ວັນເສົາ ທີ 16 ກຸມພາ 2019 17:13:48

"ປາກຽວ" ຈັບມືກັບ "ຈີນ" ສ້າງສະຖາບັນມວຍໃນປັກກິ່ງ ເປີດເຜີຍເຮັດຢ່າງຈິງຈັງ ແລະ ກຽມເດີນທາງມາສອນເອງ ສ່ວນທີ່ບໍ່ເປີດໃນບ້ານເກີດ ເພາະບໍ່ໄດ້ຮັບການສະໜັບສະໜູນ.

ແມນນີ ປາກຽວ ຍອດນັກຊົກຊາວຟິລິບປິນ ເປິດເຜີຍວ່າ ໄດ້ຈັບມືກັບລັດຖະບານຂອງປະເທດຈີນ ເພື່ອຊ່ວຍສ້າງຍອດນັກມວຍ ແລະກ້າວຂຶ້ນໄປສູ່ຕຳແໜ່ງແຊັມໂລກໃນອະນາຄົດ ໂດຍໄດ້ຈັດຕັ້ງເປັນສະຖາບັນການສຶກສາຢ່າງຈິງຈັງ ແລະ ຈະເດີນທາງໄປສອນດ້ວຍຕົນເອງອີກດ້ວຍ.

ໂຄງການດັ່ງກ່າວ ມີຊື່ວ່າ Manny Pacquiao Boxing Education Institute ຫຼື ສະຖາບັນສຶກສາວິຊາມວຍ ແມນນີ ປາກຽວ ແລະ ຕັ້ງຢູ່ໃນນະຄອນຫຼວງປັກກິ່ງ ເຊິ່ງລັດຖະບານຈີນໄດ້ມອບໝາຍໃຫ້ ແມນນີ ປາກຽວ ເປັນຜູ້ດູແລ ແລະ ຜູ້ກ່ຽວກໍໝັ້ນໃຈວ່າ ຈະສາມາດຜະລິດແຊັມໂລກມາປະດັບວົງການກຳປັ້ນຂອງຈີນໄດ້ຫຼວງຫຼາຍແນ່ນອນ ເພາະຈີນມີປະຊາກອນຫຼວງຫຼາຍ ແລະ ມີນັກມວຍຫຼາຍ ອີກທັງໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ຈາກລັດຖະບານ.

ສຳລັບ ປາກຽວ ໄວ 35 ປີ ນອກຈາກຈະຍິ່ງໃຫຍ່ເທິງເວທີມວຍແລ້ວ ຍັງມີບົດບາດກ່ຽວກັບການເມືອງ ແລະ ສັງຄົມ ໃນຟິລິບປິນ ຢ່າງຫຼວງຫຼາຍ ໂດຍເຂົາຖືເປັນໜຶ່ງໃນສະມາຊິກສະພາຄອງເກຣສຂອງປະເທດ ແລະ ຍັງໄດ້ຊ່ວຍໃຫ້ຄຳປຶກສາແກ່ສະມາຄົມບານບ້ວງຂອງຟີລິບປິນມາຕະຫຼອດ ແຕ່ຜູ້ກ່ຽວເປີດເຜີຍເຫດຜົນທີ່ບໍ່ເປີດໂຮງຮຽນສອນຊົກມວຍແບບນີ້ໃນບ້ານເກີດວ່າ ບໍ່ໄດ້ເປັນເພາະຟິລິບປິນ ບໍ່ມີນັກມວຢທີ່ດີ ແຕ່ເປັນເພາະຍັງບໍ່ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່.