
ສຳລັບຄໍລຳ ໄອທີນ (IT) ຢາກບອກ ຂອງເວບໄຊວຽງຈັນໃໝ່ ອອນລາຍນັ້ນ ບໍ່ໄດ້ອັບເດດໄປດົນເຕີບ ແຕ່ກໍໄດ້ມີຜູ້ອ່ານບາງທ່ານທີ່ໄດ້ຕິດຕາມອ່ານ ແລະ ສົ່ງຂໍ້ສົງໃສມາ ໃນບົດຄວາມ “ RubberDucky ປັດນ້ອຍຊ່ວຍກວດກາສະພາບຄອມ ” ເພິ່ນຖາມວ່າ ຊ່ວຍບອກວິທີແກ້ຄອມໃກ້ຊິແຮ໋ງແນ່...!!! ແລະອີກທ່ານກ່ອນໜ໊າ ບັນຫາຄອມມັກຄ້າງ ຊອກຫາວິທີແກ້ໄຂແນວໃດ ກະລຸນາຊ່ວຍບອກ??
1.ຊ່ວຍບອກວິທີແກ້ຄອມໃກ້ຊິແຮ໋ງແນ່...!!!
ອາການທີ່ຖາມມານີ້ ແມ່ນອາການຄອມໄກ້ຊິແຮ໋ງ ແຕ່ຍັງບໍ່ໄດ້ແຮ໋ງເທື່ອ ອາດຈະຊ້າໆ ກະຕຸກ... ສາເຫດຫຼັກໆກໍຍ້ອນວ່າ ຄອມນັ້ນມີແຣມໜ້ອຍ ແລ້ວເປີດໃຊ້ຫຼາຍໆໂປຣແກມພ້ອມກັນ ຫຼື ໂປຣແກຣມທີ່ໃຊ້ຢູ່ນັ້ນມີຂະໜາດໃຫຍ່ ຊຶ່ງເຮັດໃຫ້ເປືອງແຣມ ເຊັ່ນໂປຣແກມຂອງຄ້າຍ Adobeຄື: Photoshop, Indesign... ຫຼື ໂປຣແກມ Multimedia ອື່ນໆ ຫຼື ບາງເທື່ອຄອມຂອງທ່ານອາດມີໄວຣັດ ກໍເປັນໄດ້.
ເມື່ອເກີດອາການແບບນີ້ ທ່ານກໍພຽງອອກໂປຣແກມໃດໜຶ່ງ ເພື່ອປ້ອງກັນບໍ່ໃຫ້ຄອມແຮ໋ງ ຫຼື ຄວນເພີ່ມແຣມ (ຕ້ອງໃຫ້ຊ່າງເປັນຜູ້ກວດສອບ ແລະ ໃສ່ແຣມໃຫ້ ຖ້າທ່ານບໍ່ຊຳນານ).
ແຕ່ໃນກໍລະນີທີສົງໃສວ່າອາດມີໄວຣັດ ກໍໃຫ້ລົງໂປຣແກມ Antivirus ແລ້ວກໍ Scan ຫຼື ບາງທ່ານມີຢູ່ແລ້ວກໍ ສາມາ Scan ໄດ້ເລີຍ (ໂປຣແກມ Antivirus ຄວນໄດ້ຮັບການອັບເດດຕະຫຼອດ ເພື່ອມີການປັບປຸງ ແລະ ຮັບຮູ້ໄວຣັດໂຕໃໝ່ໆ).
2.ບັນຫາຄອມມັກຄ້າງ ຊອກຫາວິທີແກ້ໄຂແນວໃດ ກະລຸນາຊ່ວຍບອກ??
