ຂ່າວຫຼ້າສຸດ

ກິນ​ມຳໆ ບໍ່​ຄະ­ລຳ​ນຳ​ທ້ອງ

2.088 26 ມີ.ນ. 2014 ນານາສາລະ

ໂດຍ: ຊຽງ​ກະ​ເລນ

ຄຳ​ວ່າ “ກິນ​ມຳໆ ​ບໍ່​ຄະ­ລຳ​ນຳ​ທ້ອງ” ນີ້​ເປັນ​ສຸ­ພາ­ສິດ​ພື້ນ­ເມືອງ​ລາວ ເຊິ່ງ​ມີ​ເນື້ອ​ໃນ​ກ່າວ​ເຕືອນ​ຜູ້ຄົນ​ໃຫ້​ມີ​ສະ­ຕິ​ລະ­ວັງຕົວ ​ເອົາ­ໃຈ­ໃສ່​ຕໍ່ການ​ບໍລິ​ໂພກ ຫຼື ຊົມ­ໃຊ້​ວັດ­ຖຸ​ສິ່ງ​ຂອງຕ່າງໆ​ ໃຫ້​ມີ​ຄວາມລະ­ມັດ­ລະ­ວັງ ໂດຍ​ໃຫ້​ພິ­ຈາ­ລະ­ນາ​ຢ່າງ​ຖີ່​ຖ້ວນ​ເຖິງ​ຄວາມຕ້ອງ­ການ ຫຼື ການ​ສະ­ເໜີ​ ເພື່ອ​ໃຫ້ສອດ­ຄ່ອງກັບ​ການ​ສະໜອງ ຫຼື ວ່າຊົມ­ໃຊ້​ພໍ­ດີ ກິນ​ພໍ­ດີ ກິນ​ເພື່ອ​ຢູ່ ແຕ່​ບໍ່​ແມ່ນ​ຢູ່ເພື່ອ​ກິນ ຄຳ​ວ່າ ພໍ­ດີ​ໃນ​ສັບ​ພາ­ສາ​ລາວ​ເຮົາ ແປ​ວ່າ: ພຽງ­ພໍກັບ​ຄວາມ​ຕ້ອງ ການ​ບໍ່​ຫຼາຍ​ເກີນ​ຄວນ ແຕ່​ຖ້າ­ວ່າເຫຼືອ​ແລ້ວຖິ້ມ​ຢັງ​ຢາຍ​ຊະ­ຊາຍ ​ແບບ​ບໍ່​ຄຳ­ນຶງ​ເຖິງ​ຂໍ້​ຫຍຸ້ງ­ຍາກ​ກ່ອນ​ຈະໄດ້​ມາ​ ຄົນ​ທັງ­ຫຼາຍ​ກໍ່​ຈະເວົ້າ​ວ່າ ໃຊ້ ຫຼື ກິນ​ຟຸມ​ເຟືອຍ ຫຼື ໄສ້​ແຕກ ແລ້ວ­ແຕ່​ຜູ້​ເວົ້າ​ຈະ​ສຽດ​ໃສ່​ວ່າ​ຊັ້ນ​ສາ ກົງ­ກັນ­ຂ້າມຖ້າຫາກ​ມີ​ປາ­ກົດ­ການ​ຢູ່​ເພື່ອ​ກິນ ກິນ​ມຳໆ ຫຼື ບໍ­ລິ­ໂພກ​ຢ່າງຫຼວງ­ຫຼາຍ ​ແລ້ວ​ກັບ​ມີ​ອາ­ການ​ເຈັບ­ທ້ອງ​ເຈັບ​ໄສ້ ຫຼື ໃຊ້​ສອຍວັດ­ຖຸ​ຢ່າງ​ບໍ່​ມີ​ຂອບ​ເຂດ ແບບ​ສັງ­ຄົມ​ບໍ­ລິ­ໂພກ​ນິ­ຍົມ ​ບໍ່​ດົນ​ກັບເກີດ​ເພ­ພັງ ຜູ້​ຄົນ​ກໍ່​ຈະ​ເວົ້າ​ວ່າ: ນັ້ນ​ລະ​ກິນ​ມຳໆ ​ບໍ່​ຄະ­ລຳ​ນຳທ້ອງ ຫຼື ກິນ​ມຳໆ​ບໍ່​ເບິ່ງ​ໜ້າ​ເບິ່ງ​ຫຼັງ ເຊິ່ງ​ສົ່ງຜົນ​ກະ­ທົບ​ມາ­ສູ່​ສຸຂະ​ພາບ​ຕົນ​ເອງ ອັນ​ເປັນ­ຕົ້ນ​ເຫດ​ໃຫ້​ເກີດ​ມີ​ອາ­ການ​ເຈັບ­ທ້ອງເຈັບ​ໄສ້​ ເຖິງຂັ້ນ​ຫາມ​ສົ່ງ​ໂຮງ­ໝໍ ຜູ້​ຄົນ​ຍິ່ງ​ຈະ​ເວົ້າ­ພື້ນທານຂວັນ​ກັນ​ໄປ​ໃຫຍ່ ແລະ ຍັງ​ມີ​ຄຳ​ເວົ້າ​ໜຶ່ງ​ຕື່ມ​ວ່າ: “ກິນປານ​ກຳ­ພ້າ​ຈວບ​ນົມ”.

ຄຳ​ວ່າ ກິນ​ມຳໆ ​ບໍ່​ຄະ­ລຳ​ນຳ​ທ້ອງ ​ຍັງ​ມີ​ຄວາມ​ໝາຍກວມລວມ​ເຖິງ​ການ​ມີ​ຈຸດ​ອ່ອນ ​ປະ​ເມີນຄວາມ​ຕ້ອງ­ການ​ຂອງຕົນ​ບໍ່​ຖືກ­ຕ້ອງ​ຊັດ​ເຈນ ອັນ​ນຳ­ໄປ​ສູ່​ຄວາມ​ຜິດ­ພາດ​ໃນ​ການຄິດ­ໄລ່ ຖ້າ­ວ່າ​ເປັນ​ໂຄງ­ການ​ໃຫຍ່ໆ​ກໍ່​ຈະ​ນຳ­ໄປ​ສູ່​ການ​ສູນເສຍ​ວັດ­ຖຸເງິນ​ຄຳ ຫຼື ຢ່າງ​ນ້ອຍ​ກໍ່​ມີ​ຜູ້​ກ່າວ​ຫາ​ວ່າເປັນ​ການ​ບໍ່ຈະ­ແຈ້ງ ຫຼື ກາຍ­ເປັນ​ຊ່ອງ​ຫວ່າງ​ໃຫ້​ແກ່​ການ​ກະ­ທຳ​ທີ່​ບໍ່​ໂປ່ງໃສ ແລະ ກໍ່​ມີ​ຄຳ​ເວົ້າເຕືອນ​ຂອງ​ສຸ­ພາ­ສິດ​ບູ­ຮານ​ຕື່ມ​ອີ​ກວ່າ: “ກິນ​ຫຼາຍ​ທ້ອງ​ແຕກ ແບກ​ຫຼາຍ​ຫຼັງ​ຫັກ” ເຊິ່ງ​ຄຳ​ນີ້​ກໍ່ແມ່ນການ​ເວົ້າ​ໂດຍ​ກົງ​ຄື​ຄຳ ກິນ​ມຳໆ... ເຊັ່ນ​ກັນ.

ນອກ­ຈາກ​ນີ້​ກໍ່​ຍັງ​ມີ​ຄຳ​ສັບ​ອື່ນໆ​ທີ່​ຢາກ​ຈະ​ສະ­ທ້ອນ​ໃຫ້ເຫັນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ການໂລບ​ມາກ​ໂລ­ພາ ການບໍ່​ມີ​ເມືອງ​ພໍ​ຂອງ​ຜູ້​ຄົນ​ທີ່​ເກາະ​ຫ້ອຍ​ໃຊ້​ສິດ​ອຳ­ນາດ​ທີ່​ປະ­ຊາຊົນ​ມອບ​ໝາຍ​ໃຫ້ ສວຍ­ໂອ­ກາດ​ທາງ​ທ່າ​ຖືກ​ກົດ­ໝາຍ​ຊອກຫາ​ຜົນ​ປະ­ໂຫຍດ​ມາ­ສູ່​ຕົນ​ເອງ ທຳ­ລາຍ​ຜົນປະ­ໂຫຍດ​ຂອງລັດ ເຊິ່ງ​ທາດ​ແທ້​ອ້າງ​ຕົນ​ເອງ​ວ່າ: ເຮັດ​ເພື່ອ​ຊາດ ເພື່ອ​ປະຊາ​ຊົນ ບາດ​ທາດແທ້­ແລ້ວ​ກໍ່​ແມ່ນ​ເພື່ອ​ຕົນ​ເອງ ເພື່ອ​ພັກພວກ ຈຸ້ມ​ເຈື້ອ​ຕົນ​ເອງ ແທ້​ຈິງ​ກໍ່​ແມ່ນ​ການ​ສ້າງ​ປາ­ກົດ­ການຫຍໍ້­ທໍ້ ອັນ​ນຳ­ໄປ​ສູ່​ການ​ເສຍ​ຫາຍ​ຂອງ​ສ່ວນ​ລວມ​ທີ່​ຫຼີກ­ເວັ້ນບໍ່​ໄດ້ ເປັນ­ຕົ້ນ​ການ​ສໍ້​ລາດ​ບັງຫຼວງ ເຊິ່ງ​ເປັນ​ໄພ​ອັນ­ຕະ­ລາຍຕໍ່​ການ​ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ປັດ­ຈຸ­ບັນໄດ້​ປະ­ກາດໃຊ້ກົດ­ໝາຍ​ດັ່ງ­ກ່າວ​ມາ​ຫຼາຍ​ປີ​ແລ້ວ ແລະ ພວມ​ມີ​ມາດ​ຕະການ​ບາງ​ຢ່າງ​ຕື່ມ ເພື່ອ​ເຮັດ​ແນວ­ໃດໃຫ້​ຊັບ​ສົມ­ບັດ​ລວມຂອງ​ຊາດ ​ຖືກ​ນຳ​ໃຊ້​ເປັນ​ຜົນ​ປະ­ໂຫຍດ​ແດ່​ສ່ວນ​ລວມ.

ທຳ​ມະ​ຊາດ​ຂອງ​ຄົນ​ເຮົາ​ມີ​ທ້ອງ​ໄວ້​ເພື່ອ​ຮັບ​ອາ­ຫານ ແລ້ວອາ­ຫານ​ກໍ່​ຈະ​ຖືກ​ປັບ​ປ່ຽນ​ໃຫ້​ກາຍ­ເປັນ​ພະ­ລັງ­ງານ​ໃນ​ການຂັບ​ເຄື່ອນ​ຊີ­ວິດ​ໄປ​ຂ້າງ​ໜ້າ ແນ­ໃສ່​ເຮັດ​ໃຫ້­ການ​ດຳ­ລົງ​ຊີ­ວິດເປັນ​ປົກ­ກະ­ຕິ​ທຳ​ມະ​ດາ ແລະ ກ້າວ​ໄປ​ສູ່​ການ​ເຮັດ​ໃຫ້​ສັງ­ຄົມມີ​ຄວາມ​ສະ­ຫງົບ​ສັນ­ຕິ ສ້າງ​ໃຫ້​ສັງ­ຄົມ​ມີການ​ຂະ­ຫຍາຍ­ຕົວ ແຕ່​ບໍ່​ແມ່ນ​ມີ​ທ້ອງ​ໄວ້​ເພື່ອ​ກິນ ກິນ​ຢ່າງ​ບໍ່​ມີ​ການ​ເລືອກ­ເຟັ້ນ​ ພໍປານ​ທ້ອງ​ອີ່ຕາ​ພາມ​ມະ­ໂນ​ ໃນເລື່ອງ​ພະ​ເຫວດ​ສັນ​ດອນ ເຊິ່ງຕາ​ພາມ​ດັ່ງ­ກ່າວ​ກິນ​ຫຼາຍ ກິນ​ບໍ່​ມີ​ການເລືອກ­ເຟັ້ນ ກິນ​ຈົນທ້ອງ​ແຕກ​ຕາຍ ດັ່ງ​ເທດ​ພະ​ເຫວດ​ວ່າ: ທ້ອງ​ພາມ​ແຕກ​ດັງ​ປຸ ທ້ອງ​ພາມ​ຫຼຸ​ດັງປ້າງ ດັ່ງ­ນັ້ນ ຖ້າ​ກິນ​ອາ­ຫານ​ທີ່​ເຫັນ​ແຕ່​ຕາມໃຈ​ປາກ ແລະ ຄວາມ​ຢາກ​ຂອງ​ທ້ອງ​ເປັນ​ສຳ­ຄັນ ນ້ອຍ​ບໍ່ນານ​ມັນ​ກໍ່​ຈະ​ກະ­ທົບ​ຕໍ່​ບຸກ­ຄົນ​ນັ້ນໆ​ຢ່າງ​ຫຼີກ​ບໍ່​ມົ້ມ ແລະ ຄຳວ່າ ຄົນ​ມັກ​ກິນ​ຫຼາຍ​ຕາຍຍ້ອນ​ປາກ ​ກໍ່​ຈະ​ກາຍ­ເປັນ​ຂ່າວ​ລືຕາມ​ມາ ວ່າ​ຊັ້ນ​ສາ.

ຂ່າວທີ່ກ່ຽວຂ້ອງ