ຂ່າວຫຼ້າສຸດ

ຄາ­ຖາ​ມະ­ຫາ​ເສດ­ຖີ ​ຕາມ​ແນວ​ພຸດ​ທະ​ສາ­ສະ­ໜາ

2.661 11 ທ.ວ. 2013 ນານາສາລະ

ມີ​ຫຼາຍ​ຄົນ​ສົນ­ໃຈກ່ຽວ​ກັບ​ການ​ຄ້າ­ຂາຍຫາຄວາມ​ລ້ຳ​ລວຍ ແຕ່​ໃນຈຳ­ນວນ​ບໍ່​ໜ້ອຍ ຍັງ​ອາໄສທາງ​ໄສ­ຍະ­ສາດ ໂດຍ​ຊອກ​ຫາ​ຄາ­ຖາ ແລະ ວັດ­ຖຸ​ທີ່​ເອີ້ນວ່າ​ ຂອງ​ດີ ມາ​ເປັນ​ໂຕ​ຊ່ວຍ ແລະ ອື່ນໆ ແຕ່​ໃນ​ທາງ​ພຸດ​ທະສາ­ສະ­ໜາ ເພິ່ນ​ກໍ​ສອນ​ຫຼັກ​ເສດ­ຖະ­ສາດ​ໄວ້​ກ່ອນ​ແລ້ວ ຖ້າ​ໃຜໄດ້ອ່ານ​ພະ​ໄຕ­ປິ­ດົກ​ ກໍຈະ​ໄດ້​ຮູ້​ສາດ​ຕ່າງໆ​ຫຼາຍ​ກວ່າ 15 ສາຂາ ເຊັ່ນ: ເສດ­ຖະ­ສາດ ວິ­ທະ­ຍາ­ສາດ ມະ­ນຸດ​ສາດ ສັງ­ຄົມ​ວິທະ​ຍາ ສິ່ງ­ແວ­ດລ້ອມ ລັດ­ຖະ­ສາດ ນິ­ຕິ­ສາດ ພາ­ສາ​ສາດ ເປັນ­ຕົ້ນ ສັບ­ພະ​ສາດ ໃນ​ພະ​ໄຕ­ປິ­ດົກ​ມີ​ຫຼາກ​ຫຼາຍ​ວິ­ຊາ ເພາະທຳ​ມະ​ກໍ​ມີຫຼາຍ​ໝວດ ພະ​ພຸດ­ທະ­ເຈົ້າສອນ​ທຳ​ມະ​ກໍ​ມີ​ຫຼາຍແບບ ​ສອນ​ຊາວ­ນາ​ເສດ­ຖີ ແລະ ພະ­ສົງ ແຕ່​ລະ​ຄຳ​ສອນ​ຈະແຕກ​ຕ່າງ​ກັນ ທຳ​ມະ​ກ່ຽວ​ກັບ​ເສດ­ຖະ­ສາດ​ນີ້​ ອ່ານ​ໃນ​ພະ​ໄຕ​ປິດົກແມ່ນ​ເຫັນ​ຫຼາຍ ໃຜ​ຢາກ​ເປັນ​ເສດ­ຖີ​ບໍ່​ຍາກມາ​ເອົາ​ຄາ­ຖາເສດ­ຖີ​ຂອງ​ພະ​ພຸດ­ທະ­ເຈົ້າ​ ກໍ​ລວຍ​ທັນ­ຕາ​ເລີຍ ບໍ່​ຕ້ອງ​ຈົກເງິນ​ໄປ​ຫາ​ຊື້​ນາງ­ກວັກຫຍັງ​ດອກ ຄາ­ຖາ​ເປັນ​ເສດ­ຖີ​ນີ້​ຈຳງ່າຍໆ​ ພຽງ​ສີ່​ຄຳ​ເທົ່າ​ນັ້ນ ຄື: ອຸ ອະ ກະ ສະ ບາງ​ທ່ານ​ກໍອາດຈະ​ໄດ້​ກັບ​ປາກ​ແລ້ວ ຖ້າ​ເຮົາ​ມີ​ນາງ­ກວັກ​ເຮົາ​ບໍ່​ໄປ​ຂາຍເຄື່ອງ​ ກໍ​ບໍ່​ມີ​ທາງ​ດອກ​ວ່າ​ຊິ​ມີ​ເງິນ​ມີ​ຄຳ ຜູ້​ຂຽນ​ຈະ​ຖອດ​ລະ­ຫັດໃຫ້​ທ່ານ​ຜູ້​ອ່ານ​ລອງ​ວິ­ເຄາະ​ນຳ​ກັນ​ເບິ່ງ​ວ່າ ຄາ­ຖາ​ມະ­ຫາເສດ­ຖີ​ຂອງ​ພະ​ພຸດ­ທະ­ເຈົ້າ ທັນ​ສະ­ໄໝ​ບໍ ? ທຳ​ໝວດ​ນີ້​ຊື່­ວ່າ ທິດ​ຖະ​ທຳ ມິ​ກັດ​ຖະ ແປ​ວ່າ ທຳ​ທີ່​ເປັນ​ໄປ​ເພື່ອປະ­ໂຫຍດ​ໃນປັດ­ຈຸ­ບັນ.

