ວັນອັງຄານ ທີ 10 ທັນວາ 2019 19:51:40

ໂດຍ: ດອກຊ້ອນ ດອນໂຂງ

ບັນຍາກາດຂອງບຸນປີໃໝ່ສາກົນ 2014 ຜ່ານໄປ ປະໄວ້ແຕ່ກິ່ນອາຍໃຫ້ຫຼົງເຫຼືອຢູ່ໃນສັງຄົມພໍອຸ່ນໆ ຜູ້ຄົນທີ່ພົບພໍ້ກັນໃນບ່ອນເຮັດວຽກເຮັດງານມື້ທຳອິດຂອງປີໃໝ່ (ວັນທີ 2/1) ຕ່າງກໍ່ທັກທາຍສະບາຍດີປີໃໝ່ກັນຕາມປະເພນີ ຈາກນັ້ນ ກໍ່ຖາມເຖິງກິດຈະກຳເມື່ອວັນພັກຜ່ານມາວ່າ ເຮັດຫຍັງ ຢູ່ໃສ ກັບໃຜ ເປັນແນວໃດ ມ່ວນບໍ ປອດໄພບໍ ? ສຸດທ້າຍກໍ່ພາກັນສັງເກດຫຼຽວໄປຫາອະນາຄົດຂ້າງໜ້າວ່າ ປີ 2014 ຈະມີຫຍັງດີລື່ນປີ 2013 ຜ່ານມາ ຄວາມໄຝ່ຝັນຢາກໃຫ້ປະສົບຜົນສຳເລັດໃນໜ້າທີ່ວຽກງານດີກວ່າເກົ່າ ຈະແກ້ໄຂດ້ວຍວິທີໃດ ຄວາມສົມຫວັງດັ່ງໃຈປາດຖະໜາ ຈະມາເຖິງມືເຮົາໄດ້ແທ້ບໍ ຈະລໍຖ້າໃຫ້ບຸນຫຼົ່ນທັບ ຫຼື ຕ້ອງດິ້ນຮົນ ກະຕືລືລົ້ນສ້າງຜົນງານ ເພື່ອໃຫ້ໄດ້ມາທັງປະລິມານ ແລະ ຄຸນນະພາບ.

ຫຼາຍຄົນຍັງທຳຕົວແບບລອຍໆຕາມກະແສວ່າ ປີເກົ່າ ຫຼື ປີໃໝ່ ກໍ່ແມ່ນເປັນແນວດຽວແລວເກົ່າ ເພາະຊາຕາວາດສະໜາຄືດັ່ງຊຸມເຮົາເຈົ້າຂ້ອຍທີ່ເປັນມະນຸດເງິນເດືອນ ມັນກໍ່ແມ່ນຄືເກົ່າ ກິນຕາມໃຫ້ ໃຊ້ຕາມເບີກ ເລີກຕາມໂມງ ນັ້ນເຫັນວ່າເປັນຄວາມຄິດທີ່ຜິດພາດ ຂາດການພັດທະນາໄປສູ່ຄວາມກ້າວໜ້າຢ່າງເປັນຈິງເປັນຈັງ ດີແທ້...ເມື່ອຫຼຽວເຫັນສິ່ງຜິດພາດເມື່ອປີຜ່ານມາ ຂໍໃຫ້ສິ່ງເຫຼົ່ານັ້ນເປັນບົດຮຽນ ເປັນຄູສອນ ໃນການປັບປຸງເສັ້ນທາງເດີນຂອງຊີວິດໃໝ່ ບໍ່ຄວນມີຄວາມນ້ອຍເນື້ອຕ່ຳໃຈ ປະລະວຽກງານ ເສຍກຳລັງໃຈ ຈົນເສຍຜູ້ເສຍຄົນ ຕ້ອງເຂົ້າໃຈວ່າ ຊີວິດຄືການຕໍ່ສູ້ ສູ້ກັບຕົນເອງລະຫວ່າງ 2 ກະແສແນວຄິດທີ່ເປັນປໍລະປັກກັນ ສູ້ກັບຕົນເອງນັ້ນ ຄືການຕັດສິນໃຈໃຫ້ກາຍເປັນບາດລ້ຽວໃໝ່ແກ່ຊີວິດ ຈະເປັນອາຊີບໃດກໍ່ຕາມ ສາມາດປັບຕົວໃຫ້ມີບາດກ້າວພັດທະນາດີຂຶ້ນກວ່າເກົ່າໄດ້ ໂດຍທີ່ຈະຕ້ອງເດັດດ່ຽວວ່າ ປີນີ້ຕ້ອງບຸກບືນໃຫ້ດີຂຶ້ນກວ່າປີຜ່ານມາ ແລະ ຕ້ອງເນັ້ນໜັກເຖິງຄວາມຖືກຕ້ອງ ເປັນທຳ ຖືກກົດໝາຍ ດ້ວຍການເພີ່ມທະວີຄວາມຂະຫຍັນຂັນແຂງ ສ້າງປະສິດທິຜົນຂອງງານຫຼາຍກວ່າເກົ່າເຖິງ 5 ທົບ 10 ທົບ ບໍ່ຕ້ອງສົມທຽບໃສ່ຜູ້ໃດ ຕ້ອງແຂ່ງຂັນກັບຕົນເອງເປັນຫຼັກ ຕ້ອງມີຄະຕິປະຈຳຕົວ ເກົ້າອົດ ເກົ້າເຍື້ອນ ຫາກຈະໄດ້ຕ່ອນຄຳ.

