ການ​ປະ­ຢັດ ເນື້ອ​ແທ້​ກໍ່​ແມ່ນ​ການ​ພັດ­ທະ­ນາ

1.962 03 ມ.ສ. 2014 ນານາສາລະ

ໂດຍ : ໜີ​ດຳ

ການ​ປະ­ຢັດ​ມັດ­ທະ­ຍັດ​ເປັນ​ນ້ຳ­ໃຈ ເປັນ​ມູນ­ເຊື້ອ ແລະ ເປັນ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ລາວ-​ຄົນ​ລາວ ໃນ​ສະ­ໄໝ​ການ​ປະ­ຕິ­ວັດ​ຊາດ-ປະ­ຊາ­ທິ­ປະ­ໄຕ ພັກ​ເຮົາ​ໄດ້​ນຳ­ພາ​ພະ­ນັກ­ງານ ທະ­ຫານ ແລະ ປະ­ຊາ­ຊົນ​ເດັດ­ດ່ຽວ ຕັດ­ສິນ​ໃຈ​ສູ້​ຮົບ​ຕີ​ສັດ­ຕູ ທັງ​ມີ​ນ້ຳ­ໃຈ​ປະ­ຢັດ ລູກ­ປືນ​ແຕ່​ລະ​ລູກ​ຕ້ອງ​ຍິງ​ເຂົ້າ​ເປົ້າ ມີ​ການ​ເພີ່ມ​ພູນ​ຜະ­ລິດ­ຜົນ ປູກ­ຝັງ-ລ້ຽງ­ສັດ ນຳ​ເອົາ​ສະ­ບຽງ​ອາ­ຫານ​ເຂົ້າ​ສູ່​ເຮືອນ­ຄົວ ຫຼື ຄົວ​ເຮືອນ ຈົນ​ເກີດ​ມີ​ຂະ​ບວນ​ການ​ແຂ່ງ­ຂັນ “3 ຕາບ-ຫຼາຍ​ຕາບ” ເຊິ່ງ​ເປັນ​ການ​ກຸ້ມ​ຕົນ​ເອງ-ເພິ່ງ​ຕົນ​ເອງ ອັນ​ໄດ້​ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ ໄຊ­ຊະ­ນະ​ລວມ​ຂອງ​ການ​ປະ­ຕິ­ວັດ.

ປັດ­ຈຸ­ບັນ ​ນ້ຳ­ໃຈ​ປະ­ຢັດ​ມັດ­ທະ­ຍັດ​ຍັງ​ອຳ​ມະ­ຕະ ແລະ ຄົງຄຸນ­ຄ່າ​ຕະ­ຫຼອດ​ໄປ ແຕ່​ສິ່ງ​ທີ່​ໜ້າ​ຍົກ­ຍ້ອງ​ໃນ​ຂະ­ນະ​ນີ້​ກໍ່​ແມ່ນນ້ຳ­ໃຈ​ປະ­ຢັດ​ມັດ­ທະ­ຍັດ​ຂອງ​ນາຍ ແລະ ພົນ­ທະ­ຫານ ເຊິ່ງຍັງ​ເສີມຂະ­ຫຍາຍ​ມູນ­ເຊື້ອ​ດັ່ງ­ກ່າວ ສະ­ແດງ​ອອກ​ໃນ​ການຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ຂວັນ 4 ລ້ຽງ-4 ປູກ ທີ່​ກົມໃຫຍ່​ພາ­ລາ​ທິການ​ກອງ­ທັບ​ວາງ​ອອກ ຜູ້​ຂຽນ​ໄດ້​ເຂົ້າ​ຢ້ຽມ­ຢາມ​ກອງ­ພັນໜຶ່ງ​ທີ່​ຂຶ້ນ​ກັບ​ກົມ 49 ກ່ອນ​ໜ້າ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງກອງ­ທັບ ຄົບ­ຮອບ 65 ປີ ກໍ່​ເຫັນ​ຄ້າຍ​ຄູ​ກອງ​ນັ້ນ​ເຕັມ​ໄປດ້ວຍ​ພືດ​ຜັກ​ຂຽວ​ສະ​ອູ່ມ​ ຈົນ​ເກືອບ​ບໍ່​ມີ​ແຜ່ນ­ດິນ​ເປົ່າ​ຫວ່າງ ສະ­ຫາຍ​ຮອງ​ກອງ­ພັນ​ຍັງ​ເນັ້ນ​ຕື່ມວ່າ: ທຸກ​ຄົນ ນັບ​ແຕ່​ຄະ­ນະພັກ ຄະ­ນະ​ບັນ­ຊາ ລົງ​ເຖິງ​ພົນ­ທະ­ຫານ ​ກໍ່​ມີ​ພັນ­ທະ​ນຳ​ເອົາ​ຜັກ 100ກວ່າ​ກິ​ໂລ ແລະ ຊີ້ນ​ສັດ 10ກວ່າ​ກິ​ໂລ ​ມອບ​ເຂົ້າ​ເຮືອນຄົວ​ລວມ ນອກ​ນີ້​ກໍ່​ມີ​ກົມ​ກອງ​ອື່ນໆ​ອີກ ນີ້​ເປັນ​ການ​ຢືນ­ຢັນເຖິງ​ການ​ປະ­ຢັດ​ມັດ­ທະ­ຍັດ​ຍັງ​ຄົງ​ຄຸນ­ຄ່າ​ຢູ່.

