ວັນພະຫັດ ທີ 12 ທັນວາ 2019 04:43:13

ໂດຍ: ດັ້ນກີບເມກ

ປາກົດການຫຍໍ້ທໍ້ທີ່ກາຍເປັນບັນຫາຂອງສັງຄົມດຽວນີ້ ເກີດຂຶ້ນໃຫ້ເຫັນ ພວກໂຈນນຳໃຊ້ເຕັກນິກ ແລະ ວິທີການໃໝ່ໆມານຳໃຊ້ ໂດຍສະເພາະໃນສັງຄົມເມືອງທີ່ມີຄົນຫຼັ່ງໄຫຼເຂົ້າມາອາໄສຢູ່ຢ່າງຫຼວງຫຼາຍ ແລະ ແອອັດ ເຊິ່ງເຮັດໃຫ້ພວກຄົນບໍ່ດີອາໄສຊ່ອງຫວ່າງຕ່າງໆ ເປັນຕົ້ນຂີ້ລັກງັດແງະ ເພື່ອເອົາຊັບສິນຂອງປະຊາຊົນໂດຍຍັງມີຫຼາຍກໍລະນີຍັງລອຍນວນ ແລະ ເບິ່ງຄືວ່າປາກົດການແບບນີ້ໄດ້ທ້າທາຍອຳນາດກົດໝາຍບ້ານເມືອງຫຼາຍຂຶ້ນ ແຕ່ຄິດວ່າໄປບໍ່ລອດ.

ທ່ານຜູ້ອ່ານຫຼາຍທ່ານຄືຊິໄດ້ຮູ້ເຫັນກ່ຽວກັບຂ່າວຮ້າຍຕ່າງໆທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: ໄວລຸ້ນຂີ່ລົດແຂ່ງກັນ ແກ້ງລັກລົດ ຫຼື ປຸ້ນຈີ້ບ່ອນທາງປ່ຽວ ເຊິ່ງບໍ່ເວັ້ນທຸກປະເພດຂອງລົດ ໃນຈຳນວນຫຼາຍຄະດີທາງເຈົ້າໜ້າທີ່ກ່ຽວຂ້ອງແມ່ນໄດ້ສືບສວນຈັບໄດ້ໄລ່ທັນ ແລະ ຜູ້ກໍ່ເຫດແມ່ນຖືກລົງໂທດຕາມກົດໝາຍ ແຕ່ກໍ່ຍັງມີພວກຂີ້ຢາ (ເສບຢາບ້າ) ເມື່ອຂາດເງິນໝົດຊັບແລ້ວກໍ່ພາກັນອອກຫາລັກບໍ່ເລືອກເວລາສະຖານທີ່.

ຖ້າໃຜຕິດຕາມອ່ານໜັງສືພິມປະຈຳຈະຮູ້ໄດ້ວ່າ: ມີຄະດີຂີ້ລັກຊັບເກີດຂຶ້ນທີ່ບ້ານໜອງທາເໜືອ (ໜັງສືພິມເສດຖະກິດສັງຄົມ 5/8/ 2014) ເມືອງຈັນທະບູລີ ເຊິ່ງລວມມູນຄ່າທີ່ຊັບສິນເສຍຫາຍກວ່າ 20 ລ້ານກີບ ໃນຄືນເກີດເຫດ ເຈົ້າຂອງເຮືອນພ້ອມດ້ວຍຄອບຄົວນອນຫຼັບສະໜິດກະແຈເຮືອນທາງຫ້ອງຄົວຖືກງັດມ້າງແຕກກະຈາຍ ປະຕູເຮືອນຖືກໄຂໄວ້ທັງເບື້ອງໜ້າ ແລະ ຫຼັງ ທ້າວ ເກີດຂວັນໃຈ ມາລີຈັນ ນັກຂ່າວສຳນັກຂ່າວສານປະເທດລາວ (ຜູ້ເສຍຫາຍ) ກວດເບິ່ງຊັບສິນເສຍຫາຍ ລົດຈັກສະແມັດ 1 ຄັນ ຄອມພິວເຕີໂນດບຸກ 2 ໜ່ວຍ ໂທລະສັບໄອໂຟນ 2 ໜ່ວຍ ກ້ອງຖ່າຍຮູບ 2 ໜ່ວຍ ຜູ້ເສຍຫາຍເວົ້າຕື່ມວ່າ: ຄືນນັ້ນຫຼັງຈາກຕື່ນມາເຫັນເຫດການແລ້ວຮູ້ສຶກວ່າ ມີອາການຄ້າຍຄືຖືກຄວັນຢາເບື່ອເມົາ ເຊິ່ງຜູ້ກ່ຽວເອງຄາດວ່າເປັນການຈູດທູບເປົ່າຄວັນທີ່ມີຢາສະຫຼົບເຂົ້າໃນເຮືອນ ເຮັດໃຫ້ຄົນໃນເຮືອນນອນຫຼັບສະໜິດ ແລ້ວໂຈນກໍ່ໄດ້ໂອກາດລົງມືລັກຊັບ ຜູ້ຂຽນໄດ້ມີໂອກາດໄດ້ຟັງຜູ້ເສຍຫາຍອະທິບາຍສູ່ຟັງວ່າ: ພວກຂີ້ຢາ (ຂີ້ລັກ) ປະເພດນີ້ມີຫຼາຍແບບ ຄື: ພວກຂີ້ຢາລັກກາງເວັນ ແລະ ກາງຄືນ ເພາະຕິດຢາເສບຕິດ ແລະ ຫຼິ້ນກິນຟຸມເຟືອຍ.

