ວັນພະຫັດ ທີ 12 ທັນວາ 2019 13:33:58

ໂດຍ : ດັ້ນກີບເມກ

ມີນັກຂຽນໄທຜູ້ໜຶ່ງຊື່ ຖະໜອມສັກ ຈິຣະຍຸສະຫວັດ ໄດ້ຂຽນວິເຄາະກ່ຽວກັບທຸລະກິດໄທ 11 ປະເພດ ຈະເຂົ້າມາແຂ່ງຂັນຕະຫຼາດປະຊາຄົມເສດຖະກິດອາຊຽນ AEC ເຊິ່ງສະພາບການປັດຈຸບັນນີ້ ເຮັດໃຫ້ກຸ່ມທຸລະກິດຕ້ອງໄດ້ເປີດຫູເປີດຕາເບິ່ງວ່າ ຖ້າຕັ້ງໂຕບໍ່ດີແລ້ວທຸລະກິດຈາກປະເທດສະມາຊິກຂອງອາຊຽນ ອາດເຂົ້າມາຕີຕະຫຼາດ ແລະ ເສຍປຽບດ້ານກຳລັງທຶນ ແນ່ນອນເບິ່ງໃນແງ່ຄວາມຮູ້ ປະສົບການ ແລະ ຄ່າເງິນທີ່ໄດ້ປຽບກວ່າບາງປະເທດ.

ທຸລະກິດ 11 ປະເພດທີ່ຈະເຂົ້າມາດຳເນີນທຸລະກິດເປີດສາກການຕະຫຼາດ AEC ແມ່ນກ່ຽວກັບສຸຂະພາບເສີມຄວາມງາມຄົບວົງຈອນ ການສ້າງສຳນັກງານຫ້ອງການໃຫ້ເຊົ່າ ທຸລະກິດໂຮງໝໍເອກະຊົນ ໂດຍຊູນະໂຍບາຍໃນດ້ານການໃຫ້ການບໍລິການ ການກະເສດສົ່ງອອກ ທ່ອງທ່ຽວຄົບວົງຈອນ... ຜູ້ຂຽນສົນໃຈທຸລະກິດການສຶກສາ ຈຶ່ງຢາກນຳສະເໜີສູ່ທ່ານຜູ້ອ່ານໄດ້ຮູ້ນຳກັນ ເພາະວ່າບໍ່ມີໃຜຈະໜີມົ້ມປະຊາຄົມເສດຖະກິດອາຊຽນໄດ້ ເຊິ່ງບໍ່ໄວກໍ່ຊ້າຕ້ອງຮັບມືກັບສິ່ງທີ່ທ້າທາຍກຳລັງຈະເກີດຂຶ້ນ.

ເບິ່ງໃນແງ່ຂອງການພັດທະນາປະເທດຕ້ອງຍອມຮັບວ່າ ການສຶກສາມີສ່ວນສຳຄັນຍິ່ງຕໍ່ການພັດທະນາຊາດ ເຊິ່ງເປັນການຖ່າຍທອດຄວາມຮູ້ໃຫ້ກັບເດັກນ້ອຍ ເພື່ອກຽມຮັບມືກັບໂລກພາຍນອກທີ່ຈະແຂ່ງຂັນກັນສູງຂຶ້ນ ດັ່ງນັ້ນ ການສຶກສາທຸກມື້ນີ້ ຈຶ່ງກາຍເປັນຕະຫຼາດທາງທຸລະກິດທີ່ມາແຮງ ໂດຍສະເພາະສະຖາບັນການສຶກສາຮູບແບບໂຮງຮຽນນາໆຊາດ ເນື່ອງຈາກວ່າໄທໄດ້ເຮັດສັນຍາຮ່ວມມືກັບດ້ານການສຶກສາກັບຕ່າງປະເທດໄວ້ຢ່າງຫຼວງຫຼາຍ ເຂົາມີຄວາມເຊື່ອໝັ້ນຫຼາຍຂຶ້ນ ຖ້າເບິ່ງຕົວເລກທີ່ຍັງສູງຢູ່ກໍ່ແມ່ນນັກສຶກສາຈາກປະເທດຈີນ ທີ່ຍັງຄອງສະຖິຕິຕົວເລກສູງກວ່າໝູ່ກວມເອົາ 50% ຂອງນັກສຶກສາຕ່າງປະເທດທັງໝົດທີ່ເຂົ້າມາຮຽນຢູ່ປະເທດໄທ.