ໃນ​ລະ­ຫວ່າງ 3-4 ປີ​ມາ​ນີ້ ລັດ­ຖະ­ບານ​ກໍ່​ໄດ້​ອອກ​ແຈ້ງການ​ໃຫ້​ບັນ­ດາ​ຂະ­ແໜງ­ການ-ທຸກ​ທ້ອງ­ຖິ່ນ​ຕ່າງໆ ​ຈົ່ງ​ເພີ່ມທະ­ວີ​ການ​ປະ­ຢັດ​ມັດ­ທະ­ຍັດ ແລະ ໃນ​ກອງ​ປະ­ຊຸມ​ລັດ​ຖະບານ​ສະ­ໄໝ​ສາ­ມັນ ປະ­ຈຳ​ເດືອນ​ມີ­ນາ 2014 ຄະ­ນະ​ລັດ​ຖະບານ​ຍັງ​ໄດ້​ປະ­ກອບ​ຄຳ​ເຫັນ​ຕໍ່​ຮ່າງ​ຄຳ​ສັ່ງ​ຂອງທ່ານ​ນາ­ຍົກລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ປະ­ຢັດ ແລະ ຕ້ານ​ການ​ຟູມ​ເຟືອຍ ຈຸດ­ປະ­ສົງ​ເພື່ອ​ເພີ່ມ ແລະ ອະ­ທິ­ບາຍ​ບາງ​ເນື້ອ​ໃນ​ທີ່​ບໍ່​ທັນ​ຈະແຈ້ງ​ໃນ​ນິ­ຕິ​ກຳ​ທີ່​ປະ­ກາດ​ໃຊ້​ໃນ​ໄລ­ຍະ​ຜ່ານ​ມາ ແລະ ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ​ ຍັງ​ເນັ້ນ​ໃຫ້​ທົ່ວ​ສັງ­ຄົມ​ຈັດ​ຕັ້ງ​ການ​ຫຼິ້ນ​ບຸນປີ​ໃໝ່​ລາວ ພສ 2557 ຢ່າງປະ­ຢັດ ຫ້າມ​ນຳ​ໃຊ້​ງົບ­ປະ­ມານຂອງ​ລັດ ຫຼື ເງິນ​ລະ­ດົມ​ຈາກ​ຜູ້​ປະ­ກອບ​ການ (ພາກ​ທຸ­ລະ​ກິດ) ເພື່ອ​ຈັດ​ຕັ້ງ​ງານ​ລ້ຽງ ງານ​ມ່ວນ­ຊື່ນ​ລື່ນ­ເລີງ ຮັບ­ແຂກ ຊື້​ຂອງຂວັນ ທັງ​ຫ້າມ​ນຳ​ໃຊ້​ໄຟ­ຟ້າ ນ້ຳ​ປະ­ປາ ນ້ຳ­ມັນ ພາ­ຫະ­ນະຂອງ​ລັດ ເຊັ່ນ: ລົດ ໂທລະ­ສັບ ແລະ ວັດ­ຖຸ​ອຸ­ປະ­ກອນ​ຮັບ​ໃຊ້ຕ່າງໆແບບ​ຟູມ​ເຟືອຍ ແລະ ບໍ່​ມີ​ລັກ­ສະ­ນະ​ເພື່ອ​ວຽກ​ສ່ວນລວມ.

