ວັນເສົາ ທີ 23 ກຸມພາ 2019 12:01:19

ແອນດີ ເມີເຣ ເຂົ້າຮອບ 8 ຄົນສຸດທ້າຍໄປພົບກັບ ໂນວັກ ຢໍໂຄວິຊ ສ່ວນ ຢູຈິນີ ບູຊາດ ຫຼົ່ນຕົກຮອບ ໃນການແຂ່ງຂັນເທນນິສແກຣນສະແລມ ລາຍການສຸດທ້າຍຂອງປີ “ຢູເອສ ໂອເພ່ນ.

ການແຂ່ງຂັນເທັນນິສແກຣນສະແລມ ລາຍການສຸດທ້າຍຂອງປີ “ຢູເອສ ໂອເພ່ນ ຊາຍດ່ຽວ ຮອບ 4 ແອນດີ ເມີເຣ ມືວາງອັນດັບ 8 ຂອງລາຍກາຣ ສັກສີແຊັມປີ 2012 ພົບກັບ ໂຈ-ວິວຟຣີດ ຊົງກ້າ ມືວາງອັນດັບ 9 ຈາກຝຣັ່ງ ປາກົດວ່າ ເມີເຣເອົາຊະນະໄປສາມເຊັດຊ້ອນ ແຕ່ເປັນສາມເຊັດທີ່ຫືດຂຶ້ນຄໍ 7-5,7-5 ແລະ 6-4ເມີເຣ ເຂົ້າສູ່ຮອບ 8 ຄົນສຸດທ້າຍ ໄປພົບກັບ ໂນວັກ ຢໍໂຄວິຊ ມືວາງອັນດັບ 1 ຈາກເຊີເບຍ ທີ່ເອົາຊະນະ ຟິລິບ ໂຄຊະໄຣເບີ ມືວາງອັນດັບ 22 ມາສາມເຊັດຊ້ອນເຊັ່ນກັນ 6-1,7-5,6-4.

ດ້ານຍິງດ່ຽວ ຮອບ 4 ເກີດລາຍການພິກລັອກ ເມື່ອ ຢູຈິນີ ບູຊາດ ນັກເທນນິສສາວຊາວການາດາ ມືວາງອັນດັບ 7 ເສຍໃຫ້ກັບ ເອຄາເທຣິນາ ມາຄາໂຣວາ ຈາກຣັດເຊຍ ສອງເຊັດຊ້ອນ 6-7 (2), 4-6 ໂດຍເກມນີ້ ຢູຈິນີ ມີບັນຫາເລື່ອງຄວາມດັນເລືອດ ຈາກອາກາດທີ່ຮ້ອນເອົ້າ ຈົນຕ້ອງເອີ້ນປະຈຳສະໜາມ ມາເບິ່ງອາການ ກ່ອນຈະເສຍໄຊໄປດັ່ງກ່າວ.