ວັນເສົາ ທີ 23 ກຸມພາ 2019 11:53:59

ໂດຍ: ແນວລາວ

ມີຜູ້ຕັ້ງຄຳຖາມວ່າ: ປີໃໝ່ລາວກໍ່ມີການປ່ຽນເວລາຂຶ້ນປີໃໝ່ບໍ?.

-ຖ້າເບິ່ງຕາມຄຳທຳນາຍໃນແຕ່ລະປີ ກໍ່ຈະມີແຈ້ງໃຫ້ຮູ້ຊັດເຈນ.

- ສຳລັບຜູ້ນິຍົມສະຫຼອງແບບສາກົນ ໂດຍການນັ່ງລໍຖ້າເວລາປ່ຽນຈາກປີເກົ່າເປັນປີໃໝ່ ແມ່ນໃຫ້ລໍຖ້າເວລາຖະເຫຼີງສົກປີໃໝ່ລາວ ຄື: ເວລາ 12 ໂມງ 9 ນາທີ 00 ວິນາທີ (ຕອນທ່ຽງ) ເຊິ່ງເປັນວັນສັງຂານຂຶ້ນ ເດືອນ 5ແຮມ 2 ຄ່ຳ ວັນພຸດ ກົງກັບວັນທີ 16 ເມສາ ຄ.ສ 2014.

-ສ່ວນລາຍລະອຽດໃນການທຳນາຍກ່ຽວກັບປີໃໝ່ລາວຂອງປີນີ້ ທີ່ຄົ້ນຄວ້າ ແລະ ຄຳນວນໂດຍ ພຣະອາຈານມະຫາ ບົວຄຳ ສາຣິບຸດ ຮອງປະທານ ອ.ພ.ສ ແຫ່ງ ສປປ ລາວ ແລະ ມະຫາແກ້ວ ສຸວັນນະພົງ ພະນັກງານບຳນານມີດັ່ງນີ້:

-ປີ ພ.ສ 2557ຈ.ສ 1376ຄ.ສ 2014ປີມະເມຍ (ກາບສະງ້າ) ສະສົກປົກກະຕິມາດ ປົກກະຕິວານ ປົກກະຕິສຸຣະທິນ.

+ ສັງຂານລ່ວງ: ເດືອນ 5ຂຶ້ນ 15ຄ່ຳ ວັນຈັນ ປີມະເສັງ (ກ່າໃຄ້) ພ.ສ 2556ກົງກັບວັນທີ 14ເມສາ ຄ.ສ 2014 ເວລາ 8 ໂມງ 48 ນາທີ 00 ວິນາທີ.

+ ສັງຂານເນົາ: ເດືອນ 5ແຮມ 1 ຄ່ຳ ວັນອັງຄານ ປີມະເສັງ (ກ່າໃຄ້) ພ.ສ 2556 ກົງກັບວັນທີ 15 ເມສາ ຄ.ສ 2014 ຈ.ສ 1375.

+ ວັນສັງຂານຂຶ້ນ: ເດືອນ 5ແຮມ 2ຄ່ຳ ວັນພຸດ ປີມະເມຍ (ກາຍສະງ້າ) ພ.ສ 2556 ກົງກັບວັນທີ 16 ເມສາ ຄ.ສ 2014 ເວລາ 12 ໂມງ 9 ນາທີ 00 ວິນາທີ ເປັນວັນຖະເຫຼິງສົກປີໃໝ່ລາວ ປ່ຽນເປັນຈຸລະສັກກະຣາດ 1376.

+ ນາງສັງຂານ: ປີມະເມຍ (ກາບສະງ້າ) ສະສົກທາງຈັນທະຣາຄະຕິ ແລະ ສຸຣິຍະຄະຕິ ກໍ່ເປັນປົກກະຕິມາດ ປົກກະຕິວານ ແລະ ປົກກະຕິສຸລະທິນຄືກັນ ມີ 365 ວັນ.

