ຕ້ອງ​ເລີ່ມ​ຈາກ​ເຮົາ​ເອງ​ກ່ອນ

2.014 19 ສ.ຫ. 2013 ນານາສາລະ

<p style="text-align: justify;"> ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ຢູ່​ປະ­ເທດ​ພວກ​ເຮົາ​ເກີດ​ມີ​ຂະ​ບວນ​ການ​ສ້າງ­ຕັ້ງ​ລາ­ງວັນ​ຕ່າງໆ​ນາໆ ເພື່ອມອບ​ໃຫ້​ບຸກ­ຄົນ ແລະ ລວມ​ໝູ່ທີ່​ມີ​ຜົນ­ງານ​ດີ­ເດັ່ນ ​ໃນ​ຂະ­ແໜງ­ການ​ຕ່າງໆ ແຕ່ສ່ວນ​ຫຼາຍ​ແມ່ນຂົງ­ເຂດ​ເສດ­ຖະ­ກິດ ແລະ ສິ­ລະ​ປະ ນອກ​ນັ້ນກໍ​ຍັງ​ມີ​ລາ­ງວັນ​ບໍ­ລິ­ສັດ​ນັ້ນ ບໍ­ລິ­ສັດ​ນີ້ ໄດ້​ຮັບ​ລາ­ງວັນ​ຢັ້ງ­ຢືນຄຸນ​ນະ​ພາບ​ລະ­ດັບ​ພາກ​ພື້ນ ລະ­ດັບ​ສາ­ກົນ ບາງ​ບໍ­ລິ­ສັດ​ກໍ​ໄດ້ຮັບ​ລາ­ງວັນ​ຍ້ອນ​ເຮັດການ​ບໍ­ລິ­ຫານ-ຄຸ້ມ​ຄອງ​ດີ ບາງ​ຫົວໜ່ວຍ​ທຸ­ລະ​ກິດ​ກໍ​ໄດ້​ຮັບ​ກຽດ​ຖືກ​ຈັດ​ລະ­ດັບ​ດ້ານ​ຄຸນ​ນະ​ພາບ ເຊັ່ນ: ທຸ­ລະ​ກິດ​ສົ່ງ​ອອກ​ນ້ຳ​ສາ­ລີ​ສົດ​ຂອງ​ນັກ­ທຸ­ລະ­ກິດ​ຫຼຸມ​ຄຳວົງ​ໄຊ ກໍ​ໄດ້​ເປັນ​ທີ 33 ຂອງ​ໂລກ ດ້ານ​ການ​ສົ່ງ​ອອກ​ນ້ຳ​ສາລີ​ສົດ ທາງ​ເບື້ອງ​ວົງ​ການ​ສິນ​ນັ້ນ ໂດຍ​ສະ­ເພາະແມ່ນ​ສິ­ລະປະ​ເວ­ທີ​ກໍໄດ້​ມີ​ໜໍ່​ແໜງ​ລາ­ງວັນ​ເກີດ​ຂຶ້ນ​ຫຼາຍ ອັນ​ນີ້​ກໍ​ຕ້ອງຂໍ​ຊົມ­ເຊີຍ​ບັນ­ດາ​ຂະ­ແໜງ­ການ ຄ້າຍ​ເພງ ວົງການ​ຮູບ­ເງົາ ທີ່​ຂົນ­ຂວາຍ​ມາ​ໄດ້​ທຶນ­ຮອນ​ພໍ​ເປັນ​ລາ­ງວັນ ເປັນ​ໂລ້ ຫຼຽນ ແລະ ກາ​ໝາຍ​ ເພື່ອມອບ​ເປັນ​ກຳ­ລັງ​ໃຈ ເປັນ​ກຳ­ລັງ​ຊັບ​ໃຫ້ບຸກ­ຄົນ​ໃນ​ວົງ​ການ ຄວັນ​ຫຼົງ ແລະ ກິ່ນ​ເຫຼືອ​ທີ່​ຍັງ​ມີ​ໃຫ້ເຫັນກໍ​ແມ່ນ​ການ​ມອບ​ລາ­ງວັນ “ນາກ​ຄຳ” ຫວ່າງ​ບໍ່​ດົນ​ມາ​ນີ້​ ໃຫ້ຄົນ​ວົງ​ການ​ສິນ-ວົງ​ການ​ສື່ ທີ່​ມີລັກ­ສະ­ນະ​ກວ້າງ­ຂວາງ​ພໍສົມ­ຄວນ ເບື້ອງ​ສິ­ລະ​ປະ​ສາ­ຂາ​ວັນ­ນະ­ກຳ​ກໍ​ມີ​ລາ­ງວັນ “ສິນໄຊ” ແລະ ລາ­ງວັນ​ຕາມ​ລະ­ດູ​ການ ເພື່ອ​ມອບ​ໃຫ້​ຜູ້​ຊະ­ນະໃນ​ການ​ຂັດ​ເລືອກ​ບົດ​ເລື່ອງ­ສັ້ນ-ເລື່ອງ​ຍາວ ບົດ​ກະ­ວີ ບົດລະ­ຄອນ ອຸ­ທິດ​ໃຫ້​ເຫດ­ການ​ສຳ­ຄັນ​ລະ­ດັບ​ຊາດ ແນມ​ອອກເສັ້ນ​ຊາຍ​ແດນ​ໄປ​ກໍ​ມີລາ­ງວັນ ວັນ­ນະ­ກຳ​ສ້າງ­ສັນ​ອາ­ຊີບ ຫຼື SEAWRITE ຖື​ວ່າ​ເປັນ​ລາ­ງວັນ​ລະ­ດັບ​ພາກ​ພື້ນ ນອກນັ້ນກໍ​ມີ​ລາ­ງວັນ​ແມ່­ນ້ຳ​ຂອງ ຂອງ 3 ປະ­ເທດ ໃນ​ແຫຼມ​ອິນ​ດູຈີນ ລາວ-ຫວຽດ­ນາມ-ກຳ­ປູ­ເຈຍ ເຊິ່ງ​ພວມ​ຍ່າງ​ເຂົ້າ​ປີ​ທີ 5 ຫວ່າງ​ມໍ່ໆມານີ້ ທາງ​ປະ­ເທດ​ໄທ ​ກໍ​ໄດ້​ສ້າງ­ຕັ້ງ​ລາ­ງວັນ “ສູນທອນ​ຜູ່” ຕາມ​ຊື່​ນັກ​ກະ­ວີ​ອຳ​ມະ­ຕະ​ຂອງ​ປະ­ຊາ­ຊົນ​ໄທ ແລະ ຂອງ​ໂລກ​ຄົນ​ໜຶ່ງ ລາ­ງວັນ​ນີ້ ມອບ​ເປັນ​ລາ­ງວັນ​ປະ­ຈຳ​ປີ​ລະດັບ​ອາ​ຊຽນ ມອບ​ໃຫ້​ນັກ​ກະ­ວີ​ຜົນ­ງານ​ສ້າງ­ສັນ ໃນ​ປີ​ທຳ​ອິດຂອງ​ລາ­ງວັນ​ນີ້ ທ່ານ​ນາງ ດາ­ລາ ກັນ­ລະ­ຍາ ນັກ​ປະ­ພັນນາມ­ມະ­ຍົດສິ­ລະ​ປະ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ ກໍ​ໄດ້​ຮັບລາງວັນ​ດັ່ງ­ກ່າວ​ຢ່າງ​ສົມ​ກຽດ ນີ້​ຄື​ຄວາມ​ພູມ­ໃຈ​ຂອງ​ຄົນ​ລາວ ໂດຍ​ສະ­ເພາະແມ່ນ​ຄົນ​ໃນ​ວົງການ​ສິນ.</p> <p style="text-align: justify;"> ແຕ່​ໃນ​ສ່ວນ​ເລິກໆ​ຂອງ​ຄວາມ​ພູມ­ໃຈ​ນີ້ ຜູ້​ຂຽນ​ຍັງ​ມີຄວາມ​ລະ­ອາຍ​ໃຈ​ເຈືອ​ປົນ​ຢູ່ ລະ­ອາຍຍ້ອນ​ວ່າ ສະ​ຖາ​ບັນລາ­ງວັນ​ຢູ່​ບ້ານ​ເຮົາ​ຍັງ​ບໍ່​ເຂັ້ມ­ແຂງ ບໍ່​ຕໍ່​ເນື່ອງ ບໍ່​ມີ​ກົນ​ໄກ​ແບບຕິດ​ຈອດ ແຕ່ທ້ອງ­ຖິ່ນ​ຮອດ​ສູນ​ກາງ ຍັງ​ບໍ່​ທັນ​ມີ “ຕາ​ເຂິງ” ເພື່ອ​ຮ່ອນ​ໃຫ້​ໄດ້​ນັກ​ຂຽນ​ທີ່​ມີ​ຄຸນ​ນະ​ພາບ​ແທ້ໆ ສະ­ນັ້ນ ນັກຂຽນ​ລາວ​ສ່ວນ​ໃຫຍ່​ຈະ​ມາ​ຈຸ້ມ​ກັນ​ຢູ່​ນະ­ຄອນ­ຫຼວງ ຍ້ອນ​ວ່າຢູ່​ທີ່​ນີ້​ມີ​ໂອ­ກາດ​ຫຼາຍກວ່າ ສ່ວນ​ລາ­ງວັນ​ຂອງ​ພວກ​ເຮົາ​ທີ່​ມີ​ຢູ່ຍັງ​ບໍ່​ທັນ​ມີ​ລັກ­ສະ­ນະ​ປຸກ­ລະ­ດົມ​ຢ່າງ​ແທ້​ຈິງ ໃນ​ປັດ­ຈຸ­ບັນ ໄຄແຕ່​ວ່າ​ມີ​ການ​ມອບ​ນາມ­ມະ­ຍົດສິ­ລະ​ປິນ​ແຫ່ງ​ຊາດ-ສິ­ລະປິນ​ດີ­ເດັ່ນ​ໃນ​ສາ­ຂາ​ຕ່າງໆ ໃນ​ປີ 2011 ແຕ່​ການ​ມອບ​ນາມມະ​ຍົດ​ດັ່ງ­ກ່າວ​ກໍ​ຄວນ​ມີ​ການ​ກຳ­ນົດ​ໄລ­ຍະ​ເວ­ລາ​ຄັກ­ແນ່ ຫາກບໍ່​ແມ່ນ​ຈັດ​ຂຶ້ນ​ຕາມ​ຄວາມ “ສະ­ດວກ” ຜູ້​ຂຽນ​ຢາກ​ໃຫ້ມີ​ການ​ປະ­ກາດ​ສ້າງ­ຕັ້ງ​ລາ­ງວັນ​ລະ­ດັບຊາດ​ຢ່າງ​ເປັນ​ທາງການ ນອກ​ນັ້ນ ກໍ​ຄວນ​ມີ​ລາ­ງວັນ​ລະ­ດັບ​ພາກ ຢູ່​ຂັ້ນ​ແຂວງກໍ​ຄວນ​ພິ­ຈາ­ລະ­ນາຄວາມ​ອາດ​ສາ­ມາດ​ໃນ​ການ​ສ້າງ­ຕັ້ງລາ­ງວັນ​ລະ­ດັບ​ທ້ອງ­ຖິ່ນ ແລະ ທີ່​ສຸດ​ຂອງ​ທີ່​ສຸດ ຜູ້​ຂຽນ​ຢາກໃຫ້​ມີ​ລາ­ງວັນ ວັນ­ນະ­ກຳ​ລະ­ດັບ​ພາກ​ພື້ນ ເຊິ່ງ ສປປ ລາວ ພວກ​ເຮົາ​ເປັນ​ເຈົ້າ​ການ​ສ້າງ­ຕັ້ງຂຶ້ນ​ ລາ­ງວັນ​ນີ້ ຖ້າ​ຈັດ​ປະ­ຈຳປີ​ບໍ່​ໄດ້ ກໍ​ຄວນ​ເປັນ 3 ປີ ຫຼື 5 ປີ​ຕໍ່​ຄັ້ງ ໂດຍ​ມີ​ເຫຼົ່າ​ນັກ​ປະພັນ​ຈາກອາ​ຊຽນ ​ເຂົ້າ​ຮ່ວມ ລາ­ງວັນ​ທີ່​ວ່າ​ນັ້ນ ອາດ​ໃສ່​ຊື່­ວ່າ: ລາ­ງວັນ “ປາງ​ຄຳ” ຫຼື ຕາມ​ຊື່​ວິ­ລະ​ຊົນ​ຄົນເກັ່ງ​ຂອງ​ບ້ານເຮົາ​ກໍ​ໄດ້ ຮອດ​ເວ­ລາ​ນັ້ນ ໂລກ​ກໍ​ຈະ​ຮູ້​ບົດ­ບາດ​ຂອງ​ພະ­ລັງວັນ­ນະ­ກຳ​ຂອງ​ຄົນລາວ​ເຮົາ.</p> <p style="text-align: right;"> <strong>ໂດຍ: ຄົນ​ແດດ​ດຽວ</strong></p>

ຂ່າວທີ່ກ່ຽວຂ້ອງ