ວັນພຸດ ທີ 11 ທັນວາ 2019 16:10:47

ໂດຍ: ຊຽງເອງ

ເມື່ອເອີ່ຍເຖິງວຽກງານການເງິນ ຜູ້ປະຕິບັດວຽກງານໃນຂົງເຂດການເງິນກໍ່ຄົງຮູ້ດີວ່າ ວຽກງານດັ່ງກ່າວມີຄວາມເຂັ້ມງວດກວດຂັນສ່ຳໃດ ວຽກນີ້ບໍ່ແມ່ນວຽກທຳມະດາສາມັນທີ່ຈະມີການອະນຸໂລມ ຫຼື ນະໂຍບາຍເຊິ່ງກັນ ແລະ ກັນແຕ່ປະການໃດ ເຊັ່ນ: ຜິດກີບໜຶ່ງ ອັດໜຶ່ງກໍ່ບໍ່ໄດ້ ການຄິດໄລ່ເງິນເດືອນຜິດພາດພຽງ 0,01 ກີບ ກໍ່ອະນຸໂລມໃຫ້ບໍ່ໄດ້ ຕ້ອງໄດ້ເອົາໄປແປງໃໝ່ ລາຍຮັບ ລາຍຈ່າຍ ການເສຍພາສີ ເສຍອາກອນກໍ່ເຊັ່ນກັນ ຕ້ອງມີຫຼັກເກນເປັນໄປຕາມລະບອບລະບຽບ ແລະ ຄວາມຊັດເຈນຂອງມັນຄັກແນ່ ດັ່ງນັ້ນ ຈຶ່ງເວົ້າວ່າ: ນອກຈາກປະຕິບັດຕາມໜ້າທີ່ພາລະບົດບາດຕາມລະບຽບ-ກົດໝາຍ ແລະ ຈັນຍາບັນຂອງວຽກງານການເງິນແລ້ວ ຍັງຕ້ອງມີສະຕິປະຕິບັດຢ່າງເຄັ່ງຄັດຕໍ່ວິໄນການເງິນ ຄ້າຍໆຄືທະຫານ-ຕຳຫຼວດ ທີ່ຍາມໃດກໍ່ປະຕິບັດຕໍ່ລະບຽບເຫຼັກສະເພາະຂອງຕົນເປັນຢ່າງດີ.

ໃນບົດນີ້ເປັນຂໍ້ຄິດແລກປ່ຽນຄວາມຄິດຄວາມເຫັນ ເຊິ່ງອາດຈະຊ່ວຍກະຕຸ້ນໃຫ້ຜູ້ບໍ່ມີສ່ວນກ່ຽວຂ້ອງ ທັງຜູ້ມີສ່ວນກ່ຽວຂ້ອງ ໄດ້ຮູ້ຈັກພໍຄ້າວໆ ແລະ ທົບທວນຄືນເຖິງພາລະບົດບາດໜ້າທີ່ວຽກງານຂອງຕົນທີ່ີກຳລັງປະຕິບັດຢູ່ນັ້ນ ມັນຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍ ແລະ ລະບຽບ-ກົດໝາຍຂອງປະເທດຊາດບ້ານເມືອງແລ້ວ ຫຼື ບໍ່? ເພາະວຽກງານນີ້ມັນສຳຄັນທີ່ສຸດ ພົວພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພົວພັນກັບຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ຫຼື ມະນຸດເງິນເດືອນທັງຫຼາຍໃນສັງຄົມ ແລະ ຫຼາຍຄົນກໍ່ເຂົ້າໃຈວ່າ ເຮັດການໝົດເດືອນແລ້ວຕ້ອງໄດ້ເງິນເດືອນ ເພາະແຕ່ລະມື້ທີ່ໄປເຮັດການກໍ່ເຮັດຢ່າງຕັ້ງໜ້າ ມື້ລະ 7-8 ຊົ່ວໂມງ ບໍ່ມີເວລາຈະໄປຄິດຫາການເພີ່ມພູນອັນໃຫຍ່ໆ ສາມາດລ້ຽງຕົນເອງກຸ້ມເປັນເດືອນເປັນປີ ຢ່າງດີກໍ່ພຽງຫົວສີໄຄ ອີ່ຕູ່ດ້າມຂຸມ ຜັກຫອມດ້າມໜານ ເນື່ອງຈາກດິນດອນຕອນຫຍ້າຫາສ່ຳຝາມືກໍ່ບໍ່ມີ ຖ້າເປັນມະນຸດເຮືອນເຊົ່າແຫ່ງໜັກໜ້າ ຜູ້ທີ່ອອກແຮງງານເປັນກຳມະກອນໃນໂຮງຈັກໂຮງງານ ເມື່ອໝົດເດືອນກໍ່ຕ້ອງໄດ້ເງິນເດືອນ ບໍ່ດັ່ງນັ້ນເມື່ອຜູ້ອອກແຮງງານຮ້ອງຟ້ອງ ຜູ້ຮັບຜິດຊອບກິດຈະການກໍ່ຈະຫຍຸ້ງຍາກໃນທີ່ສຸດ.