+ ນາມມະຫາສົງການ: ສັງຂານລ່ວງວັນຈັນ ນາງເທບທິດາທີ 2 ຊື່ວ່າ: “ໂຄຣາຄະເທວີ” ທົງພຣະຫຸຣັດ ຖັດດອກປິບ (ດອກກາງຂອງ) ອາພອນປະດັບໄປດ້ວຍແກ້ວມຸກດາຫານ (ສີໝາກ ສີໄຂ່ມຸກ) ພັກສາຫານນ້ຳນົມ ພຣະຫັດຂວາຖືພຣະຂັນ (ງ້າວ ດາບ) ພຣະຫັດຊ້າຍຖືໄມ້ເທົ້າສະເດັດໄສຍາດ (ນອນ) ມືນຕາມາເໜືອຫຼັງພະຍັກຄະ (ເສືອໂຄ່ງ) ເປັນພາຫະນະ.

+ ສັງຂານລ່ວງ: ວັນຈັນ ຈະແພ້ທ້າວພະຍາເສນາບໍດີຜູ້ໃຫຍ່ທັງຫຼາຍ.

+ ສັງຂານເນົາ: ວັນອັງຄານ ໝາກພູ ເຂົ້າປາຈະແພງ ຈະແພ້ອາມາດມົນຕຣີທັງປວງ.

+ ສັງຂານຂຶ້ນ: ວັນພຸດ ຣາຊບັນດິດປຸໂຣຫິຕາຈານ ຈະມີຄວາມສຸກສຳຣານເປັນອັນມາກ.

+ ນາກປະທານຊົລ: ເສດ 6ນາກໃຫ້ນ້ຳ ຫຼິ້ນນ້ຳ 6ໂຕ ຝົນຈະມີອຸດົມທຸກໆແຫ່ງ.

+ ເກນພິຣຸນນະສາດ: ເສດ 0ພຣະເສົາເປັນອະທິບໍດີບັນດານໃຫ້ຝົນຕົກ 400 ຫ່າ

ຕົກໃນຈັກກະວານ 160 ຫ່າ

ຕົກປ່າຫິມະພານ 120 ຫ່າ

ຕົກມະຫາສະໝຸດ 80 ຫ່າ

ຕົກມະນຸດໂລກ 40 ຫ່າ

+ ເກນທາຣາທິຄຸນ: ເສດ 8ຣາສີເຕໂຊທາດ ທາດໄຟ ນ້ຳຈະນ້ອຍ.

+ ທວາຍເລື່ອງລົມ: ເສດ 10ຈະມີລົມພັດມາສະເໝີກັນທຸກທິດ.

+ ເກນທັນຍາຫານ: ເສດ 2ຊື່ວ່າ: ວິບັດເຂົ້າກ້າໄຮ່ນາ ຈະມີດ້ວງ ບົ້ງ ແມງກິນ ຈະໄດ້ຜົນແຕ່ເຄິ່ງດຽວ.

+ ທວາຍເລື່ອງການເຮັດນາ: ເສດ 25ນາລຸ່ມ ແລະ ນາໂນນ ຈະດີທັງສອງຢ່າງ.

+ ທວາຍເລື່ອງໝາກໄມ້: ເສດ 2ໝາກໄມ້ຈະເປັນດົກຫຼາຍ.

+ ເກນກາລະໂຍກ: ເສດ 1ວັນອາທິດ ເປັນວັນທຸງໄຊ.

ເສດ 2 ວັນຈັນ ເປັນວັນອະທິບໍ່ດີ

ເສດ 1 ວັນອາທິດ ເປັນວັນອຸບາດ

ເສດ 4 ວັນພຸດ ເປັນວັນໂລກາວິນາດ

+ ເກນຣຸກຂະຊາດ: ເສດ 5ໄມ້ອ້ອຍຊ້າງ ໄມ້ຊ້າງນ້າວ ເປັນພຣະຍາ ນ້ຳຈະຖ້ວມ ເຂົ້າດີ ພິກພູດີທຸກຢ່າງ.

ຂໍອວຍພອນແດ່ເພື່ອນຜູ້ອ່ານຈົ່ງມີແຕ່ຄວາມສຸກ ຄວາມຈະເລີນຕະຫຼອດປີ...