1.ອຸມາ​ຈາກ​ຄຳ​ວ່າ ອຸດ​ຖາ­ນະ​ສຳ​ປະ​ທາ ແປ​ວ່າ ເຖິງພ້ອມ​ດ້ວຍ​ຄວາມ​ດຸ­ໝັ່ນ ແລະ ຂະ­ຫຍັນພຽນໃນ​ການ​ປະ­ຕິ­ບັດໜ້າ­ທີ່​ການ​ງານ ປະ­ກອບ​ອາ­ຊີບ​ສຸ​ຈະ­ລິດ ມີ​ຄວາມ​ຊຳ­ນານ ຮູ້­ຈັກ​ໃຊ້​ປັນ­ຍາສອດ­ສ່ອງ​ກວດ­ກາ​ຫາ​ອຸ­ບາຍ​ວິ­ທີ​ຕ່າງໆ ຄົນໃດ​ຢາກ​ເປັນ​ຄົນ​ລວຍ ມີ​ຊັບ​ສິນ​ເງິນ​ຄຳ ແຕ່​ເປັນຄົນ​ຂີ້­ຄ້ານມັກ­ງ່າຍ​ຕື່ນ​ສວຍ​ ລໍ­ຖ້າ​ເທບ​ພະ​ເຈົ້າ​ມາ​ບັນ­ດານ ຮອດ​ມື້​ຕາຍກໍ​ບໍ່​ມີ​ທາງ​ດອກ​ຈະກ້າວ​ເປັນ​ເສດ­ຖີ​ນຳ​ເຂົາ​ໄດ້ ທຶນ­ຮອນທີ່ປະ­ເສີດ​ສຸດ​ຂອງ​ຄົນ​ເຮົາ​ແມ່ນ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ຖ້າ​ຂາດ​ຄວາມ​ດຸ­ໝັ່ນ​ເຮັດ​ຫຍັງ​ແມ່ນ​ບໍ່​ຂຶ້ນ​ບໍ່​ເກີນ ນັກ­ຮຽນ-ນັກ​ສຶກ​ສາ​ກໍ​ຄື​ກັນ ເປັນ​ແມ່​ຄ້າຊາວ​ຂາຍ​ກໍ​ຕ້ອງ​ມີ​ຄວາມ​ດຸໝັ່ນ​ໃນ​ການ​ຫາ​ເງິນ​ຄຳ ຫຼື ໄປ​ຂາຍ­ເຄື່ອງ​ໃນ​ຕະ­ຫຼາດ​ຕ້ອງຕື່ນ​ເດິກລຸກ​ເຊົ້າ ຍັງ​ບໍ່​ແລ້ວ​ເທົ່າ​ນັ້ນ​ ຕ້ອງ​ມີ​ຫຼັກ​ອີກ ດຸ­ໝັ່ນ​ບໍ່ຖືກ­ຕ້ອງ ​ບໍ່​ມີ​ທາງ​ລ້ຳ​ລວຍ​ໄດ້ ສຳ­ລັບ​ຄົນຄ້າ­ຂາຍ ຫຼັກ​ພໍ່­ຄ້າ​ມີ 3ປະ­ການ ຄື:

- ຈັກ­ຂຸ​ມາແປ​ວ່າ ຕາ​ດີ ຄື​ຮູ້­ຈັກ​ສິນ­ຄ້າ ເບິ່ງ​ຂອງ​ເປັນ ວ່າອັນ​ໃດ​ຂາຍ​ໄດ້ ແລະ ຂາຍ​ບໍ່​ໄດ້ ສາ­ມາດ​ຄຳ­ນວນ​ລາ­ຄາ ກະຕວງ​ທຶນ​ກຳ­ໄລ​ແນ່­ນອນ.

- ວິ­ທູ​ໂຣແປ​ວ່າ ຮູ້­ຈັກ​ບ່ອນ​ຊື້​ບ່ອນ​ຂາຍ ຮູ້​ຄວາມ​ເຄື່ອນໄຫວ ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ສາ­ມາດ​ໃນ​ການ​ຈັດ​ຊື້ຈັດ​ຈຳ­ໜ່າຍ ຮູ້​ໃຈ ແລະ ຮູ້­ຈັກ​ເອົາ­ໃຈ​ລູກ​ຄ້າ.

