂຶ້ນທີ່ສະໜາມ ອິນຊອນ ເອເຊຍ ເມນ ສະເຕດຽມ.

ການແຂ່ງຂັນກີລາລະດັບທະວີບອາຊີເຊ່ັນນີ້ ກອງເຊຍກີລາບໍ່ຄວນພາດດ້ວຍປະການທັງປວງ !!!