ບັນຫາຄອມມັກຄ້າງ (ແຮ໋ງ) ນີ້ ມັນກໍມີຫຼາຍໆແບບ ເຊັ່ນ:
1.ຄ້າງແບບບໍ່ສາມາດເໜັງເມົ້າໄດ້ເລີຍ
2.ບາງໂປຣແກຣມທີ່ກຳລັງໃຊ້ຄ້າງ ແຕ່ກໍສາມາດເໜັງເມົ້າໄດ້
3.ຄ້າງຈົນເຖິງຂັ້ນ ຣີສະຕາດ ເອງ ຫຼື ເປັນຈໍສີຟ້າເລີຍ
ໃນຂໍ້ 1 ແລະ 2 ນັ້ນ ສາເຫດອາດເກີດຈາກດັ່ງຫົວຂໍ້ທີ່ໄດ້ຕອບໃນຂໍ້ 1 ທີ່ກ່າວມານັ້ນ ແຕ່ໃນເມື່ອຄອມນັ້ນເກີດອາການຄ້າງແລ້ວ ກໍໃຫ້ປະຕິບັດດັ່ງນີ້:
ກ.ຢ່າຟ້າວກົດປຸ່ມ Restart ຫຼື ກົດປຸ່ມ Power ໃນທັນທີ ເພາະການກະທຳແບບນີ້ ອາດສົ່ງຜົນໃຫ້ອຸປະກອນຕ່າງໆ ໂດຍສະເພາະແມ່ນຮາດດິສ ມີປັນຫາ ຫຼື ເຊື່ອມສະມັດຕະພາບໄວ (ການກົດປຸ່ມ Power ຄວນເປັນວິທີ່ສຸດທ້າຍ)
ຂ.ໃຫ້ພະຍາຍາມປິດໂປຣແກມ ຫຼື ຊອບແວ ທີ່ຄ້າງ ໂດຍກົດປຸ່ມ Ctrl+Alt+Del ພ້ອມໆກັນທັງ 3 ປຸ່ມ (ໃນກໍລະນີນີ້ WindowsXP ແລະ Windows7 ຈະແຕກຕ່າງກັນເລັກໜ້ອຍ) ເພື່ອຈະເຂົ້າມາໜ້າ Windows Task Manager ໂດຍໃນຊ່ອງ Applications ໃຫ້ຊອກເບິ່ງໂປຣແກຣມທີ່ມີຂໍ້ຄວາມວ່າ Not Responding ກົດເລືອກ ແລ້ວກົດປຸ່ມ End Task ເພື່ອປິດໂປຣແກຣມທີ່ຄ້າງ

ຄ.ເມື່ອ ຂໍ້ ຂ ສຳເລັດ ກໍໃຫ້ກົດ Start ເລືອກRestart ກ່ອນໃຊ້ງານໃໝ່
ງ.ຖ້າວ່າບໍ່ສາມາດປິດໂປຣມ ຫຼື ຊອບແວຕ່າງໄດ້ (ໃນຂໍ້ ຂ) ໃຫ້ກົດປຸ່ມ Ctrl+Alt+Del ພ້ອມໆກັນ ຊ້ຳກັນສອງຄັ້ງ (ກົດ Ctrl+Alt ຄ້າງໄວ້ ແລ້ວກົດ Del ສອງຄັ້ງ ເພື່ອໃຫ້ຄອມ ຣີສະຕາດ)
ຈ.ຫາເຮັດ ຂໍ້ ງ ແລ້ວ ຄອມຍັງຄ້າງຢູ່ອີກ ໃຫ້ກົດ Start ເລືອກShut Down
ສ.ຫາເຮັດ ຂໍ້ ຈ ຍັງບໍ່ໄດ້ອີກກໍຄົງມີວິທີສຸດທ້າຍ ກໍຄື ກົດປຸ່ມ Power ຄ້າງໄວ້ປະມານ 10 ວິນາທີ ຄອມກໍຈະມອດ...
ແຕ່ສຳລັບຂໍ້ 3 ນັ້ນ (ຣີສະຕາດ ເອງ ຫຼື ເປັນຈໍສີຟ້າ) ນັ້ນ ຖ້າຫາກມີອາການແບບນີ້ ກໍຄົງຕ້ອງແມ່ນຊ່າງທີ່ຊຳນານງານເປັນຜູ້ປະຕິບັດ ເພາະອາດເປັນໃນສ່ວນຂອງ Hardware ທີ່ບ່ອນສຽບມັນອາດຈະຫຼົມ ຫຼື ອາຈະເປເພ ກໍເປັນໄປໄດ້...
ນ.ລາຊາ
ຄຳສັບໄອທີ ທີ່ໃຊ້ແທນກັນໄດ້ (1690)