ເຖິງ​ຢ່າງ­ໃດ​ກໍ່​ຕາມ ໃນ​ຍຸກ​ໃໝ່ ຍຸກ​ກົນ​ໄກ​ຕະ­ຫຼາດ​ ສະພາບ​ການ​ຫຼິ້ນ​ກິນ​ຟູມ​ເຟືອຍ​ແມ່ນ​ມີ​ລັກ­ສະ­ນະ​ແຂ່ງ­ຂັນ​ກັນຢ່າງ​ອອກ​ໜ້າ​ອອກ​ຕາ ການ​ໃຊ້​ເງິນ​ເໝືອນ​ດັ່ງ​ຫວ່ານ​ໃບ​ໄມ້ ນັ່ງ​ກິນ​ອາ­ຫານລາ­ຄາ​ແພງ​ຢູ່​ພັດ​ຕະ​ຄານ​ລະ­ດັບ​ຫຼູ​ຫຼາ ນອນຢູ່​ໂຮງ­ແຮມ 5 ດາວ ກິນ​ເຫຼົ້າ-ໃສ່­ເຄື່ອງ​ປະ­ດັບ ເຄື່ອງ​ສຳອາງ ຫຼື ເຄື່ອງ­ນຸ່ງ​ລາ­ຄາ​ແພງ ຂີ່​ລົດ​ຊັ້ນ​ນຳ ມີ​ເຮືອນ​ຄື​ຄະ​ລືຫາດ... ມີ​ບາງ​ຄົນ ບາງ​ອົງກອນ ທັງ​ພາກ​ລັດ ແລະ ພາກເອ­ກະ​ຊົນ ຫຼື ຄະ­ນະ​ນຳ ກໍ່​ຄື​ຝ່າຍ​ຈັດ​ຊື້-ຈັດ​ຈ້າງ​ບາງ​ຈຳ­ນວນ ຍັງມີ​ການ​ສັ່ງ​ຊື້ ແລະ ຊອກ​ຫາ​ສິ່ງ​ຂອງ​ມາ​ຮັບ​ໃຊ້​ສຳ­ນັກງານ​ ດ້ວຍ​ວັດ­ຖຸ​ສິ່ງ​ຂອງ​ແພງ​ຫຼາຍ ຂະ­ນະດຽວ​ກັນ​ອົງ­ການປົກ­ຄອງ​ທ້ອງ­ຖິ່ນ​ບາງ​ແຫ່ງ ແລະ ປະ­ຊາ­ຊົນ​ບໍ່​ໜ້ອຍ​ ຍັງ​ພາກັນ​ຈັດ​ງານ ກິດ­ຈະ­ກຳ ເປັນ­ຕົ້ນ ​ງານ​ດອງ ງານ​ບຸນ ວັນເກີດ... ສ້າງ​ການ​ສູນ​ເສຍ​ເມັດ​ເງິນ​ມະ­ຫາ­ສານ​ໃນ​ແຕ່ລະ​ປີ ເຮັດ​ໃຫ້­ການ​ພັດ­ທະ­ນາ​ຄອບ­ຄົວ ແລະ ປະ­ເທດ​ຊາດ​ຖົດ​ຖອຍຢ່າງ​ບໍ່​ຮູ້­ສຶກ​ຕົວ ແຕ່​ທັງ​ນັ້ນທັງ​ນີ້ ກໍ່​ຄວນ​ຄິດ​ເຫັນ​ສະ­ພາບຄວາມ​ເປັນ​ຈິງ​ຂອງ​ປະ­ເທດ​ຊາດ ຂອງ​ສັງ­ຄົມ​ມາ​ກ່ອນ ເອົາ­ລະ ຄ່ອຍ​ຫຼິ້ນ​ຄ່ອຍ​ກິນ​ຈຶ່ງ​ເບີກ­ບານ​ມ່ວນ­ຊື່ນ ເງິນ​ບໍ່​ໝົດຄົນ​ຍັງ​ຄົບ​ ຄ່ອຍ​ພົບ​ກັນ​ໄດ້​ຕະ­ຫຼອດ​ໄປ.

ຂ່າວທີ່ກ່ຽວຂ້ອງ