ໃນຈຳນວນສະຖິຕິຕົວເລກ ຮອງລົງມາກໍ່ມີຈາກປະເທດ ຫວຽດນາມລາວ ແລະ ກຳປູເຈຍ ເຊິ່ງຕົວເລກດັ່ງກ່າວພິສູດໄດ້ວ່າ ລະບົບການສຶກສານາໆຊາດຂອງໄທນັ້ນ ມີມາດຕະຖານເປັນທີ່ຍອມຮັບຂອງປະເທດອາຊຽນ ແລະ ລະດັບໂລກ ບັນດາກຸ່ມນັກທຸລະກິດໂຮງຮຽນນາໆຊາດ ຈຶ່ງເບິ່ງເຫັນຊ່ອງທາງ ແລະ ການຕະຫຼາດ ເມື່ອເປີດການຄ້າເສລີອາຊຽນ ພວກເຂົາກໍ່ຈະໄດ້ເປີດສາຂາໂຮງຮຽນນາໆຊາດ ເພີ່ມອີກ ເພື່ອຮອງຮັບຈາກກຸ່ມປະເທດ ເຊັ່ນ: ຫວຽດນາມລາວກຳປູເຈຍ ໂດຍສະເພາະເຂດພາກອີສານຂອງໄທ ຖືວ່າເປັນຍຸດທະສາດຮອງຮັບທຸລະກິດໂຮງຮຽນນາໆຊາດ ໃຫ້ແກ່ເພື່ອນບ້ານໄດ້ດີ.

ໄທ ຄາດການວ່າ: ການເຮັດທຸລະກິດໂຮງຮຽນນາໆຊາດ ຈະສາມາດຕອບສະໜອງຄວາມຕ້ອງການຢ່າງຄົບຖ້ວນ ໂດຍເບິ່ງຈາກຜົນວິເຄາະຂອງນາງ ອຸສາ ສົມບູນ ນາຍົກສະມາຄົມໂຮງຮຽນນາໆຊາດ ແຫ່ງປະເທດໄທ ໄດ້ໃຫ້ທັດສະນະວ່າ: ໂດຍພາບລວມແລ້ວຖືວ່າ ທຸລະກິດໂຮງຮຽນນາໆຊາດຂອງໄທ ໄດ້ຂະຫຍາຍຕົວຫຼາຍຂຶ້ນ ເຫັນໄດ້ຈາກ 5 ປີຜ່ານມາ ມີປະມານ 90 ແຫ່ງ ແຕ່ດຽວນີ້ເພີ່ມຂຶ້ນເປັນ 133 ແຫ່ງ (ສະຖາບັນການສຶກສາ) ແລະ ຄາດການວ່າຈະມີການຂະຫຍາຍໄປຕ່າງແຂວງອີກ.

ສະເພາະແຂວງອຸດອນ ແລະ ຂອນແກ່ນ ຍັງແມ່ນຍຸດທະສາດດີ ເພາະຈະໄດ້ນັກຮຽນຈາກກຸ່ມປະເທດອິນດູຈີນ ເຂົ້າມາສຶກສາຕໍ່ຢ່າງຫຼວງຫຼາຍ ໂດຍຖ້າທຽບໃສ່ຄ່າຄອງຊີບ ເຊັ່ນ: ປະເທດມາເລເຊຍ ແລະ ສິງກະໂປ ຖືວ່າໄທ ຍັງໄດ້ປຽບຢູ່ ນີ້ແຫຼະຄືບັນຫາຂອງທຸລະກິດໂຮງຮຽນນາໆຊາດ ເຊິ່ງກຸ່ມນັກທຸລະກິດຮູ້ດີວ່າ ຈະຕ້ອງປັບປຸງໃຫ້ໄດ້ຄຸນນະພາບຫຼາຍຂຶ້ນ ສ່ວນບ້ານເຮົາກໍ່ຍັງບໍ່ທັນຫຼ້າສວາຍ ຫາກນັກທຸລະກິດຢາກເປັນຄູ່ຮ່ວມກັບເຂົາຄົງບໍ່ມີບັນຫາ... ສຳຄັນແມ່ນບໍ່ຄວນປະໃຫ້ເຂົາຄອງຕະຫຼາດຝ່າຍດຽວ ເພາະມັນເປັນການເສຍປຽບນໍ? ຈະເຫັນເປັນປະການໃດ ຫຼື ມີສິ່ງໃດເປັນຈຸດແຂງ ນັ້ນຄົງຕ້ອງໃຫ້ສັງຄົມເປັນຜູ້ໃຫ້ຄຳຕອບເອົາເອງ.