ການເບີກຈ່າຍເງິນເດືອນແຕ່ລະບ່ອນແມ່ນຕ້ອງຄືກັນ ຄື: 30ວັນແລ້ວເບີກ ຫຼື ບາງວົງການທຸລະກິດທີ່ມີເງື່ອນໄຂ 15 ວັນເບີກເທື່ອໜຶ່ງກໍ່ມີ ເງິນເດືອນຖ້າຫາກເບີກຈ່າຍກາຍເວລາກໍ່ບໍ່ເອີ້ນເງິນເດືອນ ອາດຈະກະທົບຕໍ່ຜູ້ກິນເງິນເດືອນປົກກະຕິ ເພາະທຸກຢ່າງທີ່ເປັນຕ່ອງໂສ້ເກາະກ່າຍກັນ ມັນຮຽກຮ້ອງຕ້ອງທັນເວລາ ເຊັ່ນດຽວກັບອາຫານລ້ຽງຊີບປະຈຳວັນ ແມ່ນຈະຕ້ອງຢູ່ເຮືອນຄົວລວມ ຄື: ຕະຫຼາດ ຕະຫຼາດຊື້ດ້ວຍເງິນທະນາຄານ ການເດີນທາງໄປການມາການຕ້ອງໃຊ້ນ້ຳມັນລົດ ໃບບິນຄ່າໄຟຟ້າ ຄ່ານ້ຳປະປາ ຄ່າຂີ້ເຫຍື້ອ ກໍ່ມາກົງກັບເວລາໝົດເດືອນເປະໂລດ ຖ້າຕິດໜີ້ກໍ່ຕັດການໃຊ້ ຖ້າມີລູກເຂົ້າໂຮງຮຽນກໍ່ໄລ່ຄ່າຈ່າຍໂຮງຮຽນຕື່ມເຂົ້າໄປຕື່ມຖ້າຕິດໜີ້ໂຮງຮຽນຈ້າງພະນັກງານເກັບເງິນ ບາງຄົນກໍ່ໜ້າຂຽວປານທ້ອງລີງ ນອກຈາກນີ້ຍັງມີການໃຊ້ຈ່າຍຈຳເປັນໃນສັງຄົມຕື່ມເຂົ້າໄປ ເປັນຕົ້ນ ງານດອງ ບຸນ ສົງເຄາະຄົນເສຍຊີວິດ ແລະ ອື່ນໆ ຈະວ່າເງິນເດືອນບໍ່ສຳຄັນກໍ່ສຳຄັນທີ່ສຸດ ເບີກບໍ່ກົງເວລາ ຫຼື ຫຼາຍເດືອນເບີກຍ່ອມບໍ່ຖືກຕ້ອງ ອາດຈະໄລ່ເຂົ້າເປັນການຜິດຕໍ່ວິໄນການເງິນກໍ່ໄດ້ ແມ່ນແທ້ທຸກໆອົງການ ຕະຫຼອດເຖິງບໍລິສັດ ຫ້າງຮ້ານທຸລະກິດຕ້ອງເອົາໃຈໃສ່ເບີກຈ່າຍເງິນເດືອນໃຫ້ທັນເວລາແທ້ໆ ເພາະເງິນເດືອນທີ່ໄດ້ມັນກໍ່ໜ້ອຍຢູ່ແລ້ວ ຖ້າຄົນຈ່າຍບໍ່ລະມັດລະວັງກໍ່ຈະບໍ່ກຸ້ມເດືອນຊ້ຳ ຖ້າເບີກຊັກຊ້າຍິ່ງໄປກັນໃຫຍ່ ເພາະຈະເຮັດໃຫ້ສະທ້ອນໄປໝົດທຸກຢ່າງ ອາດມີການຖາມຫາຮ້ານຄ້າລັດຖະກອນຄືນໃໝ່ ເພາະຢ່າງໜ້ອຍກໍ່ພໍຕິດໜີ້ໄດ້ ຈາກການບໍ່ໄດ້ຮັບເງິນເປັນປົກກະຕິ ຍັງຈະສ້າງໃຫ້ມີຫຼາຍສາເຫດນຳໄປສູ່ປາກົດການຫຍໍ້ທໍ້ຕື່ມອີກ ເຊັ່ນ: ເຮັດໃຫ້ຄົນກະທຳຜິດ ຈົກບ່ອນນັ້ນ ເອົາບ່ອນນີ້ ເພື່ອເຮັດໃຫ້ຕົນເອງມີຊີວິດລອດ ແຕ່ມັນກໍ່ເປັນການຜິດວິໄນແທ້ໆ ແຕ່ເປັນຫຍັງສະໜອງເງິນເດືອນພະນັກງານກຳມະກອນບໍ່ຖືກເວລາ ບໍ່ເຫັນວ່າຈະຜິດກົດໝາຍສະບັບໃດ ຂໍຄວາມເຫັນຈາກທ່ານດ້ວຍ.