ເລື່ອງທີ່ເກີດຂຶ້ນຂ້າງເທິງນີ້ ຈຶ່ງເປັນຕົວຢ່າງໃຫ້ຫຼາຍຄົນທີ່ຢູ່ໃນສັງຄົມຮ່ວມກັນຕ້ອງໄດ້ລະວັງຕົວ ມີສະຕິ ແລະ ຕັກເຕືອນລູກຫຼານບໍ່ໃຫ້ປະໝາດ ຫຼື ບາງກໍລະນີ ຖ້າລູກຫຼານຕິດຢາກະບໍ່ຄວນປິດບັງເຈົ້າໜ້າທີ່ ຄວນສົ່ງໄປດັດສ້າງປິ່ນປົວຕາມນະໂຍບາຍແກ້ບັນຫາສະເພາະດ້ານນີ້ ເພື່ອບໍ່ໃຫ້ເປັນໄພແກ່ສັງຄົມ ຫຼື ບໍ່ດັ່ງນັ້ນກໍ່ເປັນໄພແກ່ຕົນເອງໃນຄອບຄົວບູຮານເວົ້າວ່າ: ລ້ຽງງູເຫົ່າງູສາໄວ້ກິນໄກ່...ບາງກໍລະນີ ເຈົ້າໜ້າທີ່ຕຳຫຼວດເພິ່ນກໍ່ໜັກໃຈທີ່ຈະແກ້ບັນຫາດັ່ງກ່າວ ແລະ ໃນກໍລະນີທີ່ເຮືອນຂອງທ້າວ ເກີດຂວັນໃຈ ມາລີຈັນ ນີ້ ເຈົ້າໜ້າທີ່ຕຳຫຼວດເພິ່ນໄດ້ດຳເນີນກວດຄະດີຄືບໜ້າໄປຫຼາຍແລ້ວ.

ຜູ້ຂຽນຫວັງວ່າ ໝູ່ເພື່ອນເຮັດໜ້າທີ່ສື່ມວນຊົນອື່ນໆຄວນເນັ້ນຕີຖອຍປາກົດການຫຍໍ້ທໍ້ຂອງສັງຄົມແບບນີ້ຫຼາຍຂຶ້ນ ເປັນກະບອກສຽງໃຫ້ສັງຄົມໄດ້ຮູ້ຄວາມຈິງ ແລະ ມີສະຕິຫຼາຍຂຶ້ນ ເພາະຄົນຢູ່ໃນສັງຄົມຫຼາຍຂຶ້ນຍ່ອມມີບັນຫາຕາມມາ.

ສະນັ້ນ ຄວນເພີ່ມສະຕິລະວັງຕົວໃຫ້ສູງຂຶ້ນສິ່ງທີ່ສຳຄັນແມ່ນຕ້ອງໃກ້ຊິດກັບອຳນາດການປົກຄອງບ້ານ ເພາະພວກເພິ່ນກຳບັນຫາໄດ້ດີເລື່ອງນີ້ໜ້າໜັກໃຈເພາະຖືກໃຜກໍ່ບໍ່ດີ ທັງນັ້ນ ?.