9 ເດືອນ ນະຄອນຫຼວງວຽງຈັນສາມາດເກັບລາຍຮັບໄດ້ 3.600,24 ຕື້ກີບ

    ອີງຕາມຮ່າງບົດສະຫຼຸບການຊີ້ນຳ-ນຳພາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VII ໃນໄລຍະ 9 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານຈຸດສຸມ 3 ເດືອນທ້າຍປີ 2022 ທີ່ສະເໜີໃນກອງປະຊຸມຄົບຄະນະບໍລິຫານງານພັກ ຄັໍ້ງທີ 7 ສະໄໝທີ VII ໃຫ້ຮູ້ວ່າ:

    ໄລຍະ 9 ເດືອນຜ່ານມາ ນະຄອນຫຼວງວຽງຈັນສາມາດຈັດເກັບລາຍຮັບໄດ້ 3.600,24 ຕື້ກີບ ເທົ່າກັບ 64,56% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 18,75% ເທົ່າກັບ 568,38 ຕື້ກີບ) ໃນນັ້ນ ລາຍຮັບພູດສູນກາງ ( ພາສີ ):ໄດ້ 2.477,55 ຕື້ກີບ ເທົ່າກັບ 60,43% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 13,32% ເທົ່າກັບ 291,31 ຕື້ກີບ ) ໃນນີ້: ລວມມີລາຍຮັບຈາກການອໍານວຍຄວາມສະດວກທາງດ້ານພາສີ-ອາກອນ ໃນການນຳເຂົ້າສິນຄ້າປະເພດເຄື່ອງກໍ່ສ້າງ ເຄື່ອງໃຊ້ໄຟຟ້າ ເຄື່ອງອຸປະໂພກ-ບໍລິໂພກ ຕາມຄໍາແນະນໍາ 4490/ກງ ແລະ ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ຕາມແຈ້ງການ 4491/ກງ ລວມມີ 4 ບໍລິສັດ ລວມຈໍານວນ 485,6 ຕື້ກີບ ສ່ວນລາຍຮັບທ້ອງຖິ່ນໄດ້ 1.122,69 ຕື້ກີບ ເທົ່າກັບ 76,05% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 32,77% ເທົ່າກັບ 277,07 ຕື້ກີບ ) ໃນນີ້ ສ່ວຍສາອາກອນບັນລຸ 1.037,05 ຕື້ກີບ ເທົ່າກັບ 74,08% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 28,67% ເທົ່າກັບ 231,05 ຕື້ກີບ) ຊັບສິນຂອງລັດບັນລຸ 84,27 ຕື້ກີບ ເທົ່າກັບ 111,31% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 115,95% ເທົ່າກັບ 45,24 ຕື້ກີບ) ລັດວິສາຫະກິດບັນລຸ 1,29 ຕື້ກີບ ເທົ່າກັບ 104,22% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມ າລື່ນ 118,94% ເທົ່າກັບ 0,70 ຕື້ກີບ) ແລະ ລາຍຮັບອື່ນໆ(ເຫຼືອສົ່ງຄືນ) ປະຕິບັດໄດ້ 73,38 ລ້ານກີບ.

    ດ້ານລາຍຈ່າຍແຜນການປີ 2022 ທັງໝົດ 625,43 ຕື້ກີບ ປະຕິບັດແຕ່ຕົ້ນປີຫາວັນທີ 21 ກັນຍາ 2022 ໄດ້ 392,01 ຕື້ກີບ ເທົ່າກັບ 62,68% ດ້ານການດຸ່ນດ່ຽງແຜນການດຸ່ນດ່ຽງປີ 2022 ທັງໝົດ 850,90 ຕື້ກີບ ປະຕິບັດແຕ່ຕົ້ນປີ ຫາວັນທີ 21 ກັນຍາ 2022 ໄດ້ 636,30 ຕື້ກີບ ເທົ່າກັບ 74,78% ຂອງແຜນການປີ 2022.

error: Content is protected !!