ນອກຈາກການກະທຳຄືດັ່ງໄດ້ກ່າວມາແລ້ວນັ້ນ ແບບແຜນດຳລົງຊີວິດປະຈຳວັນຕົວຈິງກໍ່ຕ້ອງມີການເບິ່ງຄືນ ບາງຢ່າງທີ່ບໍ່ສອດຄ່ອງ ບໍ່ຈຳເປັນ ຈະຕ້ອງປະລະຖິ້ມໄປ ຕ້ອງຮູ້ຈັກກັບຄຳວ່າ ຄວາມພໍດີ ຫຼີກເວັ້ນຄວາມຟູມເຟືອຍ ແລ່ນນຳກະແສບໍລິໂພກນິຍົມວັດຖຸ ສິນຄ້າຂີ້ເຫຍື້ອ ໜ້າຕາກຽດສັກສີແບບປອມແປງ ຫາບ່ອນເອົາບໍ່ໄດ້ໃຫ້ໄກ ສ້າງແບບແຜນດຳລົງຊີວິດໃໝ່ ຕິດພັນກັບແບບແຜນວິທີເຮັດວຽກໃໝ່ໃຫ້ກັບຕົນເອງ ການສ້າງຜົນງານໃໝ່ໃຫຍ່ກວ່າເກົ່າບໍ່ແມ່ນເວົ້າແຕ່ປາກລ້າໆ ແຕ່ມັນຕ້ອງສະແດງອອກໃນພາກປະຕິບັດຕົວຈິງ ອາຊີບໃດກໍ່ສາມາດປັບຕົວໄດ້ເພື່ອການຍາດເອົາຜົນສຳເລັດໃໝ່ ໂດຍບໍ່ເຫັນແກ່ຄວາມອິດເມື່ອຍ ຫຼື ການເຮັດວຽກແບບມ້າມແປະພຸງ ແບບເສຍຫຍ້າປົກຂີ້ໝາ ທີ່ແຝງຊ້ອນກັບສິ່ງຫຍໍ້ທໍ້ອື່ນໆ.

ການຈະສ້າງໃຫ້ໜ້າວຽກມີຜົນສຳເລັດໃໝ່ ແມ່ນຈະຕ້ອງເລີ່ມຈາກຕົນເອງ ຜ່າຕັດແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດໄປພ້ອມໆກັນ ໂດຍຈະປ່ອຍປະສິ່ງໃດສິ່ງໜຶ່ງໃຫ້ລອຍນວນບໍ່ໄດ້ ເນື່ອງຈາກວ່າມັນມີການກົມກຽວສານສອດກັນໄປ ໂດຍສະເພາະການວາງລະບຽບ ວາງຕາຕະລາງໃຫ້ກັບຕົນເອງ ໃນການບໍລິຫານເວລາ ບໍລິຫານການໃຊ້ຈ່າຍ ບໍລິຫານລາຍຮັບ ຫຼື ຜົນປະໂຫຍດຈາກກິດຈະກຳຕ່າງໆທີ່ຊອບດ້ວຍກົດໝາຍ ເປັນໄປຢ່າງຖືກວິທີ ແລະ ໄດ້ຮັບຜົນປະໂຫຍດສູງສຸດໃນຊີວິດ ຈຶ່ງຈະເຮັດໃຫ້ອະນາຄົດທີ່ຫວັງຕັ້ງຕໍ່ປະສົບຜົນສຳເລັດ ແຕ່ບໍ່ແມ່ນລໍຖ້າບຸນມາລັ່ນທັບ ແບບບໍ່ເຮັດຫຍັງຄົງເປັນໄປໄດ້ຍາກ ເພາະຍຸກນີ້ບໍ່ແມ່ນຍຸກແລ່ນນຳບຸນວາດສະໜາທີ່ມາແຕ່ຟ້າ ແຕ່ແມ່ນບຸນທີ່ຖືກສ້າງຈາກຄຸນງາມຄວາມດີ ຈາກກຳດີ ຈາກຜົນງານທີ່ໄດ້ທຸ່ມເທດ້ວຍມື ດ້ວຍຢາດເຫື່ອແຮງງານຕົນເອງນັ້ນແລ.