ວັນເສົາ ທີ 23 ກຸມພາ 2019 11:19:01

ເດລີ່ ເມວ ສື່ຂອງອັງກິດ ລະບຸວ່າ ແມນເຊສເຕີ ຢູໄນເຕັດ ຊຸດປັດຈຸບັນ ເປັນທີມທີ່ມີຄ່າຕົວລວມກັນສູງສຸດຕະຫຼອດການໃນວົງການເຕະບານຂອງເກາະອັງກິດ ຈາກການທີ່ມີຄ່າຕົວລວມກັນ 401,2 ລ້ານປອນ ຫຼາຍກວ່າອັນດັບ 2 ຢ່າງ ແມນເຊສເຕີ ຊິຕີ ເສຍອີກ.

ຂຸມກຳລັງຊຸດປັດຈຸບັນຂອງ ແມນເຊສເຕີ ຢູໄນເຕັດ ຍອດສະໂມສອນແຫ່ງເວທີ ພຣີເມຍລີກ ອັງກິດ ເປັນຊຸດທີ່ມີຄ່າຕົວລວມກັນສູງທີ່ສຸດເທ່ົາທີ່ເຄີຍມີມາໃນປະຫວັດສາດຂອງວົງການເຕະບານອັງກິດ ດ້ວຍຄ່າຕົວລວມເຖິງ 401,2 ລ້ານປອນ ຕາມລາຍງານຂອງ ເດລີ່ ເມວ ສື່ຊື່ດັງຂອງເກາະອັງກິດ.

ການຍ້າຍເຂົ້າມາສູ່ຖິ່ນ ໂອລ ແທຣັບຟອດ ຂອງທາງ ອັງເຄວ ດິ ມາເຣຍປີກທີມຊາດອາກຊັງຕິນ ເຮັດໃຫ້ໄລຍະພັກຮ້ອນນີ້ ແມນ ເຊສເຕີ ຢູໄນເຕັດ ໃຊ້ງົບເສີມທັບໄປແລ້ວເຖິງ 131,7 ລ້ານປອນກັບການຊື້ນັກເຕະ 4 ຄົນມາຮ່ວມທີມ ປະກອບດ້ວຍ ອັນເດ ເອເຣຣ່າ, ລຸກ ຊໍ, ມາກອສ ໂຣໂຮແລະ ດິ ມາເຣຍ.

ເມື່ອເອົາເງິນຈຳນວນດັ່ງກ່າວໄປລວມກັບຄ່າຕົວຂອງນັກເຕະຄົນອື່ນໆໃນທີມແມນຢູ ເຊັ່ນ ຮວນ ມານູເອວ ມາຕາທີ່ຍ້າຍຈາກ ເຊວຊີ ມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ດ້ວຍເງິນຈຳນວນ 37,1 ລ້ານປອນ, ມາຣູຢານ ເຟວໄລນີ່ທີ່ເຮັດໃຫ້ ແມນເຊສເຕີ ຢູໄນເຕັດ ເສຍເງິນໄປ 27,5 ລ້ານປອນເປັນຕົ້ນແລ້ວນັ້ນ ມັນກໍເຮັດໃຫ້ທີມຊຸດນີ້ຂອງແຊັມລີກສູງສຸດອັງກິດ 20 ສະໄໝ ມີຄ່າຕົວລວມກັນເຖິງ 401,2 ລ້ານປອນເລີຍ.

ຈຳນວນດັ່ງກ່າວ ຖືໄດ້ວ່າສູງກວ່າຂອງ ແມນເຊສເຕີ ຊິຕີ ຄູ່ແຂ່ງຮ່ວມເມືອງຂອງ ແມນເຊສເຕີ ຢູໄນເຕັດ ຫຼວງຫຼາຍ ໂດຍທີມຊຸດປັດຈຸບັນຂອງແມນເຊສເຕີ ຊີຕີ ມີຄ່າຕົວລວມກັນຢູ່ທີ່ 344,15 ລ້ານປອນເຊິ່ງຖືເປັນທີມທີ່ມີຄ່າຕົວລວມກັນສູງສຸດເປັນອັນດັບ 2 ຂອງການແຂ່ງຂັນພຣີເມຍລີກໃນລະດູການນີ້ ສ່ວນຊຸດເມື່ອລະດູການກ່ອນຂອງຍອດທີມແຫ່ງຖິ່ນ ເອຕິຮັດ ທີ່ໄດ້ແຊັມພຣີເມຍລີກໄປຄອງ ມີຄ່າຕົວລວມກັນຢູ່ທີ່ 364,7 ລ້ານປອນ.

ຂະນະທີ່ ເຊວຊີຊຸດລົງແຂ່ງລະດູການນີ້ນັ້ນ ມີຄ່າຕົວລວມກັນຢູ່ທີ່ 341,8 ລ້ານປອນສ່ວນຊຸດປັດຈຸບັນຂອງ ລິເວີພູນມີຄ່າຕົວລວມກັນທີ່ 245,8 ລ້ານປອນດ້ານອາເຊນອນ ຊຸດຫຼ້າສຸດ ມີຄ່າຕົວລວມກັນຢູ່ທີ່ 209,5 ລ້ານປອນ.

ທັງນີ້ ໃນທີມຊຸດປັດຈຸບັນຂອງ ແມນເຊສເຕີ ຢູໄນເຕັດ ມີເຖິງ 17 ຄົນທີ່ພວກເຂົາຕ້ອງຈ່າຍເງິນຫຼາຍກວ່າ 10 ລ້ານປອນເພື່ອຄວ້າຕົວມາຮ່ວມທີມ ໃນໄລຍະ 1 ທົດສະວັດທີ່ຜ່ານມາ ເຊິ່ງຫຼາຍຄົນເຫັນວ່າ ແມນຢູຈ່າຍເງິນແພງເກີນໄປກັບນັກເຕະບາງຄົນ ເຊ່ັນ ອັນແດສັນທີ່ມີຄ່າຕົວ 27 ລ້ານປອນ, ຟິວ ໂຈນເຊິ່ງມີຄ່າຕົວ 16,5 ລ້ານປອນ ແລະ ວິວຟຣີດ ຊາຮາທີ່ເຮັດໃຫ້ຍອດທີມແຫ່ງຖິ່ນ ໂອລ ແທຣັບຟອດ ເສຍເງິນໄປ 15 ລ້ານປອນເປັນຕົ້ນ.

ນອກຈາກນີ້ ມີຄວາມເປັນໄປໄດ້ທີ່ຄ່າຕົວໂດຍລວມຂອງ ແມນເຊສເຕີ ຢູໄນເຕັດ ຊຸດປັດຈຸບັນ ຈະເພີ່ມຂຶ້ນໄປອີກເພາະຕອນນີ້ພວກເຂົາຢັງຕົກເປັນຂ່າວກ່ຽວກັບການເສີມທັບຢ່າງຕໍ່ເນື່ອງ.