ວັນເສົາ ທີ 23 ກຸມພາ 2019 17:31:11

ໂດຍ: ແນວລາວ

ເປັນເລື່ອງໃຫຍ່ຂອງວົງການສື່ມວນຊົນໄທ ໂດຍສະເພາະໜັງສືພິມຜູ້ຈັດການທີ່ຍອມຮັບການພັດທະນາໄຟຟ້າຂອງລາວເຮົາ ໂດຍຢືນຢັນວ່າ: ໃນບໍ່ພໍທໍ່ໃດປີຂ້າງໜ້ານີ້ ລາວ ຈະກາຍເປັນດິນແດນແຫ່ງເຂື່ອນຜະລິດໄຟຟ້າ...

AsTv ຜູ້ຈັດການອອນໄລ ວັນທີ 12ມັງກອນ 2014 ລົງຂ່າວໃນຫົວຂໍ້: “ອະເມຊິງຈິງໆວັນນີ້ ລາວ ປະເທດເລັກໆ ມີເຂື່ອນແລ້ວ 23 ເຂື່ອນ ກຳລັງສ້າງອີກນັບສິບ...” ເນື້ອໃນຂອງຂ່າວພໍສະຫຼຸບໄດ້ວ່າ: ໃນປີ 2013 ຜ່ານມາ ສປປ ລາວ ເປັນປະເທດນ້ອຍ ມີພົນລະເມືອງປະມານ 6 ລ້ານຄົນ ມີເຂື່ອນຜະລິດໄຟຟ້າດ້ວຍພະລັງນ້ຳທີ່ເປີດການນຳໃຊ້ແລ້ວທັງໝົດ 23 ແຫ່ງ ແລະ ອີກ 10 ແຫ່ງຢູ່ລະຫວ່າງການກໍ່ສ້າງ ແລະ ຄາດວ່າຈະສຳເລັດໃນປີ 2014 ຈຳນວນໜຶ່ງເຂື່ອນທີ່ຜະລິດໄຟຟ້າໃນປັດຈຸບັນ ເປັນຂອງເອກະຊົນສຳປະທານ 13 ແຫ່ງ ເຫຼືອນັ້ນເປັນຂອງລັດ (ຂອງເອກະຊົນມີຮຸ້ນຂອງລັດຕ່ຳສຸດ 10%) ໃນປີຜ່ານມາປະຊາຊົນໃນ 143 ເມືອງ 6.797 ບ້ານ 926.341 ຄອບຄົວ ມີໄຟຟ້າໃຊ້ກວມ 85,84%ຂອງຄອບຄົວທົ່ວປະເທດ.

ນອກຈາກເຂື່ອນພະລັງນ້ຳແລ້ວ ຍັງມີການກໍ່ສ້າງໄຟຟ້າພະລັງຄວາມຮ້ອນຈາກຖ່ານຫີນຢູ່ແຂວງໄຊຍະບູລີ ການຜະລິດໄຟຟ້າຈາກພະລັງງານແສງອາທິດ ແລະ ທີ່ສຳຄັນແມ່ນການກໍ່ສ້າງໂຮງໄຟຟ້າໂດຍໃຊ້ວັດຖຸດິບຈາກຂີ້ເຫຍື້ອຂະໜາດ 5 ເມກາວັດ ຢູ່ນະຄອນຫຼວງວຽງຈັນ ໂຄງການຜະລິດເຊື້ອໄຟຈາກພືດທີ່ໃຫ້ນ້ຳມັນ ເຊັ່ນ: ຕົ້ມປາມນ້ຳມັນ ສະບູດຳ ອີກຈຳນວນຫຼວງຫຼາຍ... ຂ່າວເນັ້ນວ່າ: ປະເທດໄທ ເປັນລູກຄ້າລາຍໃຫຍ່ທີ່ສຸດຂອງລາວ ໂດຍເຊັນຊື້ກະແສໄຟຟ້າແລ້ວ 7 ພັນເມກາວັດ.

ຂ້າງເທິງນັ້ນແມ່ນຂໍ້ມູນຈາກສື່ໄທ ທີ່ລົງຂ່າວກ່ຽວກັບການພັດທະນາໄຟຟ້າຂອງລາວເຮົາ.

ການທີ່ຜູ້ຂຽນຍົກບັນຫານີ້ກໍ່ເພື່ອຢາກໃຫ້ເພື່ອນຜູ້ອ່ານໄດ້ຮັບຮູ້ວ່າ ແນວທາງການພັດທະນາຂອງປະເທດເຮົາ ໂດຍສະເພາະແມ່ນການຫັນໄປສູ່ປະເທດອຸດສາຫະກຳໃນອະນາຄົດ ທີ່ຖືເອົາໄຟຟ້າເປັນຫຼັກໃນການສົ່ງອອກ ແມ່ນຖືກຕ້ອງສອດຄ່ອງທີ່ສຸດ... ລອງສຳນຶກເບິ່ງລະບົບການສົ່ງອອກກໍ່ບໍ່ສິ້ນເປືອງ ແລະ ຊັກຊ້າ ເພາະມີແຕ່ການສົ່ງສາຍສົ່ງຜ່ານລະບົບໄຟຟ້າເຊື່ອມຕໍ່ໂລດ.

ຫາກເບິ່ງຂໍ້ມູນຈາກຄວາມເປັນຈິງຢູ່ບ້ານເຮົາແລ້ວ ຈະເຫັນວ່າ ລັດວິສາຫະກິດໄຟຟ້າລາວແມ່ນໜຶ່ງໃນໝົດຫົວໜ່ວຍທຸລະກິດຂອງລັດ ທີ່ໄດ້ດຳເນີນທຸລະກິດມີປະສິດທິຜົນ ສາມາດສ້າງລາຍຮັບໄດ້ສະເລ່ຍປະມານ 1.600-1.800 ຕື້ກີບຕໍ່ປີ ໃນນີ້ ລາຍຮັບຈາກການສົ່ງອອກປະມານ 15-20 ລ້ານໂດລາສະຫະລັດຕໍ່ປີ ເປັນແບບຢ່າງມອບອາກອນທຸລະກິດໃຫ້ລັດຖະບານຢ່າງຖືກຕ້ອງ ຄົບຖ້ວນ ແລະ ທັນເວລາ ຊຶ່ງໃນແຕ່ລະປີສາມາດປະຕິບັດໄດ້ປະມານ 20 ລ້ານໂດລາສະຫະລັດ ເພື່ອນຜູ້ອ່ານຄວນຊອກຮູ້ຂໍ້ມູນຕື່ມອີກ ເພື່ອສ້າງຄວາມເຂົ້າໃຈວ່າ ໃນການພັດທະນາປະເທດຊາດບ້ານເມືອງເຮົານີ້ມີຫຼາຍຂະແໜງປະສົບຜົນສຳເລັດຈົນວ່າປະເທດໃກ້ຄຽງ ກໍ່ຄືສາກົນ ໃຫ້ການຍອມຮັບ.

ປີໃໝ່ 2014 ຄວນຊອກຫາຂໍ້ມູນໃໝ່ ແລະ ດີ ມາເປັນອາຫານສະໝອງ ເພື່ອຄວາມສົດຊື່ນແຈ່ມໃສຂອງສຸຂະພາບຈິດ ກໍ່ຄືຮ່າງກາຍເນີ !...