ຂ່າວຫຼ້າສຸດ

ໄຟ​ໄໝ້​ປ່າ ຈຶ່ງ​ເຫັນ​ໜ້າ​ໜູ

1.946 27 ພ.ຈ. 2013 ນານາສາລະ

ເມື່ອ​ສະ­ໄໝ​ກ່ອນ​ ການດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາຊົນ​ລາວ​ເຮົາ ບໍ່​ວ່າ​ຈະ​ຢູ່ຕົວ​ເມືອງ ຫຼື ຊົນ­ນະ­ບົດ ລ້ວນ​ແຕ່​ແມ່ນ​ມີ​ລັກ­ສະ­ນະ​ຄ້າຍ­ຄືກັນ ຕ່າງ​ແຕ່​ວ່າ​ຜູ້​ທີ່​ອາ­ໄສ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່​ນັ້ນ​ ຈະ​ມີ​ປະກົດ​ການ​ປ່ຽນ­ແປງ​ໄປ​ສູ່​ແບບ­ແຜນ​ຂອງ​ຄວາມ​ເປັນ​ສາ­ກົນ ​ປະປົນ​ໄປ​ນຳ​ໃນ​ແຕ່​ລະ​ໄລ­ຍະ  ເນື່ອງ​ຈາ​ກວ່າ​ໄດ້​ຮັບ​ຜົນ​ກະ­ທົບຈາກ​ການ​ພົວ­ພັນ​ກັບ​ຄົນ​ຕ່າງ­ປະ­ເທດ ​ທີ່​ນຳ​ເອົາ​ວັດ­ທະ­ນະທຳບາງ​ຢ່າງ​ເຂົ້າ​ມາ​ນຳ ເປັນ­ຕົ້ນ ແບບ­ແຜນ​ດຳ­ລົງ​ຊີ­ວິດ​ເຂົ້າມາ​ນຳ​ໃຊ້ ແລະ ການພົວ­ພັນ​ລະ­ຫວ່າງ​ເຂົາ​ກັບ​ຄົນ​ໃນ​ສັງ­ຄົມ ເຮັດ​ໃຫ້​ມີ​ການ​ຊຶມຊັບ​ເອົາ​ວັດ­ທະ­ນະ­ທຳ​ເຫຼົ່າ­ນັ້ນ​ເທື່ອ​ລະໜ້ອຍເຂົ້າ​ມາ​ໂດຍ​ບໍ່​ຮູ້­ສຶກ​ຕົວ ບາງ​ຄັ້ງ​ການ​ຮັບ​ເອົາ​ນັ້ນງ່າຍ­ດາຍ ແຕ່​ວ່າ­ການ​ຈະ​ປະ​ຖິ້ມ​ໄປ​ນັ້ນ​ຊ້ຳ­ພັດ​ຍາກ​ປານ​ຈູງແບ້​ລົງ​ນ້ຳ ລາງ​ເທື່ອແຖມ​ຍັງ​ຍົກ­ຍໍ​ປໍ​ປັ້ນ​ວ່າ​ສິ່ງ​ທີ່​ຕົນ​ກະ­ທຳນີ້​ເປັນ​ສິ່ງ​ໃໝ່​ກ້າວ­ໜ້າ​ທັນ​ສະ­ໄໝ ຄວນ​ປະ­ຕິ­ບັດ​ຕໍ່​ໄປ.

ຈາກ​ນັ້ນ ການ​ປ່ຽນ­ແປງ​ໃໝ່​ທາງ​ດ້ານ​ແບບ­ແຜນ​ດຳ­ລົງຊີ­ວິດ ແລະ ວັດ­ຖຸ​ໃຊ້​ສອຍ​ຕ່າງໆ​ກໍຄ່ອຍໆ​ຄືບ​ຄານ​ເຂົ້າ​ມາຢ່າງ​ບໍ່​ຮູ້­ສຶກ​ຕົວ ດ້ວຍ​ການ​ປ່ຽນ​ແທນ​ຈາກ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າກ້າວ­ໜ້າ ໃນ​ໂອ­ກາດ​ດຽວ​ກັນ ​ການ​ປ່ຽນ­ແປງ​ທາງ​ຈິດ­ໃຈ​ກໍຄ່ອຍໆ​ສ້າງ​ປະ­ກົດ­ການ​ໃຫ້​ເຫັນ​ທາງ​ດ້ານການ​ປະ­ພຶດ ​ດ້ວຍການ​ຫັນ​ມາ​ເອົາ​ດີ​ຕໍ່​ການ​ຢຶດ​ຖື​ວັດ­ຖຸ​ສິ່ງ​ຂອງ​ເປັນ​ລົດ​ນິ­ຍົມ ຫຼື ເວົ້າ​ແນວ​ໜຶ່ງກໍ​ແມ່ນ ​ການ​ສ້າງ​ໃຫ້​ເປັນ​ຍຸກ​ແຫ່ງ​ການ​ບໍ​ລິໂພກ​ນິ­ຍົມ ​ມີ​ແຕ່​ໃຊ້​ເງິນ​ຊື້ ບໍ່​ອອກ­ແຮງ​ງານ ເຊິ່ງ​ບູ­ຊາ​ການໃຊ້​ຈ່າຍ​ເງິນ​ເພື່ອ​ໃຫ້​ໄດ້​ມາ​ເຊິ່ງ​ວັດ­ຖຸ​ສິ່ງ​ຂອງ​ນັ້ນ​ເອງ.

