ວັນເສົາ ທີ 23 ກຸມພາ 2019 11:51:05

ຣິວ ມາດຣິດ ຄອງແຊັມສະໂມສອນທີ່ຂາຍເສື້ອທີມໄດ້ຫຼາຍສຸດໃນໄລຍະ 5 ລະດູການທີ່ຜ່ານມາ ຫຼັງຂາຍໄປສະເລ່ຍປີລະ 1.580.000 ຜືນ ຂະນະທີ່ ແມນເຊສເຕີ ຢູໄນເຕັດ ຕາມມາຕິດໆທີ່ອັນດັບ 2 ຍອດຂາຍສະເລ່ຍປີລະ 1.490.000 ຜືນ ສ່ວນທີ 3 ຕົກເປັນຂອງ ບາເຊໂລນ່າ ຂາຍໄດ້ສະເລ່ຍປີລະ 1.190.000 ຜືນ.

ຣິວ ມາດຣິດ ມະຫາອຳນາດເຕະບານແຫ່ງເວທີ ລາ ລີກາ ແອັດສະປາຍ ຄວ້າແຊັມສະໂມສອນທີ່ຂາຍເສື້ອຂອງແທ້ໄດ້ຫຼາຍທີ່ສຸດໃນໂລກ ຕາມມາດ້ວຍ ແມນເຊສເຕີ ຢູໄນເຕັດ ທີມຍິ່ງໃຫຍ່ແຫ່ງເວທີ ພຣີເມຍລີກ ອັງກິດ ຕາມລາຍງານຈາກ "ເດລີ່ ເມວ" ໜັງສືພິມລາຍວັນສະບັບໂດ່ງດັງຂອງອັງກິດເມື່ອວັນອາທິດທີ 31 ສິງຫາທີ່ຜ່ານມາ.

ບໍລິສັດທີ່ປຶກສາທາງການຕະຫຼາດກີລາ ໄດ້ທຳການສຳຫຼວດການຂາຍເສື້ອຂອງສະໂມສອນໃນໄລຍະ 5 ປີ ຕັ້ງແຕ່ລະດູການ 2009-2010 ຈົນເຖິງ 2013-2014 ເຊິ່ງຜົນປາກົດວ່າ ຣິວ ມາດຣິດ ກັບ ແມນເຊສເຕີ ຢູໄນເຕັດ ບຽດກັນມາຢ່າງສູສີ ໂດຍທີມເມືອງຫຼວງຂອງແອັດສະປາຍ ສ້າງສະຖິຕິຍອດຂາຍສະເລ່ຍ 1.580.000 ຜືນຕໍ່ປີ ຂະນະທີ່ ແມນເຊສເຕີ ຢູໄນເຕັດ ຕາມມາທີ່ສະເລ່ຍປີລະ 1.490.000 ຜືນ.

ສ່ວນອັນດັບ 3 ຂອງສະໂມສອນທີ່ມີຍອດຂາຍເສື້ອສະເລ່ຍຕໍ່ປີສູງສຸດໄດ້ແກ່ ບາເຊໂລນ່າ ທີມດັງຈາກ ລາ ລີກາ ທີ່ເຮັດໄວ້ 1.190.000 ຜືນ ຕາມມາດ້ວຍ ບາເຢິນ ມິວນິກ ຍອດທີມຂອງເຢຍລະມັນ ແລະ ເຊວຊີ ຈາກອັງກິດ.

ສະຫຼຸບ 10 ອັນດັບສະໂມສອນທີ່ມີຍອດຂາຍເສື້ອທີມສະເລ່ຍຕໍ່ປີຫຼາຍສຸດ.

1.ຣິວ ມາດຣິດ 1.580.000 ຜຶນ 2. ແມນເຊສເຕີ ຢູໄນເຕັດ 1.490.000 ຜືນ 3. ບາເຊໂລນ່າ 1.190.000 ຜືນ 4. ບາເຢິນ ມິວນິກ 945.000 ຜືນ 5. ເຊວຊີ 875.000 ຜືນ 6. ອາເຊນອນ 825.000 ຜືນ 7. ລິເວີພູນ 805.000 ຜືນ 8. ໂອລິມປິກ ມາກເຊ 385.000 ຜືນ 9. ຢູເວນຕຸສ 375.000 ຜືນ 10. ປາຣີສ ແຊງ-ແຊກແມງ 335.000 ຜືນ.