ວັນເສົາ ທີ 7 ທັນວາ 2019 18:13:35

ມີຫຼາຍຄົນຄົງເຂົ້າໃຈນຳກັນວ່າ: ປຶ້ມຕຳລາເປັນສິ່ງທີ່ສຳຄັນໃນການພັດທະນາວຽກງານ ເພາະເວລານາຍສັ່ງວຽກກ່ຽວກັບການຂີດຂຽນຖ້າໂຕໃດຕິດຂັດ-ຂ້ອງຄາຕ້ອງໄດ້ເປີດຕຳລາຊ່ວຍແກ້ໄຂ ນີ້ແຫຼະທີ່ບູຮານສອນວ່າ: ສາຍນ້ຳເປັນກຳລັງຂອງປາ ທ້ອງຟ້າເປັນກຳລັງຂອງນົກປຶ້ມຕຳລາກໍເປັນກຳລັງຂອງນັກປາດ ຖ້າພວກເຮົາທັງຫຼາຍເຮັດໄດ້ຄືຍົກມານີ້ຄົງດີບໍ່ໜ້ອຍ ແຕ່ກໍຍັງມີໃຫ້ເຫັນປະກົດການໃໝ່ອີກແບບໜຶ່ງ ໂດຍສະເພາະຜູ້ເປັນບັນດິດຜູ້ຮຽນຈົບໃໝ່ ບາງຄົນບໍ່ວ່າຈະຮຽນຈົບປະລິນຍາພາຍໃນ ຫຼື ຕ່າງປະເທດກໍແລ້ວແຕ່ມັກເຂົ້າໃຈວ່າພໍຮຽນຈົບຄົງຕ້ອງບອກລາຕຳລາກັນໄດ້ແລ້ວ.
ທ່ານຜູ້ອ່ານລອງຄິດເບິງວ່າ ຄົນເຮົາເວລາຮຽນຈົບວິຊາຊີບໃດໜຶ່ງ ນັນບໍ່ໄດ້ໝາຍຄວາມວ່າ ພວກເຂົາເຫຼົ່ານັ້ນຈະຈື່ຈຳຄວາມຮູ້ທິດສະດີທີ່ຕົນຮຽນມາໄດ້ໝົດ ຫຼື ບາງຄັ້ງມີບາງກໍລະນີ ຮຽນຫຼິ້ນໆ ຫຼື ຮຽນໆຫຼົບໆກໍຈົບໄປເອງ ຄັນເມື່ອສະໝັກເຂົ້າເຮັດວຽກ ບາດນາຍສັ່ງວຽກ ມີບາງອັນເຮັດໄດ້ ແລະ ມີບາງອັນເຮັດບໍ່ໄດ້ ຫຼື ບໍ່ເຂົ້າໃຈ ກໍບໍ່ຮູ້ວ່າຈະໄປຖາມໃຜ?
ບາງຄົນກໍໄວ້ລາຍຢ້ານເສຍປຽບ ເພາະຕົນເອງຮຽນຈົບໄດ້ໃບປະລິນຍາມາສູງແລ້ວ ເລີຍເຮັດໄປຕາມທີ່ຕົນເຂົ້າໃຈ ແຕ່ໂດຍທົ່ວໄປພັດບໍ່ຖືກກັບເປົ້າໝາຍຂອງວຽກ ຫຼື ວຽກນັ້ນ ສາມາດແກ້ໄຂໄລຍະສັ້ນໄດ້ ແຕ່ເບິ່ງໃນໄລຍະຍາວແລ້ວ ພັດມີບັນຫາເກີດຂຶ້ນ ຈົນກາຍເປັນທາງຕັນ ເຊິ່ງປະກົດການແບບນີ້ຂ້ອຍໄດ້ຍິນຜູ້ຮູ້ບອກວ່າ ນັກວິຊາການເຄິ່ງຜີເຄິ່ງຄົນນີ້ ອັນຕະລາຍ ຫຼື ບໍ່ດັ່ງນັ້ນກໍບໍ່ເຫັນແກ່ຫຼັກວິຊາການໃນການແກ້ໄຂບັນຫາ ແຕ່ພັດໄປເຫັນແກ່ທະນະບັດ ຍິ່ງເຮັດໃຫ້ວຽກງານສູນເສຍ ບາງຄັ້ງໄດ້ຜົນປະໂຫຍດຕົນ ແຕ່ເສຍຜົນປະໂຫຍດສ່ວນລວມ ຕໍ່ບັນຫານີ້ຄົງເປັນເລື່ອງທີ່ໜ້າຄິດໃນບາງໜ່ວຍງານຖ້າວ່າມີປະກົດການຄືດັ່ງທີ່ເວົ້າມາ.