- ນິດ​ສະ­ຍະ​ສຳ​ປັນ​ໂນແປ​ວ່າ ມີ​ແຫຼງ​ທຶນ ຫຼື ມີ​ທຶນ​ພໍ​ທີ່ຈະ​ອອກ​ຊື້​ເຄື່ອງ​ຂອງ​ໄດ້ ຖ້າ​ບໍ່​ມີ​ເງິນ​ກໍຍາກ​ອີກ ບາດ​ຂາດເຂີນ​ມາ​ກໍ​ບໍ່​ມີ​ເງິນ​ໝູ­ນວຽນ​ໄດ້.

ພະ​ພຸດ­ທະ­ເຈົ້າ​ ສອນ​ຫຼັກ​ທຳ​ຜູ້​ທີ່​ຄອງ​ເຮືອນ​ ໃຫ້​ປະ­ພຶດ​ປະຕິ​ບັດ​ມີ​ຄວາມ​ຂະ­ຫຍັນ​ຂັນ​ແຂງ​ ຕໍ່­ສູ້ຊີ­ວິດ ດຸ­ໝັ່ນ​ຫາ​ເງິນ​ຫາຄຳ​ມາ​ຈຸນ​ເຈືອ​ຄອບ­ຄົວ ກໍ​ຄື​ຊີ­ວິດ​ຕົນ​ເອງ​ໄດ້​ຮັບ​ຄວາມ​ສະດວກ​ສະ­ບາຍ.

2. ອະມາ​ຈາກ​ຄຳ​ວ່າ ອະ​ລັກ­ຂາ​ສຳ​ປະ​ທາ ແປ​ວ່າ ເຖິງ​ພ້ອມ​ດ້ວຍ​ການ​ຮັກ­ສາ ຄື ຮູ້­ຈັກ​ຄຸ້ມຄອງ​ເກັບ​ຮັກ­ສາຜົນ­ງານ​ທີ່​ຕົນ​ໄດ້​ເຮັດ​ໄວ້​ ດ້ວຍ​ຄວາມ​ຂະ­ຫຍັນ​ໝັ່ນ​ພຽນ​ໂດຍຊອບ​ທຳ ດ້ວຍເຫື່ອ­ແຮງ ແລະ ມັນ­ສະ­ໝອງ​ຂອງ​ຕົນ​ເອງ ໄດ້ເງິນ​ມາ​ແຕ່​ບໍ່​ເກັບ​ນີ້​ກໍ​ອັນ­ຕະ­ລາຍ ກິນ​ໃຫຍ່​ໃສ້ໃຫຍ່ ສຸດ​ທ້າຍກໍ​ຈິບ­ຫາຍ​ວາຍ​ວອດ ພະ​ພຸດ­ທະ­ເຈົ້າ ​ສອນ​ຮອດ​ວິ­ທີ​ບໍ​ລິຫານ​ເງິນ ໃຫ້​ແບ່ງ​ເງິນອອກ​ເປັນ 4 ສ່ວນ ຄື:

- 1ສ່ວນ ເອົາ​ໄວ້​ລ້ຽງ​ຊີ­ວິດ​ຄອບ­ຄົວ ຍາດ­ຕິ​ພີ່­ນ້ອງ ເພື່ອນຝູງ ອອກ​ສັງ­ຄົມ​ຕ່າງໆ.

- 1ສ່ວນ ເກັບ​ເອົາ​ໄປ​ຝາກ​ທະ­ນາ­ຄານ ເອົາ​ໄວ້​ໃຊ້​ໃນ​ສິ່ງທີ່​ຈຳ­ເປັນ​ທີ່​ສຸດ ເງິນ​ປະ­ກັນ​ຊີ­ວິດ​ກໍ​ວ່າແມ່ນ ​ໃນ​ຍາມ​ເຈັບເປັນ.

- 2ສ່ວນ ໃຫ້​ເອົາ​ໄປ​ລົງ­ທຶນ ເພິ່ນ​ເອີ້ນ​ວ່າ ເອົາ​ເງິນ​ໄປ​ຕໍ່ເງິນ ເພື່ອ​ຈະ​ໄດ້​ກຳ­ໄລ​ມາ​ອີກ.

