ວັນອັງຄານ ທີ 10 ທັນວາ 2019 06:54:27

ເນມາ ແບກຄວາມຫວັງຂອງຄົນທັງຊາດໃນບານໂລກເທິງແຜ່ນດິນຂອງພວກເຂົາ ແລະກໍບໍ່ເຮັດໃຫ້ທຸກຄົນຕ້ອງຜິດຫວັງເມື່ອຍິງໄປແລ້ວ 4 ປະຕູຕາມເປັນຮອງດາວຍິງສູງສຸດກ່ອນເກມກັບ ໂຄໂລມບີ.

ດາວເຕະໄວ22 ປີ ມີບັນຫາທີ່ກົກຂາແລະຫົວເຂົ່າ ແຕ່ກໍຜ່ານຄວາມສົມບູນພ້ອມລົງສະໜາມໄດ້ໃນທີ່ສຸດ ໂດຍຜູ້ກ່ຽວຖືກຈັບຕາເບິ່ງເປັນພິເສດ ຮ່ວມກັບ ອາເມສ ໂຣດຣິເກຊ ກອງກາງຟອມຮ້ອນແຮງຂອງທີມຊາດໂຄໂລມບີ ດ້ວຍການທີ່ມີອັນໃດຫຼາຍໆຢ່າງເໝືອນກັນ ຈົນກາຍເປັນອີກໜຶ່ງຄວາມໂດດເດັ່ນທີ່ຊ່ວຍເພີ່ມສີສັນໃຫ້ເກມນີ້.

ເນມາ ເປິດຕົວໄດ້ສວຍງາມ ຫຼັງເຕະມຸມໃຫ້ ຕິອາໂກ້ ຊິວວາ ເອົາເຂົ່າຕໍາບານເຂົ້າເປັນປະຕູນຳ 1-0 ໃຫ້ ບຣາຊິນແຕ່ຫຼັງຈາກນັ້ນຜົນງານແບບຈັບຕ້ອງໄດ້ນັ້ນເກືອບເບິ່ງຫາບໍ່ພົບເລີຍ.

ເນມາ ບໍ່ມີບົດບາດຈົນຫາຍໄປຈາກເກມເລີຍຫາຍໃນບ່ອນນີ້ຄືຫາຍໄປຈິງໆເລີຍ ເມື່ອຜູ້ກ່ຽວດວງແຕກ ຖືກຮວນ ຊູນຢິກ້າ ແບັກຂວາໂຄໂລມບີພຸ່ງກະແທກດ້ວຍຫົວເຂົ່າທີ່ຫຼັງຈົນລົ້ມໄປກອງຄາສະໜາມພ້ອມຮ້ອງໂອດໂອຍ.

ເຊື່ອເລີຍວ່າບັນດາກອງເຊຍບານທີ່ບໍ່ຊື່ນຊອບເນມາ ຄົງເບິ່ງວ່າເປັນການອອກອາການເກີນຈິງຂອງຜູ້ກ່ຽວຢ່າງທີ່ທຳໃຫ້ເຫັນຫຼາຍຄັ້ງຍາມຖືກຄູ່ແຂ່ງຫຼິ້ນງານ ແຕ່ວ່າ ກອງໜ້າຈາກ ບາເຊໂລນ່າ ເຫັນວ່າບໍ່ມີທີທ່າວ່າຈະລຸກຂຶ້ນມາເລີຍກ່ອນຖືກແບກຂຶ້ນເປຫາມອອກນອກສະໜາມໄປ.

ແຕ່ຂ່າວອອກມາຫຼ້າສຸດແຈ້ງໃຫ້ຊາບວ່າ ເນມາ ກອງໜ້າທີມຊາດບຣາຊິນຄົນນີ້ ເຈັບເຖິງຂັ້ນກະດູກສັນຫຼັງແຕກ ແລະ ໝົດສິດກັບມາຊ່ວຍທີມຊາດບຣາຊິນ ຕະຫຼອດໄລຍະທີ່ເຫຼືອຂອງເຕະບານໂລກ 2014 ນີ້ຮຽບຮ້ອຍ.