ຖ້າໃຜກໍຕາມຖືຄະຕິທີ່ວ່າ ຊີວິດຄືການຮຽນຮູ້ ຊີວິດຕ້ອງມີການພັດທະນາຢ່າງຕໍ່ເນື່ອງເຖິງແມ່ນວ່າຕົນເອງຈະຮຽນຈົບສູງມາກໍຕາມ ແຕ່ເວລາມາເຮັດວຽກງານຕົວຈິງມັນອາດແຕກຕ່າງກັບທິດສະດີ ຫຼື ຕຳລາທີ່ຕົນຮຽນມາ ຖ້າເປັນພະນັກງານໜຸ່ມນ້ອຍຄົງຕ້ອງແກ້ດ້ວຍການເຂົ້າໄປຫາພະນັກງານອາວຸໂສທີ່ເພິ່ນມີປະສົບການອ່ອນນ້ອມຖ່ອມຕົນ ຮຽນຮູ້ເອົາບົດຮຽນ ແລະ ປະສົບການນຳເພິ່ນ ໂດຍຫຼີກເວັ້ນການອວດອົ່ງຖືໂຕ ຫຼືໄປຫຼົງຢຶດຖືເອົາໃນໃບປະລິນຍາທີ່ຕົນຮຽນມາ ຕໍ່ກັບບັນຫານີ້ ປະທານ ໂຮ່ຈິມິນ ເຄີຍຂຽນໄວ້ໃນປຶ້ມການແກ້ໄຂວິທີເຮັດວຽກ ເຊິ່ງພະນັກງານຫຼາຍທ່ານກໍມີໄວ້ປະຈຳໜ້າໂຕະເພາະໃນປຶ້ມຫົວນັ້ນມັນໄດ້ເວົ້າ “ເຖິງພະຍາດຂອງພະນັກງານລັດໄວ້ຫຼາຍຢ່າງ...”ໃນນັ້ນເວົ້າຮອດການສະແດງທັດສະນະຄະຕິຂອງພະນັກງານບາງຄົນໃນການເຮັດວຽກ ເພາະບາງເທື່ອກໍເອົາອັດຕະວິໄສຂອງຕົນ ໄປປະສົມປົນເປຫຼາຍໂພດ ເຮັດໃຫ້ວຽກງານບໍ່ສາມາດແກ້ໄຂຕາມທິດຊີ້ນຳຂອງຂັ້ນເທິງໄດ້ ຫຼື ບໍ່ດັ່ງນັ້ນ ກໍມີພະຍາດເປັນແຕ່ປາກ ບາດວ່ານາຍສັ່ງວຽກຕົວຈິງແລ້ວພັດເຮັດແປະໆບາງໆ.
ຂໍອະໄພທີ່ຕ້ອງສະແດງທັດສະນະສ່ວນຕົວຄືແນວນັ້ນ ຂ້ອຍໄດ້ມີໂອກາດໄດ້ຮູ້ຈັກກັບພະນັກງານອາວຸໂສຮຸ່ນອ້າຍບໍ່ຫຼາຍຄົນ ພວກເຂົາເຫຼົ່ານັ້ນໄດ້ວິເຄາະການເຮັດວຽກຂອງແຕ່ລະຄົນໃຫ້ຟັງ ສ່ວນໃຫຍ່ເພິ່ນຈະລົງທ້າຍດ້ວຍເຫດຜົນທີ່ວ່າ ພວກເຂົາເຫຼົ່ານັ້ນບໍ່ພັດທະນາຕົນເອງ ໃນການສຶກສາຄົ້ນຄວ້າ ຊອກຮູ້ອ່ານຕຳລາ ເພື່ອໃຫ້ຕົນເອງກ້າວທັນກັບໂລກຂອງການປ່ຽນແປງ ເຊິ່ງຍາມໃດຂັ້ນເທິງຍ່ອມຕ້ອງການຄົນດີມີສີມື ນອກຈາກນີ້ ເພິ່ນຍັງໄດ້ຍົກເອົາບົດຮຽນການເຮັດວຽກຂອງທ່ານ ໄກສອນ ພົມວິຫານ ມາເປັນຕົວຢ່າງວ່າ ເພິ່ນພັດທະນາຕົນເອງຄືແນວໃດ ? ນອກຈາກນີ້ ເພິ່ນຍັງໄດ້ເວົ້າເຖິງການຫ່າງເຫີນຈາກປຶ້ມຕຳລາ ອັນເປັນເຄື່ອງມືໃນການປະກອບຂອງການເຮັດວຽກທີ່ສຳຄັນ ລວມທັງມະຕິຄຳສັ່ງແນະນຳຕ່າງໆ ຕ້ອງໄດ້ອ່ານທົບທວນໄປມາເພື່ອໃຫ້ເຂົ້າໃຈ ກຳໄດ້ແນວທາງນະໂຍບາຍທີ່ຂັ້ນເທິງວາງອອກ.
ສິ່ງທີ່ຍົກມາເວົ້າຂ້າງເທິງນັ້ນເຫັນໄດ້ວ່າ ຄົນເຮົາເຖິງຈະຮຽນຈົບສູງມາກໍຊ່າງ ຖ້າປະຖິ້ມຕຳລາເອກະສານ ຄຳສັ່ງແນະນຳຕ່າງໆມາສຶກສາຄົ້ນຄວ້າ ພ້ອມດ້ວຍການຊອກສະແຫວງຫາບົດຮຽນນຳພະນັກງານອາວຸໂສແລ້ວ ກໍຍາກທີ່ຈະເຮັດວຽກໃຫ້ມັນບັນລຸຕາມເປົ້າໝາຍໄດ້ ຫຼື ບໍ່ ດັ່ງນັ້ນ ຖ້າມີແຕ່ການອວດອົ່ງຖືໂຕ ຢຶດຖືໃນຄຸນນະວຸດໃບປະລິນຍາທີ່ຮຽນມາ ບາດເຮັດວຽກຕົວຈິງຜົນຈຶ່ງອອກມາແບບເຄິ່ງດິບເຄິ່ງສຸກ ຖ້າເປັນແນວນີ້ຫາງສຽງສັງຄົມເວົ້າວ່າ ນັກວິຊາການເຄິ່ງຜີເຄິ່ງຄົນມັນກໍຖືກແລ້ວ.

ໂດຍ: ດັ້ນກີບເມກ