ວັນເສົາ ທີ 7 ທັນວາ 2019 18:27:19

ເຂົ້າສູ່ປີໃໝ່ 2014 ກໍຖືວ່າຜູ້ຂຽນຮັບໃຊ້ຄໍລຳນີ້ມາຫຼາຍປີສົມຄວນນໍ? (ເລີ່ມແຕ່ປີ 1995) ບົດຂຽນກໍສະທ້ອນຫຼາຍແງ່ຫຼາຍມຸມ ແຕ່ຍອມຮັບວ່າ ບັນຫາເລື່ອງການໃຊ້ພາສາລາວເປັນເລື່ອງທີ່ຖົກຖຽງກັນຫຼາຍ.

ໃນເວລາມີການພົບປະ ບໍ່ວ່າທາງການ ຫຼື ບໍ່ທາງການຂອງຄົນໃນວົງການຂີດຂຽນ ກໍມັກຍົກເລື່ອງນີ້ມາສົນທະນາກັນຢ່າງຟົດຟື້ນ ເຊິ່ງຜູ້ຂຽນເຫັນວ່າ ເປັນເລື່ອງທີ່ດີ ເພາະຫຼາຍຄົນຕັ້ງໃຈ ແລະ ຫວັງຢາກໃຫ້ການໃຊ້ພາສາລາວຖືກຕ້ອງເໝາະສົມ ເຊິ່ງເລື່ອງນີ້ໄດ້ຍິນຂ່າວວ່າ ທາງການເພິ່ນຈະອອກລະບຽບການຄັກແນ່ວ່າ ຈະໃຊ້ພາສາຢ່າງໃດໃຫ້ຖືກຕ້ອງ ໃນມໍ່ໆນີ້ແຫຼະ ?.

ແຕ່ກ່ອນຈະເຖິງເວລານັ້ນ ພວກເຮົາກໍຄວນຕັ້ງບັນຫານຳກັນວ່າ ຈະຊ່ວຍກັນແນວໃດເພື່ອຫຼຸດຜ່ອນການໃຊ້ພາສາຊອດກະຈາໃຫ້ໝົດໄປ ໂດຍສະເພາະໃນວົງການສື່ມວນຊົນພວກເຮົາ... ອັນນີ້ແມ່ນບັນຫາໜັກໃຈ ໂດຍສະເພາະແມ່ນໂຄສົກ ພິທີກອນ ຕາມເວທີສະແດງ ໃນລາຍການວິທະຍຸ-ໂທລະພາບຂອງພວກເຮົາ ທີ່ເກີດໃໝ່ໃຫຍ່ລຸນ ພວກເຂົາກໍຢາກຮຽນຢາກຮູ້ ແຕ່ໃນຄວາມເປັນຈິງເຂົາວ່າ ບໍ່ຄ່ອຍມີຜູ້ມາບອກມາສອນເປັນລະບົບຄັກແນ່ ? ມີແຕ່ແກ້ໄຂສະເພາະໜ້າໄປວັນຕໍ່ວັນທໍ່ນັ້ນ ! ແລ້ວໃຜຈະເປັນເຈົ້າການຊ່ວຍເຫຼືອພວກເຂົາ ?.

ຕາມລົມກັນໃນຖານະນັກວິຊາການມີຜູ້ຕັ້ງບັນຫາວ່າ: ຄວນມີການອົບຮົມຄັກແນ່ ? ອາດຈະແມ່ນສຳນັກງານສື່ໃດສື່ໜຶ່ງເປັນເຈົ້າພາບກໍ່ໄດ້ ໂດຍປະສານໄປຍັງສະມາຄົມກ່ຽວຂ້ອງໃຫ້ເພິ່ນຊ່ວຍທາງດ້ານນັກວິຊາການ ຊອກຫາຄູບາອາຈານທີ່ເພິ່ນມີວິຊາຄວາມຮູ້ທາງດ້ານພາສາລາວ ດ້ານສື່ມວນຊົນ ມາເປັນວິທະຍາກອນໃຫ້ ອັນນັ້ນແມ່ນທາງອອກທີໜຶ່ງ ສ່ວນອີກທາງອອກໜຶ່ງແມ່ນຄວນສົມທົບກັບພາກສ່ວນກ່ຽວຂ້ອງ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ (ພາສາ-ວັນນະຄະດີ-ສື່ສານມວນຊົນ) ສະຖາບັນວິທະຍາສາດ-ສັງຄົມ ສະຖາບັນການເມືອງການປົກຄອງ ສະມາຄົມນັກຂ່າວ ສະມາຄົມນັກປະພັນ ສ້າງຫຼັກສູດໄລຍະສັ້ນກ່ຽວກັບການນຳໃຊ້ພາສາລາວໃນສື່ມວນຊົນ ແລ້ວດຳເນີນການຮຽນ-ການສອນ ໃຫ້ເປັນລະບົບ.

ເວົ້າເລື່ອງພາສາຊອດກະຈານີ້ ບໍ່ແມ່ນແຕ່ໂຄສົກ ພິທີກອນ ຢູ່ວາລະສານຫຼາຍສະບັບກໍ່ຍັງໃຊ້ບໍ່ທັນເປັນເອກະພາບກັນ ເຊິ່ງເລື່ອງນີ້ພາກສ່ວນກ່ຽວຂ້ອງຕ້ອງໄດ້ຊ່ວຍເຂົາເຈົ້າ ຜູ້ຂຽນເຫັນວາລະສານສະບັບໜຶ່ງ ອອກເປັນສອງພາສາ (ລາວ-ໄທ) ຕົກໃຈ ເພາະການໃຊ້ພາສາຍັງສັບສົນຫຼາຍ ອາດເຮັດໃຫ້ຄົນຮຸ່ນນໃໝ່ນຳໃຊ້ພາສາບໍ່ຖືກຕ້ອງ ກໍບໍ່ຮູ້ວ່າໃຜຈະໄປຊ່ວຍເຂົາເຈົ້າເພື່ອໃຫ້ການໃຊ້ພາສາລາວດີຂຶ້ນ ແລະ ເໝາະສົມ ບັນຫານີ້ເຫັນໃຈທັງຜູ້ອະນຸມັດໃຫ້ວາລະສານເກີດອອກມາ ແລະ ຄະນະຈັດທຳວາລະສານ ເພາະມີເຈດຈຳນົງດີ ແຕ່ມາຄາຢູ່ບ່ອນການນຳໃຊ້ພາສາເທົ່ານັ້ນ.

ຜູ້ຂຽນຍົກບັນຫານີ້ຂຶ້ນມາອາດຈະແຕະພຸ້ນຊູນພີ້ ແຕ່ກໍ່ຢາກເວົ້າດ້ວຍຄວາມຈິງໃຈວ່າ ມີຈຸດປະສົງດຽວ ນັ້ນຄື ຢາກໃຫ້ການນຳໃຊ້ພາສາລາວຖືກຕ້ອງເໝາະສົມທໍ່ນັ້ນ ບໍ່ມີອະຄະຕິອື່ນໃດແອບແຝງ.

ຕ້ອງຂໍໂທດນຳທຸກທ່ານ ເພາະປີໃໝ່ຄວນເວົ້າແຕ່ສິ່ງທີ່ມ່ວນຫູ ແຕ່ມັນກໍ່ຈຳເປັນຄືໄດ້ກ່າວມາຂ້າງເທິງນັ້ນແຫຼະ !.

ໂຊກດີ-ປີໃໝ່ 2014

ໂດຍ: ທິດດີ