ຍ້ອນ​ແນວ​ນັ້ນ ບາງ​ຮີດ­ຄອງ​ປະ­ເພ­ນີ ຕະ­ຫຼອດ​ເຖິງ​ວັດ­ຖຸຮັບ​ໃຊ້​ໃນ​ເມື່ອ​ກ່ອນ​ຈຶ່ງ​ຖືກ​ປະ​ຖິ້ມ ຫຼື ເກັບ​ມ້ຽນ​ເຂົ້າ​ສາງ ເຊັ່ນ: ອິ້ວ​ຂຶ້ນ​ຝາ​ຫຼາ​ຂຶ້ນ​ຂວ່ານ ພໍ່­ຄ້າ​ຊາວ​ຂາຍ​ຫົວ​ດີ​ທີ່​ມີ​ວິ­ໄສທັດ​ຕ່າງ​ກໍກາຍ­ເປັນ​ຜູ້​ຮັບ​ຊື້​ເຄື່ອງ​ເກົ່າ ແລະ ຕໍ່​ມາ​ເຂົາ​ກໍ​ຂາຍອອກ​ໄປ​ແກ່​ນັກ​ສະ​ສົມ​ຂອງ​ເກົ່າ​ທີ່​ໃຫ້​ລາ­ຄາດີ ໃນ​ນັ້ນ​ມີ: ອິ້ວຫຼາ ກີ່ ໄມ້​ກຳ­ພັ້ນ ​ກະ­ສວຍ ໂຮງ­ກະ­ບອງ ກະ​ພາ ປະ­ເພດ​ກະຕ່າ​ຂອງ​ຊົນ­ເຜົ່າ ຄ້ອງ ກອງ ມີດ ພ້າ ກະ​ຈັບ​ປີ່ ຊໍ ລະ­ນາດ ຄ້ອງ​ວົງ ໝາ­ຍວ່າ ​ເຄື່ອງ​ດີດ​ສີ​ຕີ​ເປົ່າ​ອື່ນໆ ຕະ­ຫຼອດເຖິງ​ອາວຸດ​ທະ​ພັນ ລູກ­ປືນ ລະ­ເບີດ​ປາງ​ສົງ­ຄາມ​ທີ່​ເຂົາ­ເຈົ້າ​ມ້າງ​ເອົາແກັບ ເອົາ​ສິ່ງ​ອັນ­ຕະ­ລາຍອອກ​ໄລ­ຍະ​ຜ່ານ​ມາ ຕໍ່​ມາ​ເມື່ອ​ມາເຖິງ​ເລີກ​ງາມ​ຍາມ​ດີ ຢາກ​ວາງ­ສະ­ແດງ​ທາງ​ວັດ­ທະ­ນະ­ທຳ ເປັນ­ຕົ້ນ ເຄື່ອງ­ໃຊ້​ສອຍ​ຮັບ​ໃຊ້​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ຄົນຮຸ່ນກ່ອນ ​ກໍ​ຈະ​ເກີດ​ມີ​ບັນ­ຫາ​ໂລດ ເພາະ​ຄົນ​ສ່ວນ​ໃຫຍ່​ບໍ່​ມັກ​ສະສົມ​ພໍ​ເທົ່າ­ໃດ ເຖິງ​ມີ​ກໍ​ດ້າມ​ຊິ້ນ​ດ້າມ​ອັນ ເຊິ່ງ​ຜ່ານ​ມາ​ເມື່ອ​ມີເຫດ­ການ​ສຳ­ຄັນ ຄະ­ນະ​ຮັບ­ຜິດ­ຊອບ​ວາງ­ສະ­ແດງ​ກໍ​ພາ­ກັນໄປ​ຊອກ​ເຊົ່າ ຊອກ​ຢືມ ອັນ​ເຮັດ​ໃຫ້​ພົບກັບ​ຄວາມ​ຫຍຸ້ງ­ຍາກ​ບໍ່ໜ້ອຍ.