3. ກະມາ​ຈາກ​ຄຳ​ວ່າ ກັນ­ລະ­ຍາ​ນະ​ມິດ​ຕະ​ຕາ ແປ

ວ່າ ຄົບ​ຄົນ​ດີ​ເປັນ​ມິດ ຄື: ມີ​ພັກ​ພວກ​ເພື່ອນ​ຝູງ​ໃນ​ວົງ​ການ​ທຸ

ລະ​ກິດ​ດຽວ​ກັນ ມີ​ອຸ­ດົມ​ການ​ໜ້າ​ເຊື່ອ​ຖື ມີ​ລະ­ບຽບ​ວິ­ໄນ ບໍ່​ຂີ້

ຕົວະ​ຫຼອກ​ລວງ​ມານ​ຍາ​ຕ່າງໆ ແລະ ກໍ​ມີ​ຄຳ​ຄິດ​ຄຳ​ເຫັນເພື່ອ​ແລກ­ປ່ຽນ ມີ​ສະ­ຕິ​ປັນ­ຍາ​ແນະ­ນຳເຮົາ​ໃນ​ທາງ​ທີ່​ດີ ມີ​ປະໂຫຍດ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ.

4. ສະມາ​ຈາກ​ຄຳ​ວ່າ ສະ​ມາ​ຊີ​ວິ​ຕາ ແປ​ວ່າ ມີ​ຊີ­ວິດແບບ​ພໍ​ພຽງ ຄື: ກຳ­ນົດ​ລາຍ​ໄດ້ ແລະ ລາຍຈ່າຍ​ລ້ຽງ​ຊີ­ວິດແຕ່​ພໍ­ດີ ຢ່າ​ເປັນ​ຄົນ​ໃຊ້​ຈ່າຍ​ຟູມ​ເຟືອຍ​ຫຼາຍ​ເກີນ​ໄປ ​ໃຫ້​ໃຊ້ສົມ​ຖາ­ນະ​ຂອງ​ເຮົາເອງ ໃນ​ເມື່ອ​ບໍ່​ປະ­ຢັດ​ມັດ­ທະ­ຍັດ ​ໃຊ້​ຈ່າຍເກີນ​ລາຍ​ຮັບ ໝົດ​ແລ້ວ​ຫາ​ໃໝ່​ ກໍ​ບໍ່​ມີ​ທາງ​ດອກ​ຈະລ້ຳ​ລວຍໄດ້ ການ​ຊັ່ງ­ຊາ​ລາຍ​ຮັບ​ລາຍ​ຈ່າຍ​ເປັນ​ສິ່ງ​ສຳ­ຄັນ.

ຄາ­ຖາ​ມະ­ຫາ​ເສດ­ຖີ​ຕາມ​ຫຼັກ​ທຳ​ໃນ​ທາງ​ພຸດ​ທະ​ສາ​ສະໜາ​ນັ້ນ ​ເປັນ​ວິ­ທີ​ທາງ​ວິ­ທະ­ຍາ­ສາດ ໂດຍ​ບໍ່​ຕ້ອງ​ຍຶດ​ຕິດ​ເອົາສິ່ງ​ກໍ​ໄດ້​ແລ້ວ ເພາະ­ວ່າ​ພຸດ​ທະ​ສາ­ສະ­ໜາບໍ່​ໄດ້​ສອນ​ໃຫ້​ຄົນເຊື່ອ​ພຽງຢ່າງ​ດຽວ ຕ້ອງ​ປະ­ພຶດ​ປະ­ຕິ­ບັດ​ດ້ວຍ ເພາະ​ສິ່ງ​ໃດ​ດີເຮົາ​ກໍ​ຄວນ​ນ້ອມ​ເຂົ້າ​ມາ​ໃນ​ຊີ­ວິດ ເພາະເຮົາ​ຢາກ​ຮູ້​ລົດ​ຊາດວ່າ​ແມ່ນ​ຈິງ ຫຼື ບໍ? ຫຼັກ​ທຳ​ໃດ​ກໍ​ລ້ວນ​ແລ້ວ​ມີ​ຄຸນ­ຄ່າ ຖ້າ​ເຮົາຮູ້​ແລ້ວ​ເອົາ​ມາປະ­ຕິ­ບັດ ທຳ​ໃດ​ກໍ​ໄຮ້​ຄ່າ ຖ້າ​ຮູ້​ແລ້ວ​ບໍ່​ປະ­ຕິ­ບັດ ເໝືອນ​ຄົນ​ຢາກ­ກິນ­ເຂົ້າ ແຕ່​ບໍ່​ກິນ ກໍ​ບໍ່​ຮູ້​ລົດຊາດ​ວ່າ​ມັນ​ແຊບ ຫຼື ບໍ?.

ໂດຍ : ພຣະ​ອາ­ຈານ ໄພ​ວັນ ມາ­ລາ​ວົງ

ຂ່າວທີ່ກ່ຽວຂ້ອງ