ວັນເສົາ ທີ 23 ກຸມພາ 2019 17:57:26

ໂດຍ: ຊຽງເອງ

ຄືດັ່ງຮູ້ກັນດີແລ້ວວ່າ ນະຄອນຫຼວງວຽງຈັນຂອງພວກເຮົາພວມກຳລັງມີການຂະຫຍາຍຕົວທາງດ້ານການສ້າງສາພັດທະນາເສດຖະກິດ-ສັງຄົມ ຄືດັ່ງຕົວເມືອງໃຫຍ່ປະເທດຕ່າງໆໃນຂົງເຂດນີ້ ແລະ ໃນໂລກ ເວົ້າສະເພາະໄລຍະນີ້ແມ່ນເພື່ອສ້າງສິ່ງຮອງຮັບໃນການເຂົ້າຮ່ວມເປັນພາຄີຂອງປະຊາຄົມເສດຖະກິດອາຊຽນ ເຊິ່ງຈະມີຂຶ້ນໃນອີກໜຶ່ງປີກວ່າຕໍ່ໜ້ານີ້.

ແຕ່ໃນຂະນະດ້ານອື່ນພວມມີການຫ້າງຫາກະກຽມຢ່າງຕັ້ງໜ້ານັ້ນ ທາງດ້ານການຄົມມະນາຄົມທີ່ເປັນປາຍແຫຼມທາງເສດຖະກິດກໍ່ມີການບຸກທະລຸໃຫ້ໄດ້ ໂດຍສະເພາະການກໍ່ສ້າງຖະໜົນຫົນທາງໃໝ່ ການປັບປຸງປົວແປງເພື່ອການເຊື່ອມໂຍງທົ່ວປະເທດກໍ່ຄ່ອຍບັນລຸເທື່ອລະກ້າວ ເວົ້າສະເພາະການຈະລາຈອນໃນຕົວເມືອງກໍ່ເປັນວຽກໜຶ່ງເບິ່ງຜິວເຜີນຄືວ່າເປັນບັນຫານ້ອຍ ແຕ່ຕົວຈິງແລ້ວບໍ່ເປັນແນວນັ້ນມັນເປັນບັນຫາໃຫຍ່ ທັງເປັນໜ້າຕາຂອງປະເທດຊາດບ້ານເມືອງອີກດ້ວຍ ຈະເອີ້ນວ່າບັນຫານ້ອຍແຕ່ກໍ່ເປັນບັນຫາທີ່ມີຊີວິດຊີວາກໍ່ວ່າໄດ້ ເບິ່ງຈັ່ງໜຶ່ງກໍ່ຄືວ່າເປັນການວັດແທກເຖິງລະດັບຝີມືຂອງຜູ້ບໍລິຫານທີ່ຮັບຜິດຊອບວ່າຈະເອົາບັນຫານີ້ຢູ່ໝັດ ຫຼື ບໍ່ ເນື່ອງຈາກວ່າຈຳນວນປະລິມານລົດໂອໂຕໃນຕົວເມືອງໄດ້ເພີ່ມຂຶ້ນເລື້ອຍໆ ພ້ອມກັນນັ້ນປາກົດວ່າປ້າຍລົດຂອງປະເທດບ້ານໃກ້ເຮືອນຄຽງກໍ່ເພີ່ມປະລິມານການເຂົ້າມາທ່ຽວ ຫຼື ມາເຮັດທຸລະກຳເພີ້ມຂຶ້ນ.

ໃນສາຍຕາຫຼາຍທ່ານເຫັນວ່າ ວຽກງານການປັບປຸງການຈະລາຈອນກໍ່ໄດ້ຖືກເອົາໃຈໃສ່ເປັນພິເສດ ດັ່ງຈະເຫັນໄດ້ການເຮັດທຸກວິທີທາງເພື່ອລະບາຍລົດໃຫ້ມີຄວາມຄ່ອງຕົວຂຶ້ນ ນັບທັງປັບປຸງເລື່ອງໄຟອຳນາດ ໄປເຖິງການຮື້ຖອນສິ່ງກີດກັນທີ່ໄຮ້ປະໂຫຍດ ນອກຈາກນີ້ເຈົ້າໜ້າທີ່ກ່ຽວຂ້ອງກໍ່ຈັດກິດຈະກຳປູກຈິດສຳນຶກແກ່ມະຫາຊົນ ເພື່ອການມີສະຕິໃນການຂັບຂີ່ຕໍ່ການໃຊ້ລົດໃຊ້ຖະໜົນ ດັ່ງຈະເຫັນໄດ້ແຜ່ນປ້າຍໂຄສະນາຜ່ານທາງແຜ່ນພັບ ເຜີຍແຜ່ທາງໜ້າໜັງສືພິມ ວິທະຍຸ ໂທລະພາບ ແລະ ອື່ນໆ ແຕ່ປານນັ້ນອຸບັດຕິເຫດຍັງບໍ່ຫຼຸດປະລິມານ ເຊິ່ງແນ່ນອນວຽກດັ່ງກ່າວກໍ່ຈະຕ້ອງເດີນໜ້າຕໍ່ໄປ.

ສິ່ງທີ່ປາກົດເຫັນບາງອຸບັດຕິເຫດເກີດຂຶ້ນ ໂດຍໄກຕາເຈົ້າໜ້າທີ່ ໂດຍສະເພາະຍາມວິການ ຄື: ອຸບັດຕິເຫດໄປຕຳເອົາປ້າຍກາງທາງກັ້ນລະຫວ່າງເລນ ຕຳເອົາຫົວມຸມປ່ອນປູກດອກໄມ້ ຕຳເອົາສວນວົງວຽນ ແລະ ປ້າຍ ບາງກໍ່ຕຳໄຟແດງ ປ້າຍຈະລາຈອນ ເສົາໄຟຟ້າ ເຊິ່ງຍົກພຽງເທົ່ານີ້ກໍ່ຮູ້ວ່າ ຄວາມອ່ອນແອຂອງການປະຕິບັດກົດລະບຽບຈະລາຈອນ ແມ່ນມີສູງ ເມື່ອເຫັນເປັນເຊັ່ນນີ້ ຜູ້ຄົນທຽວທາງຕ່າງກໍ່ຄັນແຂ້ວ ແລະ ເວົ້າເປັນສຽງດຽວກັນວ່າ “ມັນໂພດ” ຕ້ອງເອົາເລື້ອງ ຕ້ອງປັບໄໝ ຕ້ອງໃຫ້ສ້ອມແປງສິ່ງເປ່ເພຄືນ ບໍ່ສົມຄວນເລີຍຈະຕ້ອງມາຕຳສິ່ງກໍ່ສ້າງເພື່ອອຳນວຍຄວາມສະດວກແກ່ການເດີນທາງ ເພາະມັນປາກບໍ່ເປັນ ແລະ ກໍ່ຫຼີກບໍ່ເປັນ ບາງຄົນກໍ່ວ່າ ມັນບໍ່ມີຕາບໍ? ກໍ່ມີລະບໍຈຶ່ງຕຳຖືກ ຍ້ອນມາວລາຍ ຕໍ່ໄປຄວນມີການຕິດຕັ້ງກ້ອງວົງຈອນປິດຕາມສີ່ແຍກ ເພື່ອຕິດຕາມຄົນປະໝາດ ເພື່ອຈຳກັດອຸບັດຕິເຫດໃຫ້ໜ້ອຍລົງກໍ່ຈະດີແທ້.