ຍ້ອນ​ເຫດ­ການ​ດັ່ງ­ກ່າວ ເລີຍ​ຈຶ່ງ​ຢາກ​ຊັກ​ຊວນ​ອວນ​ເອີ້ນ​ພີ່ນ້ອງ​ຊາວ​ລາວ​ເຮົາ​ທັງ­ຫຼາຍ​ເອີຍ ບໍ່ວ່າ​ຈະ​ຢູ່​ໃນ​ຕົວ​ເມືອງ ຫຼື ຊົນ­ນະ­ບົດ​ກໍ​ຕາມ ຈົ່ງ​ມີ​ແນວ​ຄິດ​ສະ​ສົມ​ວັດ­ຖຸ​ສິ່ງ​ຂອງ​ທີ່​ຮັບໃຊ້​ຊີ­ວິດການ​ເປັນ​ຢູ່​ປະ­ຈຳ​ວັນ​ຂອງ​ປູ່​ຍ່າ​ຕາ​ຍາຍ ຫຼື ສິ່ງ​ແປກປະ­ຫຼາດ​ທີ່​ເປັນ​ພະ­ຍານ​ຫຼັກ​ຖານ ອັນ​ເປັນ​ວັດ­ຖຸ​ທາງ​ວັດ­ທະ­ນະທຳ​ໄວ້​ເບິ່ງ​ຍາວ​ນານ ແລະ ຫາ​ບ່ອນ​ມ້ຽນ​ໃຫ້​ດີ ເນື່ອງ​ຈາກ​ຜູ້ຂຽນ​ເຄີຍ​ໄປເບິ່ງ​ງານ​ວາງ­ສະ­ແດງ​ໃຫຍ່​ບ່ອນ​ໜຶ່ງ​ມາ​ແລ້ວ ໂດຍ​ມີ​ເຄື່ອງ​ວາງ­ສະ­ແດງ ​ເຄື່ອງ­ຮັບ​ໃຊ້​ແບບ­ແຜນ​ດຳ­ລົງ​ຊີວິດ​ຂອງ​ປະ­ຊາ­ຊົນ ຕະ­ຫຼອດ​ເຖິງ​ຫຼັກ​ຖານ​ພະ­ຍານ​ທີ່​ເປັນ​ຊິ້ນສ່ວນ​ຕ່າງໆ​ຂອງ​ລູກລະ­ເບີດ​ຝ່າຍ​ຈັກ­ກະ­ພັດ​ປາງ​ສົງ­ຄາມ ​ທີ່ຖືກ​ຖອດ​ແຂ້ວ​ຖອດ​ເລັບ ຫຼື ຂະ​ນວນ​ອອກ​ແລ້ວ ເມື່ອຖາມ​ຜູ້ບັນ​ລະ​ຍາຍ​ວ່າ ​ເຄື່ອງ​ນີ້​ສະ​ສົມ​ມາ​ດົນ​ປານ­ໃດ ຜູ້­ກ່ຽວ​ກໍ​ຕອບວ່າ ບໍ່​ແມ່ນ​ຂອງ​ອົງ­ການເຮົາ ສິ່ງ​ຕ່າງໆ​ທີ່​ເຫັນ​ຢູ່​ນີ້​ລ້ວນ​ແຕ່ຢືມ​ຈາກ​ປະ­ຊາ­ຊົນ ບາງ​ຢ່າງ​ກໍ​ເຊົ່າ​ເຂົາ​ມາ ຍິ່ງ​ວາງ­ສະ­ແດງດົນ​ລາຍ​ຈ່າຍ​ກໍ​ຍິ່ງ​ຈະ​ເພີ່ມ​ຂຶ້ນ ເມື່ອ​ຊວດ​ຮູ້­ເມື່ອ​ຈຶ່ງ​ຮູ້­ສຶກ​ຄິດພໍ້​ຄຳ​ພັງ​ເພີຍ​ລາວ​ເຮົາ​ວ່າ: “ຍ້ອນໄຟ​ໄໝ້​ປ່າ ຈຶ່ງ​ເຫັນ​ໜ້າ​ໜູ” ຖ້າ​ບໍ່​ມີ​ກາ­ນວາງ­ສະ­ແດງ​ ເລີຍ​ບໍ່​ເຫັນ​ຄຸນ­ຄ່າ​ທາງ​ວັດ­ທະ­ນະທຳ ວັດ­ຖຸ​ສິ່ງ​ຂອງ​ອັນ​ເປັນ​ມໍ­ລະ­ດົກ​ທາງ​ວັດ­ທະ­ນະ­ທຳ​ຂອງລາວ​ເຮົາ ເຊິ່ງ​ມີ​ແຕ່​ລະ​ເຮືອນ​ໃນ​ຮາກ​ຖານປະ­ຊາ­ຊົນ.

ໂດຍ: ຊຽງ​ເອງ

ຂ່າວທີ່ກ່ຽວຂ້ອງ